6 ເດືອນຕົ້ນປີຄຳມ່ວນປະກາດຮັບຮອງ 41 ບ້ານພັດທະນາ
ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງພັດທະມາຊົນນະບົດຮອບດ້ານ 6 ເດືອນ ຕົ້ນປີແມ່ນໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2016 ຢູ່ທີ່ຫ້ອງວ່າການປົກຄອງແຂວງ
ໂດຍການເປັນປະທານຂອງທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ, ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານ, ເຂົ້າຮ່ວມມີທ່ານ ປ/ອ ກອງແກ້ວ ວົງປະເສີດ ຫົວໜ້າກົມພັດທະນາຊົນນະບົດຂັ້ນສູນກາງ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ແກ້ວລະຄອນ ວໍລະສານ ຮັກສາການຫົວໜ້າຫ້ອງການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກແຂວງໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວຊີ້ນຳໆພາວຽກງານຕ່າງໆໃນໄລຍະຜ່ານມາ ໂດຍສະເພາະແມ່ນການຖືເອົາການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບການຈັດຕັ້ງດຳເນີນຊີວິດການເມືອງຢ່າງເປັນປົກກະຕິ, ປັບປຸງໃຫ້ເປັນລະບົບເອກະພາບຕາມ 5 ໜ່ວຍງານ, ປັບປຸງບັນດາບ້ານ ໂດຍແມ່ນເລຂາໜ່ວຍພັກຄວບຕຳແໜ່ງນາຍບ້ານເປັນຕົ້ນແມ່ນບ້ານທີ່ເຮັດທົດລອງ 3 ສ້າງ, ບ້ານທີ່ເປັນເປົ້າໝາຍສືບຕໍ່ຜັນຂະຫຍາຍວຽກງານ 3 ສ້າງ ແລະບ້ານພັດທະນາໄດ້ເຮັດໃຫ້ລະບົບການນຳພາຂອງພັກທົ່ວເຖິງລະບົບການບໍລິຫານຄຸ້ມຄອງລັດມີຄວາມເຂັ້ມແຂງ, ຂະບວນ ການສ້າງບ້ານພັດທະນາແມ່ນໄດ້ເອົາໃຈໃສ່ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວ ເມືອງນ້ອຍຢູ່ຊົນນະບົດ, ການແກ້ໄຂຄວາມທຸກຍາກໄດ້ມີຂະບວນຟົດຟື້ນ ໄລຍະ 6 ເດືອນຜ່ານມາສາມາດປະກາດບ້ານພັດທະນາເພີ່ມຂຶ້ນຕື່ມ 41 ບ້ານ, ເທົ່າກັບ 7,08%, ມີຄອບຄົວພັດທະນາເພີ່ມຂຶ້ນ 3.889 ຄອບຄົວ, ມາຮອດປະຈຸບັນແຂວງຄຳມ່ວນມີບ້ານພັດທະນາແລ້ວ 396 ບ້ານ, ເທົ່າກັບ 68,39% ມີຄອບຄົວພັດທະນາ 56.441 ຄອບຄົວ, ເທົ່າກັບ 74,26% ບ້ານທຸກຍາກຍັງເຫຼືອ 12 ບ້ານເທົ່າກັບ 2,06% ຄອບຄົວທຸກຍາກຍັງເຫຼືອ 1.151 ຄອບຄົວ, ເທົ່າກັບ 1,53% ແລະສາມາດປະກາດເມືອງບົວລະພາເປັນ ເມືອງພົ້ນທຸກຂອງແຂວງໃນວັນທີ 13 ພຶດສະພາ 2016 ດ້ານການຈັດຕັ້ງປະຕິບັດວຽກງານ 3 ສ້າງແມ່ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງ, ໃນ 4 ດ້ານ ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ ແລະການຈັດຕັ້ງ, ດ້ານເສດຖະກິດ, ດ້ານວັດທະນະທຳ-ສັງຄົມ ແລະດ້ານວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືໃນການວາງທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະສືບຕໍ່ຈັດຕັ້ງປະຕິບັດມາດຕະການຍຸດທະສາດຫັນລົງຮາກຖານຢ່າງແຂງແຮງສຸ່ມໃສ່ສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ສືບຕໍ່ສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກຂອງບ້ານຕໍ່າກວ່າ 2% ຂອງຈຳນວນບ້ານໃນທົ່ວແຂວງ, ອັດຕາຄອບຄົວທຸກຍາກຕໍ່າກວ່າ 1% ຂອງຈຳນວນຄອບຄົວ, ທັງໝົດ, ສູ້ຊົນສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ໄດ້ 70% ຂອງຈຳນວນບ້ານທັງໝົດ, ສ້າງບ້ານໃຫຍ່ໃຫ້ກາຍເປັນໃຈກາງທາງດ້ານເສດຖະກິດ-ສັງຄົມ ແລະເປັນຕົວເມືອງນ້ອຍຢູ່ຊົນນະບົດໃຫ້ ໄດ້ປະເມີນ 1-2 ບ້ານໃນທົ່ວແຂວງ.
ທີ່ມາ: www.sedthakid.la/

No comments