ສາລະວັນ ປະກາດກົງຈັກການຈັດຕັ້ງ
ວັນທີ 29 ກໍລະກົດຜ່ານມາ ແຂວງສາລະວັນ ໄດ້ຈັດພິທີປະກາດ ກົງຈັກການຈັດຕັ້ງອົງການປົກຄອງ ແຂວງ ຂຶ້ນທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆ
ສາລະວັນໃຫ້ກຽດເຂົ້າຮ່ວມມີຄະນະ ປະຈຳພັກແຂວງ, ກຳມະການພັກ ແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ ໃນ 8 ຕົວເມືອງ ຄະນະພະແນກ, ພະ ນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມ.
ທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະ ຈັດຕັ້ງ ຂອງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ທ່ານ ບົວທອງ ຄຸນຍອດປັນຍາ, ທ່ານ ພູທົງ ຄຳມະ ນີວົງ ແລະທ່ານ ວິຊຽນ ນະວິກຸນ ເປັນ ຮອງເຈົ້າແຂວງສາລະວັນ.
ພ້ອມນີ້ກໍແຕ່ງຕັ້ງຫົວໜ້າພະແນກ ການ, ອົງການທຽບເທົ່າອ້ອມຂ້າງ ແຂວງ ແລະແຕ່ງຕັ້ງຮອງຫົວໜ້າພະ ແນກ ແລະຮອງອົງການທຽບເທົ່າ ຕ່າງໆ ເຊັ່ນແຕ່ງຕັ້ງ ທ່ານ ວິລະຄອນ ມະນີບົດ, ທ່ານ ສຳລີ ໂພທິສານ, ທ່ານ ອູ່ທອງ ມູນລາສີ ເປັນຮອງຫົວ ໜ້າຫ້ອງວ່າການປົກຄອງແຂວງ, ແຕ່ງຕັ້ງ ທ່ານ ຫົງແກ້ວ ມາລີຈັນສີ ແລະທ່ານ ໜູຊວນ ພົງສະຫວັນ ເປັນ ຮອງຫົວໜ້າພະແນກການເງິນແຂວງ, ແຕ່ງຕັ້ງ ທ່ານ ບົວແພງເພັດ ໂພໄຊ, ທ່ານ ສີທະນົນໄຊ ນິນສຸລິຍະວົງ ແລະ ທ່ານ ບຸນຖຽນ ພົມມະວົງສີ ເປັນຮອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ແຕ່ງຕັ້ງ ທ່ານ ສຸລິດ ສີລິມະໂນທຳ ເປັນປະທານກຳມະບານ ແລະທ່ານ ຈິດຕະກອນ ສາຍສະໝຸດ ເປັນຮອງປະທານກຳມະບານ, ແຕ່ງ ຕັ້ງ ທ່ານ ບຸນລອດ ຈັນທະຈອນ, ທ່ານ ກອງເລ ວໍລະວົງ ແລະທ່ານ ຄຳຜ່ານ ສີລາວີ ເປັນຮອງຫົວໜ້າພະແນກກະ ສິກຳ ແລະປ່າໄມ້, ແຕ່ງຕັ້ງ ທ່ານ ສົມພອນ ແກ້ວມະນີ, ທ່ານ ສິງທອງ ສີ ຫາວົງ ແລະທ່ານ ບຸນທຶງ ລິນທະສອນ ເປັນຮອງຫົວໜ້າພະແນກຍຸຕິທຳ ແຂວງ, ແຕ່ງຕັ້ງ
ທ່ານ ເພັດສະໝອນ ພາສີ ເປັນຮອງຫົວ ໜ້າຄະນະຈັດຕັ້ງແຂວງ, ແຕ່ງຕັ້ງ ທ່ານ ກະເສີມສຸກ ວົງສຸດທິ, ທ່ານ ອາຄົມ ລ່ຳ ວິຈິດ, ທ່ານ ຄຳຄ້າຍ ຄຳສິງສະຫວັດ ແລະທ່ານ ນາງ ບຸນໂຮມ ໂງ່ນກະເສີມ ສຸກ ເປັນຮອງຫົວໜ້າພະແນກສາທາລະ ນະສຸກ, ແຕ່ງຕັ້ງ ທ່ານ ນາງ ກົງສິດ ອຸ່ນ ຈິດ ເປັນຜູ້ອຳນວຍການໂຮງໝໍແຂວງ ສາລະວັນ, ແຕ່ງຕັ້ງ ທ່ານ ສົມໝາຍ ແກ້ວມະນີ, ທ່ານ ວັນທອງ ບຸນວິໄລ ເປັນຮອງຜູ້ອຳນວຍການໂຮງໝໍແຂວງ, ແຕ່ງຕັ້ງ ທ່ານ ບົວໄລ ໄຊຍະບັນຫາ, ທ່ານ ວັດທະນາ ໜັ້ນວິໄລ ແລະທ່ານ ນາງທອງໃບ ໄຊຍະສານ ເປັນຮອງຫົວ ໜ້າພະແນກສຶກສາທິການ ແລະກີລາ ແຂວງ, ແຕ່ງຕັ້ງ ທ່ານ ວິເສດ ສຸລິຍະ ວົງສາ ເປັນຮອງຫົວໜ້າພະແນກການ ຕ່າງປະເທດ, ແຕ່ງຕັ້ງ ທ່ານ ສຸດດາໄລ ອິນດາວົງ ເປັນຫົວໜ້າພະແນກແຮງງານ ແລະສະຫວັດດີການແຂວງ, ແຕ່ງຕັ້ງ ທ່ານ ຄຳໝອນ ແກ້ວບັດຈິດ ແລະທ່ານ ກັດສະປະ ວຸດທິຈັນທິເດດ ເປັນຮອງຫົວ ໜ້າພະແນກໄປສະນີໂທລະຄົມ ແລະ ການສື່ສານແຂວງ
ນອກນີ້ ຍັງໄດ້ຍົກຍ້າຍ ທ່ານ ຄຳ ບອນ ອິນທິລາດ ຜູ້ອຳນວຍການວິທະຍາ ໄລຄູສາລະວັນ ໄປເປັນຮອງຫົວໜ້າຄະ ນະໂຄສະນາອົບຮົມແຂວງ, ຍົກຍ້າຍ ທ່ານ ສົມຈິດ ເພັງສຸວັນນະວົງ ຮອງຜູ້ ອຳນວຍການວິທະຍາໄລຄູສາລະວັນໄປ ເປັນຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ຍົກກຍ້າຍ ທ່ານ ໜູ ຕຽມ ຄຳປະເສີດ ຮອງຫົວໜ້າໂຄສະນາ ອົບຮົມແຂວງ, ໄປເປັນຮອງຫົວໜ້າພະ ແນກການການຕ່າງປະເທດ, ຍົກຍ້າຍ ທ່ານ ຄຳໃບ ສີເມືອງຄຸນ ຮອງຫົວໜ້າ ພະແນກຊັບພະຍະກອນທຳມະຊາດ ແລະ ສິ່ງແວດລ້ອມ ໄປເປັນຮອງຫົວໜ້າພະ ແນກແຮງງານ ແລະສະຫວັດດີການ ແຂວງ, ຍົກຍ້າຍ ທ່ານ ສົມຄິດ ແສນທະວີ ພະນັກງານຫ້ອງວ່າການປົກຄອງ ແຂວງ ໄປເປັນຮອງຫົວໜ້າພະແນກໄປສະນີໂທລະຄົມ ແລະການສື່ສານແຂວງ, ຍົກຍ້າຍ ທ່ານ ສຸລິດ ສຸລິວົງ ຮອງຫົວ ໜ້າພະແນກສຶກສາທິການ ແລະກີລາ ແຂວງ ໄປເປັນຜູ້ອຳນວຍການວິທະຍາ ໄລຄູສາລະວັນ, ຍົກກຍ້າຍ ທ່ານ ທອງ ໃສ ສົນລະສີ ຮອງຫົວໜ້າພະແນກວິທະ ຍາສາດ ແລະເຕັກໂນໂລຊີໄປເປັນຮອງ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະສິ່ງແວດລ້ອມ, ຍົກຍ້າຍ ທ່ານ ສັກດາ ແກ້ວດວງສີ ຫົວໜ້າຂະແໜງປ່າ ໄມ້ພະແນກກະສິກຳ-ປ່າໄມ້ແຂວງໄປ ເປັນຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ.
ໂອກາດນີ້ ທ່ານເຈົ້າແຂວງສາລະ ວັນກໍໄດ້ໃຫ້ກຽດໂອລົມຕໍ່ພະນັກງານ ການນຳຂອງແຂວງ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງໜ້າທີ່ວຽກງານກໍຄືການປັບປຸງກົງຈັກການຈັດຕັ້ງຊຸດນີ້ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ວຽກງານແຕ່ລະ ດ້ານໃຫ້ເດີນແມ່ນແລ່ນສະດວກ.
ທີ່ມາ: www.sedthakid.la/

No comments