ຢືນຢັນ ຈະຍາດລາງວັນໃດໜຶ່ງມາສູ່ປະເທດ
ເປັນໜ້າພາກພູມໃຈທີ່ນ້ອງນັກຮຽນຈາກປະເທດລາວ ຈະເດີນທາງໄປເຂົ້າຮ່ວມການແຂ່ງຂັນໃນໂຄງການ “ນັກວິທະຍາສາດໜຸ່ມນ້ອຍ” ທີ່ປະເທດມາເລເຊຍ ໃນລະຫວ່າງວນທີ 3-7 ເດືອນ ເມສາ 2014 ທີ່ຈະມາເຖິງ ໂດຍແມ່ນນ້ອງນັກຮຽນຈາກໂຮງຮຽນກຽດຕິສັກ ນະຄອນຫຼວງວຽງຈັນ ຈະເປັນຕົວແທນໃຫ້ນັກຮຽນຊັ້ນ ມ7 ເຂົ້າຮ່ວມແຂ່ງຂັນໃນວິຊາຄະນິດສາດ ແລະ ວິຊາວິທະຍາສາດ (ໂຄງການເກັບນ້ຳຝົນ) ເຊິ່ງແຕ່ລະວິຊາມີນັກຮຽນ 2 ຄົນເປັນຕົວແທນເຂົ້າຮ່ວມການແຂ່ງຂັນ ໂດຍມີຜູ້ຊ່ວຍ ແລະ ຄູນຳພາເດີນທາງໄປນຳ.</p> <p style="text-align: justify;"> ນາງ ແສງສະຫວັນ ຈັນທະວົງສາ ນັກຮຽນຊັ້ນ ມ7 ຂອງໂຮງຮຽນກຽດຕິສັກ ເຊິ່ງເປັນຕົວແທນນັກຮຽນທີ່ຈະເດີນທາງໄປຮ່ວມແຂ່ງຂັນໃນວິຊາຄະນິດສາດ ໄດ້ກ່າວວ່າ: ກ່ອນຈະໄດ້ເປັນຕົວແທນໃນຄັ້ງນີ້ ກໍບໍ່ແມ່ນຈະໄດ້ມາໂດຍງ່າຍດາຍ ໄດ້ມີການຄັດເລືອກກັນຈາກກະຊວງສຶກສາທິການແລະ ກີລາ ໂດຍມີນັກຮຽນທີ່ມາຈາກ3ໂຮງຮຽນເຂົ້າຮ່ວມຄື: ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂຮງຮຽນພອນສະຫວັນຊົນເຜົ່າ ແລະ ໂຮງຮຽນກຽດຕິສັກ ເຊິ່ງປີນີ້ ໂຊກດີທີ່ພວກເຮົໄດ້ມີໂອກາດໄດ້ຜ່ານການຄັດເລືອກໃຫ້ເປັນຕົວແທນນັກຮຽນລາວເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.</p> <p style="text-align: justify;"> ກ່ອນໜ້າການເຂົ້າຮ່ວມຮອບຄັດເລືອກພວກເຮົາກໍມີການກຽມຕົວມາເປັນເວລາດົນສົມຄວນ ແຕ່ຕາມປົກກະຕິ ຕົນເອງກໍມີພອນສະຫວັນທາງດ້ານວິຊາຄະນິດສາດຢູ່ແລ້ວ ເພື່ອບໍ່ເປັນການປະໝາດ ເພາະບໍ່ຮູ້ວ່າບັນດານັກຮຽນທີ່ເຂົ້າຮ່ວມການແຂ່ງຂັນຈາກນາໆປະເທດ ມີການກຽມຕົວກັນມາຄືແນວໃດ ເພາະສະນັ້ນ ພາຍຫຼັງໄດ້ຮັບຄັດເລືອກແລ້ວ ທາງໂຮງຮຽນກໍຄືຄູ-ອາຈານທີ່ຮັບຜິດຊອບ ໄດ້ມີການເນັ້ນໜັກການຮຽນໃຫ້ເຂັ້ມຂຸ້ນຂຶ້ນ ດ້ວຍການສອນພິເສດ ແລະຕົນເອງກັບເພື່ອນນັກຮຽນທີ່ຈະເດີນທາງໄປຮ່ວມແຂ່ງຂັນໃນຄັ້ງນີ້ ໄດ້ມີການຄົ້ນຄວ້າໜັກຂຶ້ນກວ່າເກົ່າ ເພື່ອຊອກຫາແຫຼ່ງຂໍ້ມູນ ໂດຍການຮຽນຜ່ານທາງລະບົບອອນລາຍອິນເຕີເນັດເພື່ອຂະຫຍາຍການຮຽນຮູ້ໃຫ້ກວ້າງຂວາງໃນລະດັບສາກົນ.</p> <p style="text-align: justify;"> ໃນນາມສ່ວນຕົວແລ້ວຮູ້ສຶກດີໃຈຫຼາຍ ເພາະຖືເປັນກຽດອັນສູງສົ່ງທີ່ໄດ້ມີໂອກາດເຂົ້າຮ່ວມແຂ່ງຂັນ ຕົນເອງແລະ ເພື່ອນນັກຮຽນທີ່ເຂົ້າຮ່ວມການແຂ່ງຂັນຈະຕັ້ງໃຈເຮັດຈົນສຸດຄວາມສາມາດສົມກັບການໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ກໍຄືບັນດາຄູ-ອາຈານ ແລະ ເພື່ອນນັກຮຽນດ້ວຍກັນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຍາດແຍ່ງເອົາລາງວັນໃດໜຶ່ງມາສູ່ປະເທດເຮົາໃຫ້ໄດ້.
No comments