ງານວາງສະແດງສິນຄ້າຈີນ-ອາຊຽນ ອັດລົງຢ່າງເປັນທາງການ
ງານວາງສະແດງສິນ ຄ້າຈີນ-ອາຊຽນປີ 2016 ທີ່ຈັດ ຂຶ້ນລະຫວ່າງວັນທີ 11-14 ກັນ ຍາ 2016 ນີ້ໄດ້ອັດລົງດ້ວຍ ຜົນສຳເລັດ ໃນວັນທີ 14 ໂດຍ ຕະຫຼອດງານວາງສະແດງມີ ບັນດາຜູ້ຕາງໜ້າລັດຖະບານ ຈາກ 10 ປະເທດອາຊຽນ ແລະ ສປ ຈີນ, ມີລັດຖະມົນຕີຈາກ ປະເທດຕ່າງໆເຂົ້າຮ່ວມ 246 ທ່ານ ໃນນັ້ນມີ 139 ທ່ານມາຈາກ ປະເທດອາຊີຕາເວັນ ອອກສ່ຽງ ໃຕ້ ແລະ ປະເທດຄູ່ຮ່ວມອື່ນໆ ອີກ 10 ທ່ານ.
ຕິດພັນກັບການວາງສະແດງຂາຍສິນຄ້າແລ້ວຍັງໄດ້ ຈັດຫຼາຍກອງປະຊຸມປິ່ນອ້ອມ ເພື່ອສະໜັບສະໜູນເປົ້າໝາຍ ການສ້າງເສັ້ນທາງສາຍໄໝ ໃຫ້ປະສົບຜົນສຳເລັດ ທັງມອບ ການເປັນປະທານຈັດງານໃຫ້ ປະເທດບຣູໄນເປັນເຈົ້າພາບ ສຳລັບປີຕໍ່ໄປ.
ງານວາງສະແດງສິນຄ້າ ປີນີ້ຄົບຮອບ 25 ປີຂອງການ ສ້າງສາຍພົວພັນຈີນ-ອາຊຽນ ຊຶ່ງຈັດຂຶ້ນພາຍໃຕ້ຄຳຂວັນ “ການຮ່ວມກັນສ້າງເສັ້ນທາງ ສາຍໄໝແຫ່ງ ສະຕະວັດທີ 21 ເພື່ອຮ່ວມກັນສ້າງປະຊາຄົມ ຈີນ-ອາຊຽນໃຫ້ມີຄວາມໃກ້ ຊິດ ແລະ ບັນລຸເປົ້າໝາຍຮ່ວມ ກັນ” ທ່ານ ຫວັງເຫຼ ຫົວໜ້າ ກອງເລຂາງານວາງສະແດງ ສິນຄ້າຈີນ-ອາຊຽນໄດ້ກ່າວ ໃນຂະນະທີ່ຖະແຫຼງອັດພິທີໂດຍທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມເຫັນຂອງບັນດາການນຳຂອງແຕ່ລະປະເທດທີ່ລ້ວນແຕ່ໃຫ້ການສະ ໜັບສະໜູນການ ສ້າງເສັ້ນ ທາງ ສາຍໄໝແຫ່ງສະຕະວັດທີ 21 ໃຫ້ເຂົ້າສູ່ລວງເລິກ.
ໃນຕະຫຼອດງານວາງສະ ແດງສິນຄ້າຈີນ-ອາຊຽນ ຄັ້ງທີ 13 ຕິດພັນກັບການວາງສະ ແດງຂາຍສິນຄ້າແລ້ວຍັງໄດ້ ຈັດກອງປະຊຸມປິ່ນອ້ອມ 70 ກ່ວາກອງປະຊຸມເຊັ່ນ: ກອງ ປະຊຸມດ້ານທຸລະກິດ, ການຄ້າ-ການລົງທຶນ, ອາຫານ ແລະ ເຄື່ອງດື່ມ, ກອງປະຊຸມຜູ້ບໍລິໂພກ, ກອງປະຊຸມວ່າດ້ວຍຜະ ລິດຕະພັນອຸດສາຫະກຳ-ຫັດ ຖະກຳ, ກອງປະຊຸມ ເອເລັກ ໂຕຣນິກ ແລະ ອື່ນໆ. ພິເສດປີ ນີ້ໄດ້ຈັດກອງປະຊຸມການສ້າງ ເຄືອຂ່າຍທຸລະກິດລະຫວ່າງ ຈີນ-ອາຊຽນຂຶ້ນເປັນເທື່ອທຳ ອິດເປົ້າໝາຍການສ້າງເຄືອ ຂ່າຍທຸລະກິດຈີນ-ອາຊຽນ ໂດຍລວມມີຫຼາຍຂົງເຂດແຕ່ ຜ່ານການປຶກສາຫາລືໃນກອງ ປະຊຸມຕ່າງໆແມ່ນຈະສຸມໃສ່ 9 ຂະແໜງການໃຫຍ່ໆເຊັ່ນ: ການສະໜອງອຸປະກອນດ້ານ ການຜະລິດ, ເຕັກໂນໂລຊີຂໍ້ ມູນຂ່າວສານຂອງຄົນຮຸ່ນໃໝ່, ການຂົນສົ່ງລະຫວ່າງປະເທດ, ເຄື່ອງມືອຸດສາຫະກຳໃໝ່, ພະລັງງານໃໝ່, ການເງິນ ແລະ ການທ່ອງທ່ຽວ.
ໃນກອງປະຊຸມແລກປ່ຽນ ທ່ານ ຈາງເກົ່າລີ່ ຮອງນາຍົກ ລັດຖະມົນຕີ ສປ ຈີນ ໄດ້ຕີລາ ຄາສູງໃນການຮ່ວມມືສ້າງເສັ້ນ ທາງສາຍໄໝ ທັງຮຽກຮ້ອງໃຫ້ ອາຊຽນຮ່ວມກັນ ສ້າງນະໂຍ ບາຍການພົວພັນຮ່ວມມືການຄ້າ, ການລົງທຶນ, ການເງິນໃຫ້ນັບມື້ນັບເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບເປັນການ ເພີ່ມທະວີການຮ່ວມມືດ້ວຍ ຮູບແບບໃໝ່ໃຫ້ມີຄວາມຫຼາກ ຫຼາຍເປັນຕົ້ນການຮ່ວມມືດ້ານ ສະພາບແວດລ້ອມສີຂຽວ, ສົ່ງ ເສີມສຸຂະພາບ, ຄວາມກ້າວໜ້າ ດ້ານການສຶກສາ ແລະ ຄວາມ ສະຫງົບສຸກ.
ຂ່າວແຈ້ງໃຫ້ຮູ້ອີກວ່າ: ສູນວາງສະແດງສິນຄ້າສາກົນ ໜານໜິງປີນີ້ແມ່ນໄດ້ນຳໃຊ້ ພື້ນທີ່ຕົວຈິງທັງໝົດ 30 ພັນຕາ ແມັດ, ມີຫ້ອງວາງສະແດງທີ່ ສ້າງສຳເລັດໃໝ່ ແລະ ນຳໃຊ້ ເພີ່ມ 1.200 ຫ້ອງ, ເຮັດໃຫ້ປີ 2016 ທົ່ວງານວາງສະແດງມີ 5.800 ຫ້ອງຂາຍມີຈຳນວນ 2.669 ບໍລິສັດເຂົ້າຮ່ວມ ໃນ ນັ້ນລາວເຮົາມີ 63 ບໍລິສັດ ແລະ 146 ຫ້ອງຂາຍ.
ດ້ານການລົງທຶນແມ່ນ ໄດ້ປຶກສາຫາລືຜ່ານກອງປະ ຊຸມພາກອຸດສາຫະກຳຂອງອາ ຊຽນ, ກອງປະຊຸມໂຕະມົນວ່າ ດ້ວຍການພົວພັນດ້ານການລົງ ທຶນ, ດ້ານພື້ນຖານໂຄງລ່າງ ແລະ ເຄື່ອຂ່າຍທຸລະກິດກັບ ເສດຖະກິດການຄ້າຜ່ານສະ ຖານທູດຈີນໃນບັນດາປະເທດ ອາຊຽນ, ບັນດາກອງປະຊຸມ ເຫຼົ່ານີ້ລ້ວນແຕ່ແນໃສ່ສົ່ງເສີມ ສິ່ງແວດລ້ອມດ້ານການລົງ ທຶນ, ນະໂຍບາຍຕ່າງໆທີ່ແຕ່ ລະປະເທດໃຫ້ຄວາມສຳຄັນ.
ໃນພິທີຖະແຫຼງອັດກອງ ປະຊຸມທ່ານຫົວໜ້າກອງເລຂາ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມການຄ້າ-ການລົງທຶນ ຄັ້ງທີ 14 ທີ່ຈະຈັດຂຶ້ນໃນປີໜ້ານີ້ແມ່ນ ຈະເນັ້ນໃສ່ຮັດແໜ້ນ ດ້ານເສດຖະກິດ ແລະ ການຄ້າຊຸກຍູ້ໃຫ້ຜູ້ປະກອບການຈີນໄປລົງທຶນ ຢູ່ອາຊຽນ ແລະ ເຊີນຊວນບັນດານັກທຸລະກິດອາຊຽນໃຫ້ມາເຄື່ອນໄຫວຢູ່ໃນ ສປ ຈີນ ໃຫ້ ຫຼາຍຂຶ້ນ, ສ້າງສະພາບແວດ ລ້ອມດ້ານທຸລະກິດໃຫ້ກ້າວສູ່ ລະດັບໃໝ່ ເຊິ່ງທັງໝົດນີ້ຈະນຳເຂົ້າປຶກສາຫາລືໃນກອງປະຊຸມໂຕະມົນປີ 2017 ຊຶ່ງ ແມ່ນປະເທດບຣູໄນເປັນເຈົ້າພາບ.
ທີ່ມາ: www.pasaxon.org.la

No comments