ນວ ເລັ່ງຜະລິດກະສິກຳເປັນສິນຄ້າ ເພື່ອຄ້ຳປະກັນສະບຽງອາຫານ
ແນໃສ່ເຮັດໃຫ້ວຽກງານການຄົ້ນຄວ້າກະສິກຳ ແລະປ່າໄມ້ ຂອງສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດເປັນໄປຕາມ ແຜນການ ແລະແນວທາງຂອງ ລັດຖະບານ, ນະຄອນຫຼວງວຽງ ຈັນ ໄດ້ເລັ່ງຜະລິດກະສິກຳໃຫ້ ກາຍເປັນສິນຄ້າທັງນີ້ກໍເພື່ອຄ້ຳປະກັນສະບຽງອາຫານໃນອະນາຄົດ.
ອີງຕາມຂໍ້ມູນແຜນການພັດ ທະນາຂົງເຂດເສດຖະກິດຮູ້ວ່າ: ຂະແໜງກະສິກຳ-ປ່າໄມ້, ນະຄອນ ຫຼວງວຽງຈັນໃນສົກປີ 2015-2016, ຕ້ອງໄດ້ສືບຕໍ່ຮັກສາລະດັບຄົງຕົວຂອງອັດຕາສະເລ່ຍຜົນ ຜະລິດສະບຽງອາຫານຕໍ່ຫົວຄົນ ໃຫ້ຢູ່ໃນລະດັບທີ່ແນ່ນອນຄື: ຜະ ລິດໃຫ້ໄດ້ເຂົ້າ 350-400 ກິໂລຕໍ່ ຄົນ, ຕໍ່ປີ ແລະຕ້ອງສູ້ຊົນແກ້ໄຂໃຫ້ ໄດ້ໂດຍພື້ນຖານກ່ຽວກັບຄວາມຕ້ອງການພືດຜັກສົດ 90-100 ກິໂລຕໍ່ຄົນ, ຕໍ່ປີ, ໝາກໄມ້ສົດ 40-50 ກິໂລຕໍ່ຄົນ, ຕໍ່ປີ, ສຳລັບທາດ ຊີ້ນ,ປາ,ໄຂ່ 55,5 ກິໂລຕໍ່ຄົນ, ຕໍ່ ປີ ແລະພ້ອມດຽວກັນນັ້ນຈະຕ້ອງ ສູ້ຊົນເຮັດໃຫ້ລະດັບການຂະ ຫຍາຍຕົວຂອງຝູງສັດໃຫ້ບັນລຸໄດ້ 35% ຕໍ່ປີ.
ສຳລັບຜົນຂອງການຈັດຕັ້ງ ປະຕິບັດ ໂຄງການຄ້ຳປະກັນສະ ບຽງອາຫານ ແລະໂຄງການສົ່ງ ເສີມການຜະລິດເປັນສິນຄ້າຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການຜະລິດເຂົ້າ ແລະສັດ ມາຮອດ ປະຈຸບັນການປູກເຂົ້າອິນຊີແມ່ນມີ 10 ກຸ່ມ, 583 ຄອບຄົວໃນນີ້ເມືອງ ສັງທອງເຂົ້າຮ່ວມໂຄງການສາ ມາດປູກໄດ້ 870 ເຮັກຕາ,ໃນນັ້ນ ໄດ້ຜ່ານການກວດກາຢັ້ງຢືນຈາກ ກົມປູກຝັງມີ 284 ຄອບຄົວ, ເນື້ອ ທີ່ 396,6 ເຮັກຕາ ແລະຜົນຜະລິດ 1.7 68,83 ໂຕນ, ສ່ວນການ ປູກພືດຜັກອິນຊີແມ່ນມີເນື້ອທີ່ ການຜະລິດ 176,9 ເຮັກຕາ ແລະ ໄດ້ປະຕິບັດຢູ່ໃນ 6 ເມືອງຄື: ເມືອງຫາດຊາຍຟອງ, ໄຊເສດຖາ, ສີໂຄດຕະບອງ, ນາຊາຍທອງ, ໄຊທານີ ແລະເມືອງປາກງື່ມ, ປະຈຸ ບັນມີຄອບຄົວປູກພືດຜັກ ແລະໄມ້ ກິນໝາກອິນຊີຈຳນວນ 17 ກຸ່ມ, ມີ 313 ຄອບຄົວ ແລະສາມາດ ຜະລິດພືດຜັກກິນໃບ, ກິນຫົວ, ກິນໝາກ, ຜັກກິນດອກ ແລະໝາກໄມ້ ຈຳນວນໜຶ່ງ.
ທີ່ມາ: www.sedthakid.la/

No comments