ສຳເລັດການແຂ່ງຂັນກິລານັກຮຽນ 6 ປະເພດ
ການແຂ່ງຂັນກິລາ ນັກຮຽນສາມັນສຶກສາທົ່ວນະ ຄອນຫຼວງວຽງຈັນ (ນວ) ປະຈຳ ສົກຮຽນ 2015 -2016 ແມ່ນ ໄດ້ເລີ່ມຊີງໄຊກັນຕັ້ງແຕ່ວັນທີ 22 ເມສາ 2016 ແລະ ມາ ຮອດວັນທີ 29 ເມສາ 2016 ຜ່ານມາ ແມ່ນໄດ້ສຳເລັດການ ແຂ່ງຂັນໄປແລ້ວ 6 ປະເພດ ຈາກ 12 ປະເພດກິລາ ໃຫ້ກຽດ ເຂົ້າ ຮ່ວມ ແລະ ມອບລາງວັນ ຂອງທ່ານ ຄຳສະຫວັນ ໂຄດ ໄຊ ຮອງຫົວໜ້າພະແນກສຶກ ສາທິການ ແລະ ກິລາ ນວ ພ້ອມດ້ວຍຄູ - ອາຈານ ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ໃນໂອກາດນີ້ທ່ານ ຫົງແກ້ວ ທຳມະວົງ ຫົວໜ້າຂະແໜງພະ ລະ - ສິລະປະສຶກສາ ພະແນກ ສຶກສາທິການ ແລະ ກິລາ ນວ ກ່າວວ່າ: ສຳລັບ 6 ປະ ເພດກິລາທີ່ໄດ້ສຳເລັດການແຂ່ງຂັນ ໄປແລ້ວນັ້ນປະກອບມີກິລາຍິງ - ຊາຍ: ເປຕັງ, ດອກປີກໄກ່, ບານສົ່ງໃນຮົ່ມ, ບານສົ່ງຫາດ ຊາຍ, ປິ່ງປ່ອງ ແລະ ບານບ້ວງ ໃນນັ້ນເປຕັງທິມຊາຍ ທີ 1 ຫ້ອງ ການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ເປຕັງທິມ ຍິງ ທີ 1 ຫ້ອງການສຶກສາທິການ ແລະ ກິລາເມືອງໄຊເຊດຖາສ່ວນ ບານສົ່ງໃນຮົ່ມປະເພດຊາຍທີ 1 ໂຮງຮຽນ ມສ ວຽງຈັນ ປະ ເພດທິມຍິງທີ 1 ມສ ວຽງຈັນ.
ບານສົ່ງຫາດຊາຍປະເພດ ທິມຊາຍ ທີ 1 ໂຮງຮຽນ ມສ ວຽງຈັນ ປະເພດທິມຍິງ ທີ 1 ໂຮງຮຽນ ມສ ວຽງຈັນ ບານ ບ້ວງ ປະເພດທິມຊາຍ ທີ 1 ຫ້ອງການສຶກສາທິການ ແລະ ກິລາເມືອງສີສັດຕະນາກ ປະ ເພດທິມຍິງ ທີ 1 ຫ້ອງການສຶກ ສາທິການ ແລະ ກິລາເມືອງຈັນ ທະບູລີ ປິ່ງປ່ອງ ປະເພດຊາຍ ດ່ຽວ ທີ 1 ຫ້ອງການສຶກສາທິ ການ ແລະ ກິລາ ເມືອງໄຊເຊດ ຖາ ປະເພດຍິງດ່ຽວ ທີ 1 ມສ ວຽງຈັນ ຄູ່ຊາຍ ທີ 1 ຫ້ອງການ ສຶກສາທິ ການ ແລະ ກິລາ ເມືອງ ໄຊເຊດຖາ ດອກປີກໄກ່ປະ ເພດຊາຍດ່ຽວ ທີ 1 ມສ ວຽງຈັນ ປະເພດຍິງດ່ຽວ ທີ 1 ມສ ວຽງຈັນ ປະເພດຄູ່ຊາຍ ທີ 1 ມສ ວຽງຈັນ ປະເພດຄູ່ຍິງ ທີ 1 ຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ.
ສຳລັບການແຂ່ງຂັນກິລາ ນັກຮຽນສາມັນສຶກສາ ທົ່ວ ນວ ຄັ້ງທີ 19 ປະຈຳສົກຮຽນ 2015 - 2016 ແມ່ນຍັງເຫຼືອອີກ 6 ປະເພດກິລາຄື: ແລ່ນ - ລານ ໜ້າເກັກ ໝາກຂ່າງ ກະຕໍ້ ໝາກ ເສິກ ແລະ ເຕະບານ ຊຶ່ງຈະໄດ້ ສືບຕໍ່ຈັດການແຂ່ງຂັນ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນ ຕົ້ນເດືອນພຶດສະພານີ້.
ທີ່ມາ: www.pasaxon.org.la

No comments