ຫວຽດນາມຈັດງານວາງສະແດງອະສັງຫາລິມະຊັບ
ຂ່າວສານຫວຽດນາມ ລາຍງານວ່າ: ວັນທີ 20 ກໍລະ ກົດ ຢູ່ຮ່າໂນ້ຍ ສະມາຄົມອະ ສັງຫາລິມະຊັບຫວຽດນາມ (VN REA) ແລະ ບໍລິສັດຈັດ ຕັ້ງງານວາງສະແດງສາກົນ ກໍ່ສ້າງ (VIET BUILD) ໄດ້ໄຂ ງານວາງສະແດງສາກົນອະສັງ ຫາລິມະຊັບ ຫວຽດນາມ VNREA EXPO-2016.
ງານວາງສະແດງໄດ້ໄຂ ຂຶ້ນຢູ່ຫໍວາງສະແດງສະຖາປະ ນິກ ແລະ ກໍ່ສ້າງແຫ່ງຊາດ ເລີ່ມ ແຕ່ວັນທີ 20-24 ກໍລະກົດ ແນ ໃສ່ຊຸກຍູ້ການຄ້າ, ແນະນຳ ບັນດາໂຄງການອະສັງຫາລິ ມະຊັບ, ບັນດາຜະລິດຕະພັນ ບໍລິການໃໝ່ຂອງຂະແໜງກໍ່ ສ້າງ-ອຸປະກອນກໍ່ສ້າງ ແລະ ປະດັບປະດາຕົບແຕ່ງພາຍ ນອກພາຍໃນ.
ງານວາງສະແດງອະສັງ ຫາລິມະຊັບສາກົນ ຫວຽດນາມ ດຶງດູດການເຂົ້າຮ່ວມຂອງ ຮ້ານຄ້າຈຳນວນ 1.000 ຮ້ານ ດ້ວຍບັນດາຜະລິດຕະພັນໃໝ່, ເຕັກໂນໂລຊີກ້າວໜ້າ, ມີເກືອບ 360 ວິສາຫະກິດ, ໃນ ນັ້ນ ມີ 186 ວິສາຫະກິດພາຍໃນປະເທດ, 94 ວິສາຫະກິດຮ່ວມທຸລະກິດ ແລະ 80 ວິສາ ຫະກິດ ແລະ ບັນດາກຸ່ມບໍລິສັດຕ່າງປະເທດ.
ມີຫຼາຍພາກສ່ວນທີ່ມີຂະ ໜາດຮ້ານຄ້າແຕ່ 36-180 ມ2 ຄື: ບໍລິສັດຫຸ້ນສ່ວນການລົງ ທຶນ ແລະ ກໍ່ສ້າງຟຸກຄ່າງ,ບໍລິ ສັດຫຸ້ນສ່ວນບໍລິການ ການບິນ ທັງລ່ອງ.
ທ່ານ ຫງວຽນ ເຈີນນາມ ລັດຖະມົນຕີກະຊວງກໍ່ສ້າງ ປະ ທານງານວາງສະແດງໃຫ້ຮູ້ວ່າ: ງານວາງສະແດງປີນີ້ ນອນຢູ່ໃນ ການເຄື່ອນໄຫວຂອງ ຜູ້ຈັດຕັ້ງ ງານວາງສະແດງສາກົນກໍ່ສ້າງ (VIET BUILD) ນັບແຕ່ປີ 2016 ນີ້, ງານວາງສະແດງ VNREA EXPO ຈະໄດ້ຈັດ ຂຶ້ນປະຈຳທຸກໆ ປີຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ, ມີລັກ ສະນະເປັນມືອາຊີບກ່ຽວກັບ ອະສັງຫາລິມະຊັບໃນທ້າຍ ເດືອນກັນຍາຈະມາເຖິງງານ ວາງສະແດງນີ້ ຈະຈັດຂຶ້ນຢູ່ ນະຄອນໂຮ່ຈິມິນ.
ງານວາງສະແດງຢູ່ຮ່າ ໂນ້ຍ ຄັ້ງນີ້, ໄດ້ວາງສະແດງກ່ຽວ ກັບບັນດາໂຄງການເຮືອນຢູ່ ແລະ ອະສັງຫາລິມະຊັບ, ບັນ ດາຜະລິດຕະພັນຫຼາກຫຼາຍ ຂອງຂະແໜງຕົບແຕ່ງພາຍໃນ ກໍ່ສ້າງ ແລະ ອຸປະກອນກໍ່ສ້າງ ພ້ອມທັງໂຄງການ ການເຄື່ອນ ໄຫວຫຼາຍຢ່າງແນໃສ່ຮັບໃຊ້ວິ ສາຫະກິດ ເພື່ອເຊື່ອມໂຍງ ເສດ ຖະກິດສາກົນ.
ຢູ່ທີ່ງານວາງສະແດງ ຄະ ນະຈັດຕັ້ງໄດ້ມອບລາງວັນໃຫ້ ບັນດາວິສາຫະກິດ ທີ່ມີຮ້ານ ວາງສະແດງທີ່ຖືກເລືອກເປັນ “ຮ້ານວາງສະແດງທັງຂະໜາດ ໃຫຍ່-ງາມ-ປະທັບໃຈ”.
ທີ່ມາ: www.pasaxon.org.la

No comments