ປະທານເຟີນິເຈີອາຊຽນຢ້ຽມຢາມ ບໍລິສັດເຄແອນບີ
ວັນທີ 17 ມິຖຸນາຜ່ານມາ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີ ລາວ, ທັງເປັນເຈົ້າຂອງບໍລິສັດ K&B ເຟີນິເຈີ, ໄດ້ຕ້ອນຮັບການມາຢ້ຽມຢາມຂອງທ່ານ
sunny Ter Soon Peng ປະທານສະ ມາຄົມເຟີນິເຈີອາຊຽນ ແລະທ່ານ Jerry Tan ປະທານສະມາຄົມ ເຟີນິເຈີປະເທດສິງກະໂປພ້ອມ ດ້ວຍຄະນະທີ່ໄດ້ເຂົ້າຊົມເຄື່ອງເຟີນິເຈີຂອງບໍລິສັດຢູ່ບ້ານໂສກປ່າ ຫຼວງ ເມືອງສີສັດຕະນາກ ນະ ຄອນຫຼວງວຽງຈັນ.
ໂອກາດນີ້ ທ່ານ ກອງມາລາ ພົມມາໄລ ກໍໄດ້ລາຍງານກ່ຽວກັບສະພາບຕະຫຼາດເຟີນິເຈີ ແລະການຜະລິດເຟີນິເຈີເຈົ້າຂອງບໍລິສັດ ໂດຍລະບຸວ່າ: ສປປ ລາວ ກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ຖືວ່າ ເປັນສັນຍານອັນດີໃຫ້ກັບກິດຈະການຫຼາຍດ້ານໂດຍສະເພາະແມ່ນສິນຄ້າເຟີນິເຈີທີ່ຍັງມີຄວາມຕ້ອງການຫຼາຍຈາກປະເທດເພື່ອນບ້ານເພື່ອນຳໄປຕົກແຕ່ງບ້ານ ຫຼື ແປຮູບໃຫ້ເປັນສິນຄ້າ ທີ່ມີມູນຄ່າສູງຕາມຄວາມເໝາະ ສົມ, ນອກນັ້ນເຫັນວ່າຕະຫຼາດຊື້ ຂາຍເຄື່ອງເຟີນິເຈີທີ່ມີຄຸນນະພາບລະດັບກາງໃນປີ 2016 ແມ່ນມີການເພີ່ມຂຶ້ນສູງເກື່ອບທົບເຄິ່ງຖ້າທຽບໃສ່ປີຜ່ານມາ ທັງນີ້ ກໍຍ້ອນວ່າ ປະເທດເຮົາໄດ້ມີການພັດທະນາ ຂຶ້ນ ແລະມີລູກຄ້າຫຼາຍຂຶ້ນນັ້ນບໍ່ ແມ່ນວ່າຈະເອົາໄມ້ທີ່ມີຄຸນນະ ພາບຕ່ຳມາຜະລິດ, ເຮົາຕ້ອງໄດ້ ເລືອກໄມ້ທີ່ມີຄຸນນະພາບດີເຂົ້າ ມາຜະລິດເປັນຕົ້ນແມ່ນໄມ້ສັກ, ໄມ້ແຄນ, ໄມ້ດູ່ ແລະໄມ້ອື່ນໆເພື່ອ ເປັນການປັບປຸງໃນເລື່ອງຄຸນນະ ພາບຂອງຜະລິດຕະພັນໃຫ້ດີຂຶ້ນ ກວ່າເກົ່າ ແລະສາມາດຢືດການ ໃຊ້ງານຂອງຜະລິດຕະພັນທີ່ເຮັດຂຶ້ນມາໄດ້ຫຼາຍປີ ເພື່ອໃຫ້ລູກຄ້າ ມີຄວາມໝັ້ນໃຈ ແລະເຂົ້າມາໃຊ້ບໍ ລິການຫຼາຍຂຶ້ນ.
ທ່ານ ກອງມາລາ ພົມມາໄລ ເປີດເຜີຍອີກວ່າ: ບໍລິສັດ K&B ເຟີນິເຈີຂອງພວກເຮົານອກຈາກນຳເອົາໄມ້ທີ່ມີຄຸນນະພາບເຂົ້າມາ ເສີມແລ້ວການປັບປຸງສີມືຊ່າງທີ່ ເປັນຄົນລາວກໍ່ມີສ່ວນເຮັດໃຫ້ຜະລິດຕະພັນອອກມາດີ ແລະສີມືຊາງ ເຟີນິເຈີລາວກໍມີການພັດທະນາ ແລະມີຄວາມກ້າວໜ້າຂຶ້ນເມື່ອ ເວົ້າເຖິງການຈຳໜ່າຍຜະລິດຕະ ພັນເຟີນິເຈີແລ້ວແມ່ນຜະລິດເກືອບ ບໍ່ທັນກັບຄວາມຕ້ອງການຂອງ ຕະຫຼາດພາຍໃນ ແລະຕ່າງປະເທດ, ເນື່ອງຈາກວ່ານາຍຊ່າງທີ່ທຳການຜະລິດ, ຕ້ອງຜະລິດລະມັດລະວັງເພາະວ່າເຮົາຕ້ອງໃຊ້ເວ ລາໃນການແກະສະຫຼັກ, ຄັວດລາຍເພື່ອໃຫ້ຖືກຕ້ອງ ແລະສອດຄ່ອງກັບປະເພນີຂອງລາວແລະ ຕາມຍົກສະໄໝໃໝ່.
ໂອກາດດຽວກັນນີ້ທ່ານ sunny Ter Soon Peng ປະທານ ສະມາຄົມເຟີນິເຈີອາຊຽນກໍ່ໄດ້ໃຫ້ ຄຳຄິດເຫັນວ່າ: ການມາຢ້ຽມຢາມໃນຄັ້ງນີ້ແມ່ນຄັ້ງທຳອິດທີ່ ໄດ້ມາເຫັນ ແລະຊົມເຄື່ອງເຟີນິເຈີທີ່ທຳການຜະລິດລວດລາຍທີ່ເປັນ ເອກະລັກສະເພາະຈາກນາຍຊ່າງ ສີມືຂອງຄົນລາວແທ້ໆຖືວ່າເປັນມິດໝາຍອັນດີລະຫວ່າງເຟີນິເຈີ ລາວ ແ ລະສາມາຄົມເຟີເຈີອາຊຽນດ້ວຍກັນ, ນອກຈາກນັ້ນທ່ານປະ ທານສະມາຄົມເຟີນີເຈີອາຊຽນ ຍັງໄດ້ກ່າວຕື່ມວ່າ: ສປປ ລາວແມ່ນເປັນປະເທດທີ່ໄດ້ປຽບທາງ ດ້ານທີ່ຕັ້ງ ແລະມີທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທຳ ມະຊາດເຊັ່ນ: ທີ່ດິນ, ແຮ່ທາດ, ແຫຼ່ງນ້ຳ ແລະປ່າໄມ້ເພື່ອນຳເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ແລະເໝາະສົມທາງດ້ານການ ຄ້າ, ການລົງທຶນແລະໃນນາມສ່ວນຕົວກໍ່ຢາກມາລົງທຶນຮ່ວມ ກັບຄົນລາວໃນອະນາຄົດ.
ທີ່ມາ: www.sedthakid.la/

No comments