ເຫັນດີກັບຮ່າງສັນຍາວ່າດ້ວຍສຸສານລະນຶກເຖິງວິລະກຳຈີນ
ວັນທີ 8 ກັນຍາ 2016 ທີ່ໂຮງແຮມອ່າງຄໍານະຄອນຫຼວງ ໄດ້ມີກອງປະຊຸມພົບປະ 2 ຝ່າຍລະຫວ່າງ ທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງ ຮສສ ຕາງໜ້າໃຫ້ຄະນະຜູ້ແທນຂັ້ນສູງກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ຂອງລາວ
ແລະທ່ານ ໂຕ່ ຢຸ ເຜ່ ຮອງ ລັດຖະມົນຕີກະຊວງກິດຈະການພົນລະເຮືອນຕາງໜ້າໃຫ້ຄະນະຜູ້ແທນຂັ້ນສູງ ກະຊວງກິດຈະການ ພົນລະເຮືອນ ແຫ່ງ ສປ ຈີນ ໃນການປຶກສາຫາລືກ່ຽວກັບວຽກງານຊອກຄົ້ນ, ບຸລະນະ ແລະປົກປັກຮັກສາສຸສານລະນຶກເຖິງວິລະ ກຳ ຈີນ ຢູ່ ສປປ ລາວ.
ໃນການພົບປະດັ່ງກ່າວ 2 ຝ່າຍ ໄດ້ຜັນປ່ຽນກັນສະເໜີຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຊອກຄົ້ນ, ບູລະນະ ແລະປົກປັກຮັກສາສຸສານລະນຶກເຖິງວິລະກຳ ຈີນ ຢູ່ ສປປ ລາວ ໂດຍໄດ້ລົງ ເລິກປຶກສາຫາລື, ການວາງແຜນ, ການຈັດຕັ້ງປະຕິບັດໃນໄລຍະຕໍ່ ໜ້າໃຫ້ສຳເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້, ນອກນັ້ນທັງ 2 ຝ່າຍຍັງໄດ້ເຫັນດີເນື້ອໃນຮ່າງສັນຍາວ່າດ້ວຍການບູລະນະ ແລະປົກປັກຮັກສາສຸສານທີ່ລະນຶກເຖິງວິລະກຳຈີນຢູ່ລາວ ແລະໄດ້ລົງນາມ ຮ່ວມມືກັນໃນການຂະຫຍາຍເນື້ອທີ່ສຸສານຈີນ ຈຳນວນ 3 ແຫ່ງຢູ່ພາກເໜືອຂອງລາວເຊັ່ນ: ເມືອງໄຊ, ເມືອງນາໝໍ້, ແຂວງອຸດົມໄຊ ແລະແປກ ແຂວງຊຽງຂວາງ.
ທີ່ມາ: www.sedthakid.la/

No comments