ການເພີ່ມຂຶ້ນ ຂອງປະຊາກອນໜຸ່ມ ສ້າງໂອກາດທີ່ດີ ໃຫ້ແກ່ ສປປ ລາວ

ຂປລ. ​​ປັດຈຸບັນ, ບັນດາ​ປະ​ເທດ​ໃນ​ອາຊີ-ປາຊີ​ຟິກ ມີ​ຈຳນວນ​ປະຊາກອນ​ໃນ​ໄວ​ເຮັດ​ວຽກ​ເພີ່ມ​ຂຶ້ນ​ຫລາຍ ​ແລະ ຈຳນວນ​ເດັກ​ນ້ອຍ​ຫລຸດ​ລົງ ​ເຊິ່ງ​ເປັນ​ຜົນ​ດີຕໍ່​ກັບ​ການ​ພັດທະນາ ​ແລະ ສ້າງສາ​ປະ​ເທດ​ຊາດ ທີ່​ຈະ​ມີ​ຈຳ​ນວນ​ຄົນ​ເຮັດວຽກ​ເພີ່ມ​ຂຶ້ນ, ການ​ສະ​ສົມ​ທຶນ​ເພີ່ມ​ຂຶ້ນ ​ແລະ ການ​ຈ່າຍ​ພາສີ​ກໍ​ເພີ່ມ​ຂຶ້ນ, ຈຶ່ງ​ເປັນ​ໂອກາດ​ທີ່​ດີ​ສຳລັບ​ການ​ຂັບ​ເຄື່ອນ ການ​ພັດທະນາ​ ສປປ ລາວ ແບບ​ຍືນ​ຍົງ ​ແລະ ສາມາດ​ຫລຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ ຕາມ​ນະ​ໂຍບາຍ​ທາງ​ຍຸດ​ທະ​ສາດ​ ​ແລະ ການ​ປົກຄອງ​ທີ່​ດີ.

​ໃນ​ວັນ​ທີ 16 ກັນຍາ 2016, ທີ່ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ມີ​ກອງ​ປະຊຸມ​ດ້ານ​ວິຊາ​ການ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດ້ານ​ປະຊາກອນ ​​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານນາງ ຄາຣິນາ ອິມ​ໂມ​ເນັນ ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ ປະຈຳ ສປປ ລາວ, ທ່ານ ລີ​ເບີ ລີ່​ບົວ​ປ່າວ ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດ​ແຫ່ງ​ຊາດ ​ແລະ ທ່ານນາງ ​ເຟຣ​ເດຣິກາ ​ເມ​ເຈີ, ຜູ້​ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ກອງ​ທຶນ​ເພື່ອ​ປະຊາກອນ. ກອງ​ປະຊຸມ​ດັ່ງກ່າວ​ເພື່ອ​ປຶກສາ​ຫາລື ​ແລະ ວາງ​ແຜນການ ​ສຳລັບ​ການ​ປ່ຽນ​ແປງ​ດ້ານ​ປະຊາກອນ ​ທີ່​ກຳລັງ​ເກີດ​ຂຶ້ນ.

ທ່ານນາງ ຄາຣິນາ ອິມ​ໂມ​ເນັນ ​ກ່າວ​ໃນ​ກອງ​ປະຊຸມ​ວ່າ: ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ ສປປ ລາວ ​ເປັນ​ປະ​ເທດ​ທີ່​ມີ​ຈຳນວນ​ປະຊາກອນ​ໄວ​ໜຸ່ມ​ຫລາຍ​ທີ່​ສຸດສູງ​ເຖິງ 61% ​ເຊິ່ງ​ເປັນ​ຜົນ​ດີ​ໃຫ້​ແກ່​ການສ້າງ​ກາລະ​ໂອກາດ ​ໃນ​ການ​ສົ່ງ​ເສີມ​ການ​ເຕີບ​ໂຕ ​ແລະ ການ​ລົງທຶນ​ເພື່ອ​ອະນາ​ຄົດ. ​ເພື່ອ​ເປັນ​ການ​ກະກຽ​ມປະຊາກອນ​ ໃນ​ໄວ​​ເຮັດ​ວຽກ​ສຳລັບ​ຕະ ຫລາດ​ແຮງ​ງານ​ໃນ​ອະນາ​ຄົດ, ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ລົງທຶນ​ໃສ່​ການ​ສຶກສາ ​ແລະ ສາທາລະນະ​ສຸກ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປ່ຽນ​​ແປງ​ຈາກ​ໄວ​ຮຽນສູ່​ໄວ​ເຮັດ​ວຽກ ​ແລະ ສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ໄວ​ໜຸ່ມ​ເພື່ອ​ກິດ ຈະກຳ​ຂອງ​ສັງຄົມ. ການ​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ ​ໃນ​ໄວ​ເຮັດ​ວຽກ ​ຢູ່ ສປປ ລາວ ຄາດ​ວ່າ​ຈະ​ເພີ​່ມຂຶ້ນ​ສູງ​ເຖິງ 69% ​ໃນ​ປີ 2050, ​ແລ້ວ​ຫລັງ​ຈາກ​ນັ້ນ ​ກໍ​ຈະ​ເປັນ​ສັງຄົມ​ຂອງ​ຜູ້​ສູງ​ອາຍຸ ​ແລະ ປະຕູ​ແຫ່ງ​ໂອກາດ​ກໍ​ຈະປິດ​ລົງ. ສະ​ນັ້ນ, ​ພວກ​ເຮົາ​ຕ້ອງ​ລົງທຶນ​​ໃສ່​ໃນ​ໄວ​ໜຸ່ມ​ຢ່າງ​ເໝາະ​ສົມ ​ໂດຍ​ສະ​ເພາະ​ເດັກ​ຍິງ ​ເພື່ອ​ສ້າງ​ກຳລັງ​ແຮງ​ງານ​ທີ່​ເໝາະ​ສົມ​ສຳລັບ​ອະນາ​ຄົດ ​ແລະ ການ​ແຂ່ງຂັນ​ທາງ​ດ້ານ​ເສດຖະກິດ​ໃນ​ປະຊາ​ຄົມ​ເສ​ດຖະ​ກິດ​ອາ​ຊຽນ.

ທີ່ມາ: http://kpl.gov.la/

No comments

Theme images by compassandcamera. Powered by Blogger.