ກຳລັງໃຈຄືປັດໄຈສຳຄັນ ໃນການກ້າວສູ່ອະນາຄົດ

ກຳລັງໃຈຖືເປັນສຳຄັນໃນການຕັດສິນຫຼາຍບັນຫາທີ່ກ້າວເຂົ້າມາໃນຊີວິດຂອງແຕ່ລະຄົນ ເຊິ່ງແຕ່ລະບັນຫາກໍມີຄວາມແຕກຕ່າງກັນຕາມແຕ່ລະເງື່ອນໄຂ ສິ່ງແວດລ້ອມຂອງຖານະບຸກຄົນ ແຕ່ສິ່ງສຳຄັນສິ່ງໜຶ່ງໃນການກ້າວຜ່ານອຸປະສັກທີ່ວ່ານັ້ນ ຕ້ອງມີກຳລັງໃຈສູ້ ເມື່ອມີກຳລັງໃຈ ບໍ່ວ່າບັນຫາຈະນ້ອຍ ຫຼື ໃຫຍ່ ຫຍຸ້ງຍາກພຽງໃດ ກໍສາມາດຜ່ານມາໄດ້ໂດຍງ່າຍດາຍ. ທ້າວ ກອງແກ່ນ ເຮີ ນັກຮຽນຊັ້ນ ປ5 ຂອງໂຮງຮຽນປະຖົມສົມບູນສົມສະຫວາດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນນັກຮຽນຄົນໜຶ່ງທີ່ຜ່ານຜ່າອຸປະສັກພົບພໍ້ມໍລະສຸມຊີວິດມາແຕ່ອາຍຸຍັງນ້ອຍ ຫຼື ເວົ້າຢ່າງໜຶ່ງວ່າ ພໍຈື່ຄວາມໄດ້ກໍກາຍເປັນເດັກກຳພອຍ ໂຊກດີທີ່ມີ ຄອບຄົວຂອງນ້າບ່າວເອົາມາລ້ຽງ ແຕ່ຄາວນັ້ນ ພໍແຕ່ຈື່ຄວາມໄດ້ຕ້ອງສູ້ຊົນ ຍ້ອນສະພາບຂາດເຂີນທາງດ້ານຖານະການເງິນ ບວກກັບຄອບຄົວມີຫຼາຍຄົນ ຫາເຊົ້າກິນຄ່ຳ ແຕ່ຫົວໃຈດວງນ້ອຍຄົນນີ້ບໍ່ເຄີຍທໍ້ຖອຍ ຫຼື ຕ່ຳຄ້ອຍນ້ອຍໃຈ ແມ່ນບາງຄັ້ງກໍມີຄົນເວົ້າຢອກຫຼິ້ນວ່າ ເປັນລູກບໍ່ມີພໍ່ບໍ່ມີແມ່. ທ້າວ ກອງແກ່ນ ເຮີ ກ່າວວ່າ: ໄດ້ຍິນແຕ່ຄົນອື່ນເຂົາລືກັນວ່າ ມີວິຊາຄວາມຮູ້ແລ້ວໄດ້ດີ ສິ່ງນັ້ນຄືການສຶກສາຮ່ຳຮຽນ ເພາະສະນັ້ນ ຕົນ ເອງຈຶ່ງຕັ້ງໃຈຮຽນ ເຖິງແມ່ນວ່າຈະຮຽນບໍ່ເກັ່ງ ແຕ່ກໍພະຍາຍາມບຸກບືນຮ່ຳຮຽນ ຈະພົບອຸປະສັກເທົ່າໃດກໍບໍ່ທໍ້ຖອຍ ຢ່າງນ້ອຍກໍຍັງມີນ້າ ບ່າວຜູ້ທີ່ໃຫ້ກຳລັງໃຈມາໂດຍຕະຫຼອດ ເພິ່ນມັກບອກສະເໝີວ່າ: ສົມບັດບໍ່ມີໃຫ້ ແຕ່ຖ້າຢາກໄດ້ຕ້ອງຮຽນເອົາ ແລະ ພ້ອມຈະຊ່ວຍເຫຼືອ ເຕັມທີ່ຕາມເງື່ອນໄຂທີ່ມີ.ທ່ານ ນາວາ ເຮີ ຜູ້ເປັນ (ນ້າບ່າວ) ກ່າວວ່າ: ຖານະຄອບຄົວກໍທຳມະດາເປັນຊາວນາ ຫາເຊົ້າກິນຄ່ຳ ພໍ່ແມ່ຂອງທ້າວ ກອງແກ່ນ ເສຍ ຊີວິດຍ້ອນພະຍາດ ແຕ່ລາວຍັງອາຍຸພຽງ 4-5 ປີ ກໍເລີຍນຳເອົາຫຼານມາລ້ຽງແຕ່ຍັງນ້ອຍ ເຊິ່ງຕອນນັ້ນຕົນເອງກໍມີລູກນ້ອຍຢູ່ແລ້ວ 3 ຄົນ ລວມຫຼານອີກ ເປັນ 4 ຄົນ ກໍຖືວ່າໜັກຢູ່ ແຕ່ກໍສູ້ຊົນເພື່ອອະນາຄົດຂອງລູກ ແລະ ຫຼານ ແຕ່ສຳລັບ ທ້າວ ກອງແກ່ນ ເປັນເດັກນ້ອຍທີ່ມີຄວາມອົດທົນ ສອນງ່າຍ ມີທັດສະນະຄຸນສົມບັດດີ ຊ່ວຍວຽກຄອບຄົວ ແລະ ຕັ້ງໃຈຮຽນ ບໍ່ເປັນພາລະໃຫ້ຄອບຄົວ ໄດ້ຮັບການຍ້ອງຍໍຈາກຄູ ເປັນທີ່ຮັກແພງຂອງຄູ ໝູ່ເພື່ອນ ແລະ ຄອບຄົວ. ໂຊກດີທີ່ທາງມູນນິທິຊ່ວຍເຫຼືອເດັກນ້ອຍຜູ້ດອຍໂອກາດຂອງຍີ່ປຸ່ນ ໂດຍຜ່ານອົງການກາແດງນະຄອນຫຼວງ ໃຫ້ການຊ່ວຍເຫຼືອ ມອບລົດຖີບ ແລະ ອຸປະກອນການຮຽນຈຳນວນໜຶ່ງ ໃນກາງປີ 2012 ທີ່ຜ່ານມາ ເປັນການໃຫ້ກຳລັງໃຈແກ່ເດັກຜູ້ຮຽນດີມີຄຸນສົມບັດ ແຕ່ ຂາດທຶນໃນການຮຽນ ໄດ້ມີໂອກາດສຶກສາຮ່ຳຮຽນ ເປັນການບິແບ່ງຄວາມຮັກຊ່ວຍເຫຼືອແກ່ເດັກນ້ອຍ ໄດ້ມີກຳລັງໃຈສູ້ຊົນຕໍ່ໄປ. ທ້າວ ກອງແກ່ ເຮີ ໄດ້ສະເດງຄວາມຂອບໃຈນຳທ່ານຜູ້ໃຈບຸນທັງຫຼາຍທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະນຳໃຊ້ອຸປະກອນທີ່ໄດ້ຮັບ ໂດຍສະເພາະລົດຖີບຄັນດັ່ງກ່າວໃຫ້ເປັນຜົນປະໂຫຍດ ເພື່ອຊຸກຍູ້ການຮຽນໃຫ້ດີຂຶ້ນກວ່າເກົ່າ ແລະ ຫວັງວ່າໂອກາດໜ້າຄົງຈະໄດ້ຮັບ ຄວາມເມດຕາຈາກບັນດາທ່ານອີກຄັ້ງ.

 ທີ່ມາ: www.vientianemai.net/

No comments

Theme images by compassandcamera. Powered by Blogger.