ຈັບສະຫຼາກທິມໃດຈະເຂົ້າຮ່ວມຊົມເຕະບານ ເອີໂຣ 2016 ທີ່ປະເທດ ຝຣັ່ງ

ການແຂ່ງຂັນບານ ເຕະ 7 ຄົນກັບໂຄງການເຊຍ ເອີໂຣ 2016 ຕິດຂອບສະໜາມ ກັບຄາສເບີກ ເພື່ອຊີງລາງວັນ ໃຫຍ່ ບັດເຂົ້າຊົມການແຂ່ງ ຂັນເຕະ ບານເອີໂຣ 2016 ຮອງ ຮອງຊະນະເລີດທີ່ປະເທດຝຣັ່ງ ກຽມຈັດຂຶ້ນລະຫວ່າງວັນທີ 6-8 ພຶດສະພາ 2016 ທີ່ສູນກິ ລາຄົບວົງຈອນກູດໄລ.
ພິທີຖະແຫຼງຂ່າວ ແລະ ຈັບ ສະຫຼາກແບ່ງກຸ່ມການແຂ່ງຂັນ ເຕະບານ 7 ຄົນ ດັ່ງກ່າວຈັດຂຶ້ນ ໃນວັນທີ 4 ພຶດສະພາຜ່ານມາ ທີ່ສູນກິລາຄົບວົງ ຈອນກູດໄລ ໂດຍມີທ່ານ ວຽງສະຫວັນ ແສງ ຈັນ ປະທານສະຫະພັນເຕະບານ ນະຄອນຫຼວງວຽງຈັນທ່ານ ອາລິ ຍາ ປັນຍາຜົນ ຜູ້ຈັດການຝ່າຍ ຜະລິດຕະພັນຄາສເບິກ ພ້ອມ ດ້ວຍຄູຝຶກນັກກິລາ ແລະ ຕົວແທນ ທີ່ມາຈາກ 32 ທິມເຂົ້າຮ່ວມ.
ສຳລັບການແຂ່ງຂັນຮອບ 32 ທິມ ແຂ່ງແບບເສຍຄັດອອກ ທິມຊະນະເລີດຈະໄດ້ຮັບບັດ ເຂົ້າຊົມການແຂ່ງຂັນເຕະບານ ເອີໂຣ 2016 ຮອງຮອງຊະ ນະເລີດ ທີ່ປະເທດຝຣັ່ງ ຈຳນວນ 8 ລາງວັນ ພ້ອມຂັນລາງວັນ ແລະ ເງິນສົດ 5 ລ້ານກີບ, ຮອງ ຊະນະເລີດເງິນສົດ 3 ລ້ານກີບ, ອັນດັບທີ 3 ເງິນສົດ 2 ລ້ານກີບ ແລະ ອັນດັບ 4 ເງິນສົດ 1 ລ້ານ ກີບ, ລາງວັນນັກເຕະທີ່ຍິງປະຕູ ຫຼາຍທີ່ສຸດຈະໄດ້ຮັບລາງວັນ ພິເສດ ພ້ອມໂລລາງວັນ ແລະ ລາງວັນ ກອງເຊຍດີເດັ່ນ (ເຊຍ ໄດ້ບັນຍາ ກາດຟົດ ຟື້ນ) ຈະໄດ້ ຮັບເງິນສົດ 5 ແສນກີບ.
ນອກຈາກນີ້ ຜູ້ຊົມທີ່ເຂົ້າ ຮ່ວມກິດຈະກຳລະຫວ່າງວັນທີ 6-8 ພຶດສະພາ 2016 ທີ່ສູນກິ ລາຄົບວົງຈອນກູດໄລ ຍັງມີສິດ ລຸ້ນຮັບບັດເຂົ້າຊົມການແຂ່ງ ຂັນບານເຕະເອີໂຣ 206 ຮອບ ຮອງຊະນະເລີດທີ່ປະເທດຝຣັ່ງ ຈຳນວນ 2 ລາງວັນ (ລາງວັນ ລະ 2 ບ່ອນນັ່ງ) ອີກດ້ວຍ.

ທີ່ມາ: www.pasaxon.org.la

No comments

Theme images by compassandcamera. Powered by Blogger.