ເອີຣົບຊ່ວຍເຫລືອ ສປປ ລາວ ສະເລ່ຍ 70 ລ້ານເອີໂຣຕໍ່ປີ
ຂປລ. ໃນວັນທີ 16 ກັນຍາ 2016, ກົມເສດຖະກິດ ກະຊວງການຕ່າງປະເທດ ຮ່ວມມືກັບສຳ ນັກງານຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ ຈັດສຳມະນາເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເວທີກອງປະຊຸມອາຊີ-ເອີຣົບ (ອາເຊັມ) ແລະ ບົດບາດ ຂອງ ສປປ ລາວ ແລະ ສະຫະພາບເອີ ຣົບ ໃນຂະບວນການອາເຊັມ ສຳລັບພະນັກງານ ແລະ ນັກສຶກສາຂອງວິທະຍາໄລສ້າງຄູສະຫວັນນະເຂດ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ສົງການ ຫລວງມຸນິນທອນ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ທ່ານ ລີອ໋ອນ ຟາແບກ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງຂອງສະຫະ ພາບເອີຣົບ ປະຈຳ ສປປ ລາວ ພ້ອມບັນດານັນກຮຽນສຶກສາຈໍານວນຫລາຍ.
ກອງປະຊຸມສຳມະນາດັ່ງກ່າວແມ່ນໜຶ່ງໃນບັນດາຫລາຍກິດຈະກຳ ທີ່ຈັດຂຶ້ນໃນປີນີ້ ເພື່ອສະເຫລີມ ສະຫລອງຄົບຮອບ 20 ປີການສ້າງຕັ້ງອາເຊັມ ພາຍໃຕ້ຄຳຂັວນ '' 20 ປີ ຂອງອາເຊັມ ການຮ່ວມມືເພື່ອອະນາຄົດໂດຍຜ່ານການເຊື່ອມສານ''. ບັນດາກິດຈະກຳຕ່າງໆ ໂດຍມີເປົ້າໝາຍຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມສຳຄັນຂອງອາເຊັມ, ບົດບາດ ແລະ ຜົນສຳເລັດຂອງເວທີນີ້ຕະຫລອດຮອດບົດ ບາດຂອງ ສປປ ລາວ ແລະ ສະຫະພາບເອີຣົບ ນັບແຕ່ທັງສອງພາກສ່ວນໄດ້ເຂົ້າເປັນສະມາຊິກ ຂອງເວ ທີອາເຊັມ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ພາລະບົດບາດຂອງກົມເສດຖະກິດ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສປປ ລາວ ໃນລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ, ໂຄງສ້າງ ແລະ ວິທີດຳເດີນງານຂອງອາເຊັມ, ບົດບາດຂອງສປປລາວ ແລະ ສະຫະພາບເອີຣົບ ໃນເວທີອາເຊັມ. ອາເຊັມ ໄດ້ສະໜອງເວທີອັນມີເອກະລັກສະເພາະເພື່ອເຮັດໃຫ້ອາຊີ ແລະ ເອີຣົບ ໃກ້ຊິດກັນຍິ່ງຂຶ້ນໂດຍສະເພາະຂອບຫລາຍບັນຫາສຳຄັນ ຕໍ່ສາກົນ ບໍ່ວ່າຈະເປັນການຟື້ນຟູ ການເຕີບໂຕທາງດ້ານເສດຖະ ກິດຂອງໂລກ, ບັນຫາການປ່ຽນແປງ ດິນຟ້າອາກາດ ຫລື ວາລະແຫ່ງການພັດທະນາ ພາຍຫລັງປີ 2015. ນັບແຕ່ປີ 1996 ເປັນຕົ້ນມາ ອາເຊັມໄດ້ກາຍເປັນເວທີແຫ່ງການປຶກສາຫາລື ແລະ ການຮ່ວມມືທີ່ສຳຄັນ ລະຫວ່າງເອີຣົບ ແລະ ອາຊີ ໂດຍມີຈຳນວນປະເທດສະມາຊິກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນປັດຈຸບັນ ອາເຊັມ ມີ 53 ຄູ່ຮ່ວມ(ປະເທດສະມາຊິກ) ຫລາຍກ່ວາເຄິ່ງໜຶ່ງຂອງ ຈຳນວນສະມາຊິກ 26 ຄູ່ຮ່ວມ ຖ້າຮວມກັນແລ້ວ ຈະມີ GDP ກວມເອົາປະມານ 60% ຂອງ GDP ໂລກ ແລະ ມີປະຊາກອນຫລາຍກ່ວາ 60% ຂອງປະຊາກອນໂລກ. ນອກຈາກນີ້, ອາເຊັມຍັງໄດ້ສະ ໜອງເວທີ ທີ່ໝັ້ນຄົງສຳລັບການຮ່ວມມື ເພື່ອສົ່ງເສີມໃຫ້ມີການ ປຶກສາຫາລືດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ຮວມທັງການປະສານງານ ແລະ ອື່ນໆທີ່ມີຜົນປະໂຫຍດຮ່ວມກັນ.
ສປປ ລາວ ພວມມີບົດບາດສູງຂຶ້ນ ໃນຂອບເວທີຮ່ວມມື ລະຫວ່າງສອງພາກພື້ນນີ້ ແລະ ໄດ້ຮັບກຽດເປັນເຈົ້າພາບ ກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ຢ່າງປະສົມຜົນສຳເລັດອັນຈົບງາມ. ສະຫະພາບເອີຣົບ ແມ່ນໜຶ່ງໃນບັນດາ ຄູ່ຮ່ວມມືດ້ານການພັດທະນາ ລາຍໃຫຍ່ທີ່ສຸດຂອງ ສປປ ລາວ ທີ່ໄດ້ສະໜອງການ ຊ່ວຍເຫລືອລ້າ ເພື່ອການຮ່ວມມືດ້ານພັດທະນາ ແລະ ການຊ່ວຍເຫລືອດ້ານມະນຸດສະທຳ. ສຳລັບປີ 2014 - 2020 ມີມູນຄ່າ 207 ລ້ານເອີໂຣ ໄດ້ສຸມໃສ່ຂະແໜງ ໂພຊະນາການ, ການສຶກສາ ແລະ ການປົກຄອງ. ນອກນີ້, ຍັງສືບຕໍ່ຊ່ວຍເຫລືອຂະແໜງເກັບກູ້ລະເບີດ, ບົດບາດຍິງຊາຍ ແລະ ການປ່ຽນແປງດິນຟ້າອາກາດ. ນັບແຕ່ປີ 2016 ເປັນຕົ້ນໄປ, ບັນດາຄູ່ຮ່ວມພັດທະນາເອີຣົບເຊິ່ງປະກອບມີ ສະຫະພາບເອີຣົບ, ປະເທດສະມາຊິກສະຫະພາບເອີຣົບ ແລະ ປະເທດສະວິດເຊີແລນ ຈະໄດ້ ປະສານຮ່ວມມື ກັນໃກ້ຊິດຍິ່ງຂຶ້ນ ກ່ຽວກັບການຮ່ວມມືດ້ານພັດທະນາ ໃນ ສປປ ລາວ ໂດຍຜ່ານແຜນງານຮ່ວມມືຂອງເອີຣົບ 2016-2020 (European Joint Programming (2016-2020) ເຊິ່ງໄດ້ວາງວິໄສທັດ, ບູລິມະສິດ, ຮູບແບບການດຳເນີນງານ, ການແບ່ງປັນໜ້າວຽກ ແລະ ແຜນການຊ່ວຍເຫລືອຖ້າຮວມກັນແລ້ວ, ສະຫະພາບເອີຣົບ ແລະ ບັນດາປະເທດເອີຣົບ ແມ່ນຜູ້ໃຫ້ການຊ່ວຍເຫລືອລ້າ ດ້ານການພັດທະນາ ລາຍໃຫຍ່ອັນດັບ 4 ຂອງສປປ ລາວ ເຊິ່ງມີຍອດການຊ່ວຍເຫລືອປະມານ 70 ລ້ານເອີໂຣຕໍ່ປີ. ສະຫະພາບເອີຣົບ ເປັນຄູ່ຮ່ວມ ພັດທະນາທີ່ເຊື່ອຖືໄດ້ຂອງ ສປປ ລາວ, ສະຫະພາບເອີຣົບ ຍັງເປັນກຸ່ມຕະຫລາດ, ການຄ້າ ແລະ ເປັນຜູ້ລົງທຶນລາຍໃຫ່ຍອັນດັບໜຶ່ງໂລກ ເຊິ່ງເປັນກາລະໂອກາດອັນດີເລີດ ສຳລັບສປປ ລາວ ແລະ ພາກພື້ນດ້ວຍປະສົບການທີ່ສະຫະພາບເອີຣົບ ມີຕະຫລອດໄລຍະເກືອບ 60 ປີ ຜ່ານມາກ່ຽວກັບການເຊື່ອມໂຍງພາກພື້ນ.
ທີ່ມາ: http://kpl.gov.la/

No comments