ມູນຄ່າການສົ່ງອອກຂອງຫວຽດນາມ ເພີ່ມຂຶ້ນ 5,3%
ຂ່າວສານຫວຽດນາມ ລາຍງານວ່າ: ກົມນຳເຂົ້າ-ສົ່ງ ອອກຂອງກະຊວງອຸດສາຫະ ກຳການຄ້າຫວຽດນາມໃຫ້ຮູ້ ວ່າ: ເສດຖະກິດທົ່ວໂລກໃນ ຕົ້ນປີ ມາຮອດປັດຈຸບັນຍັງຟື້ນ ຟູຊ້າ ແລະ ບໍ່ໝັ້ນຄົງ, ຫຼາຍພື້ນ ຖານເສດຖະກິດຕົ້ນຕໍໃນໂລກ ສືບຕໍ່ພົບຄວາມຫຍຸ້ງຍາກເຖິງ ຢ່າງໃດກໍຕາມ, ມູນຄ່າການ ສົ່ງ ອອກ-ນຳເຂົ້າຂອງຫວຽດນາມ ໃນ 7 ເດືອນຜ່ານມາມີການ ເຄື່ອນໄຫວຢ່າງຕັ້ງໜ້າ, ສິນ ຄ້າຕົ້ນຕໍຈຳນວນໜຶ່ງມີມູນຄ່າ ເພີ່ມຂຶ້ນດີທຽບກັບໄລຍະ ດຽວ ກັນຂອງປີກາຍ.
ສະຖິຕິຂອງກົມນີ້ໃຫ້ເຫັນ ວ່າ: ມູນຄ່າການນຳເຂົ້າ-ສົ່ງ ອອກໃນເດືອນກໍລະກົດບັນລຸ 14,7 ຕື້ໂດລາສະຫະລັດ ສ່ວນ ການນຳເຂົ້າບັນລຸ 14,6 ຕື້ໂດ ລາສະຫະລັດ. ໄລ່ລວມແຕ່ ຕົ້ນປີມາຮອດປັດຈຸບັນມູນຄ່າ ການສົ່ງອອກນຳເຂົ້າຂອງທົ່ວ ປະເທດຫວຽດນາມບັນລຸ 193 ຕື້ໂດລາສະຫະລັດ, ໃນນັ້ນ ການສົ່ງອອກຄາດວ່າບັນລຸ 96,8 ຕືໂດລາສະຫະລັດ, ເພີ່ມ ຂຶ້ນ 5,3%, ການນຳເຂົ້າບັນລຸ 95 ຕື້ໂດລາສະຫະລັດ, ຫຼຸດລົງ 0,9% ທຽບກັບໄລຍະ ດຽວກັນ ຂອງປີກາຍ.
ຕາມກົມດັ່ງກ່າວ, ໃນ 7 ເດືອນຜ່ານມາ, ຫວຽດນາມ ສືບຕໍ່ສົ່ງອອກຕົ້ນຕໍໄປບັນດາ ຕະຫຼາດເຊັ່ນ: ສະຫະລັດອາເມ ຣິກາ 21,3 ຕື້ໂດລາສະຫະ ລັດ, ຕໍ່ມາແມ່ນສະຫະພາບເອີຣົບ ແລະ ຈີນ... ກົງກັນຂ້າມຫວຽດ ນາມນຳເຂົ້າຫຼາຍທີ່ສຸດແມ່ນ ຈາກຈີນ, ສ.ເກົາຫຼີ, ອາຊຽນ, ຍີ່ປຸ່ນ.
ຕີລາຄາຈາກກະຊວງອຸດ ສາຫະກຳການຄ້າໃຫ້ເຫັນວ່າ: ປີ 2016 ນີ້, ແມ່ນປີສຳເລັດການ ເຊັນສັນຍາການຄ້າເສລີໃໝ່, ພິເສດແມ່ນສົນທິສັນຍາ TPP (ຂໍ້ຕົກລົງຫຸ້ນສ່ວນຍຸດທະສາດ ອາຊີ-ປາຊີຟິກ) ແລະ ສົນທິ ສັນຍາຫວຽດນາມ-EU ຈະ ເປີດໂອກາດສົ່ງອອກໃໝ່ ໃຫ້ ແກ່ສິນຄ້າສົ່ງອອກຂອງຫວຽດ ນາມ. ດັ່ງນັ້ນ, ກະຊວງອຸດສາ ຫະກຳການຄ້າຈະຄຽງບ່າຄຽງ ໄຫຼ່ກັບບັນດາວິສາຫະກິດແກ້ ໄຂບັນດາຄວາມຫຍຸ້ງຍາກ ຢ່າງໄວວາໃຫ້ວິສາຫະກິດ.
ຄຽງຄູ່ກັນນັ້ນ ປີ 2016 ເປັນປີທຳອິດໃນການປະຕິບັດ ແຜນພັດທະນາ 5 ປີ ເສດຖະ ກິດ-ສັງຄົມ 2016-2020. ລັດ ຖະບານພ້ອມກັບບັນດາກະ ຊວງທະບວງກົມໄດ້ມີຄວາມ ຕັດສິນໃຈ ແລະ ອອກແຮງສູງ ໃນວຽກງານປັບປຸງສິ່ງແວດ ລ້ອມຂອງທຸລະກິດ, ບັນດາ ເອກະສານການເງິນ, ບັນດາ ວິທີການແນໃສ່ຍົກສູງສະມັດ ຕະພາບ, ຄຸນນະພາບ, ແກ້ໄຂ ຂອດຫຍຸ້ງຍາກໃຫ້ວິສາຫະກິດ.
ທີ່ມາ: www.pasaxon.org.la

No comments