ລາວ-ຈີນ ສືບຕໍ່ຮ່ວມລົງນາມເອກະສານຮ່ວມມື 20 ສະບັບ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທ່ານ ລີ ເຄີ້ສຽງ ນາຍົກລັດຖະມົນຕີ ສປ ຈີນ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 8-9 ກັນຍາ 2016 ເຊິ່ງໄລຍະການຢ້ຽມຢາມທ່ານນາຍົກລັດຖະມົນຕີ ສປ ຈີນ ໄດ້ເຂົ້າຢ້ຽມຄຳນັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ແລະ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ການພົບປະສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະປະເທດ ແລະ ບັນຫາສຳຄັນທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.

ຜ່ານການພົບປະຄັ້ງນີ້ ສອງ ຝ່າຍໄດ້ຫວນຄືນ ແລະ ຕີລາຄາ ສູງຕໍ່ການເສີມຂະຫຍາຍສາຍ ພົວພັນມິດຕະພາບຂອງສອງປະ ເທດ ຕະຫຼອດໄລຍະ 55 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການ ທູດ ສືບຕໍ່ຢຶດໝັ້ນທິດນຳທີ່ວ່າ: “ໝັ້ນຄົງຍາວນານ ໄມຕີຈິດຖານ ບ້ານໃກ້ເຮືອນຄຽງ ໄວ້ເນື້ອເຊື່ອ ໃຈກັນ ຮ່ວມມືຮອບດ້ານ” ແລະ ນ້ຳໃຈ 4 ດີ ຄື: ບ້ານໃກ້ເຮືອນ ຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍ ທີ່ດີ ແລະ ຄູ່ຮ່ວມມືທີ່ດີ ສ້າງ ຄວາມໄວ້ເນື້ອເຊື່ອໃຈກັນທາງ ດ້ານການເມືອງ ເປີດກວ້າງການ ຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ລົງເລິກການແລກປ່ຽນທາງດ້ານ ວັດທະນະທຳŒສັງຄົມ ເພີ່ມທະວີ ການປະສານສົມທົບກັນໃນຂອບ ຫຼາຍຝ່າຍ ຊຸກຍູ້ໃຫ້ການພົວພັນ ລະຫວ່າງລາວ ແລະ ຈີນ ກ້າວ ຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ສອງຝ່າຍໄດ້ຮ່ວມກັນລົງນາມເອກະສານຮ່ວມມື ຈຳນວນ 20 ສະບັບ ເຊັ່ນ: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່າງແຜນແມ່ບົດ ກ່ຽວກັບການຊຸກຍູ້ ການຮ່ວມມື ເພື່ອສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ສັນຍາວ່າດ້ວຍການຢືນຢັນ ພ້ອມທັງຮ່ວມກັນຊຸກຍູ້ໂຄງການສຳຄັນ ໃນຂອບຄວາມອາດສາມາດໃນການຜະລິດ ແລະ ການລົງທຶນ ບົດບັນທຶກຄວາມເຂົ້າໃຈ 3 ຝ່າຍ ວ່າດ້ວຍການຮ່ວມມືສ້າງແຜນພັດທະນາກວມລວມ 3 ຂົງເຂດ ແຜນພັດທະນາພະລັງງານໄຟຟ້າ ແຜນພັດທະນາການທ່ອງທ່ຽວ ແລະ ແຜນພັດທະນາລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ສັນຍາເພີ່ມເຕີມແຜນແມ່ບົດຮ່ວມມືດ້ານເສດຖະກິດ-ເຕັກນິກ ລາວ-ຈີນ 2016-2020 ໜັງສືສະແດງເຈດຈຳນົງວ່າດ້ວຍການຮ່ວມມື ແລກປ່ຽນຂໍ້ມູນຂ່າວສານ ສະພາບການປະຕິບັດກົດໝາຍ ຄວາມປອດໄພພາຍໃນປະເທດ ສັນຍາລະຫວ່າງລັດຖະບານລາວ ແລະ ຈີນ ວ່າດ້ວຍການຮ່ວມມື ບູລະນະ ແລະ ປົກປັກຮັກສາສຸສານວິລະກຳແຫ່ງຊາດຈີນ ໃນດິນແດນ ສປປ ລາວ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງວັດທະນະທຳ ສປ ຈີນ ບົດບັນທຶກລະຫວ່າງກະຊວງການເງິນຂອງລາວ ແລະ ກະຊວງພາສີຂອງຈີນ ກ່ຽວກັບການອຳນວຍຄວາມສະດວກດ້ານພາສີ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ຄະນະກຳມາທິການຄຸ້ມຄອງທະນາຄານ ແຫ່ງ ສປ ຈີນ ແລະ ເອກະສານຮ່ວມມືອື່ນໆ.

No comments

Theme images by compassandcamera. Powered by Blogger.