ສາມເສົາຄ້ຳປະຊາຄົມອາຊຽນ ຄວາມເຂັ້ມແຂງຂອງພາກພື້ນທີ່ຍືນຍົງ

ໂອກາດທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ພ້ອມກັບບັນດາ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນຕົ້ນເດືອນກັນຍາ 2016 ຜ່ານມາ ພາຍໃຕ້ຄຳຂວັນ “ຫັນວິໄສທັດໃຫ້ເປັນຮູບປະທຳເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ຊຶ່ງລາວເຮົາໄດ້ປະສົບຜົນສຳເລັດຢ່າງດີໃນການຈັດຕັ້ງກອງ ປະຊຸມດັ່ງກ່າວ ຕະຫຼອດຮອດ ການຮ່ວມກັນຈັດຕັ້ງປະຕິບັດ ສາມເສົາຄ້ຳອາຊຽນ ແລະ ວິ ໄສທັດປະຊາຄົມອາຊຽນປີ 2025 ຊຶ່ງຖືເປັນການປະກອບ ສ່ວນຢ່າງຕັ້ງໜ້າໃຫ້ 10 ປະ ເທດສະມາຊິກມີຄວາມເຂົ້າໃຈ ແລະ ເຫັນພ້ອມໃນການປະຕິ ບັດບັນດາຖະແຫຼງການແຜນ ແມ່ບົດ ແລະ ອີກຫຼາຍເອກະສານທີ່ສຳຄັນ ເພື່ອພັດທະນາ ປະຊາຄົມອາຊຽນ ໃຫ້ມີຄວາມ ເຂັ້ມແຂງຮອບດ້ານ.
ເພື່ອຢັ້ງຢືນເຖິງຜົນສຳ ເລັດຂອງກອງປະຊຸມທີ່ມີ ຄວາມໝາຍ - ຄວາມສຳຄັນ ລວມທັງເປັນການແຈ້ງໃຫ້ສັງ ຄົມຮັບຮູ້ ແລະ ເຂົ້າໃຈເລິກ ເຊິ່ງເຖິງຜົນປະໂຫຍດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານ ອາຊຽນ ແລະ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 28,29 ຜ່ານມາ, ວັນທີ 13 ກັນຍາ 2016 ຢູ່ທີ່ ສະຖານີໂທລະພາບແຫ່ງຊາດ ລາວ ບັນດາລັດຖະມົນຕີກ່ຽວ ຂ້ອງວຽກງານສາມເສົາຄ້ຳອາ ຊຽນຂອງ ສປປ ລາວ ປະກອບ ມີທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງ ປະເທດ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບໍ່ແສງຄຳ ວົງດາ ລາ ລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ຊຶ່ງບັນດາລັດຖະມົນ ຕີໄດ້ອະທິບາຍເຖິງບົດບາດ ແລະ ພາລະໜ້າທີ່ໃນການປະ ສານສົມທົບການກະກຽມທຸກ ຂັ້ນຕອນໃນການເປັນເຈົ້າພາບ ກອງປະຊຸມສຸດຍອດຄັ້ງນີ້ ໂດຍ ກະຊວງການຕ່າງປະເທດ ໃນຖານະເປັນປະທານເສົາຄ້ຳ ການເມືອງ - ຄວາມໝັ້ນຄົງໄດ້ ສຸມທຸກກຳລັງເຂົ້າໃນການກະ ກຽມ ແລະ ຈັດກອງປະຊຸມສຸດ ຍອດ ລວມທັງການຮັບແຂກ ປະມຸກລັດ ຫົວໜ້າລັດຖະບານ ແລະ ຄະນະ ດ້ວຍຄວາມຮັບ ຜິດຊອບສູງ ອັນໄດ້ເຮັດໃຫ້ ກອງປະຊຸມໄດ້ຮັບຄຳຍ້ອງຍໍ - ຊົມເຊີຍ ຈາກຜູ້ເຂົ້າຮ່ວມເປັນ ຢ່າງດີ ໂດຍຈາກຜົນສຳເລັດ ດັ່ງກ່າວເຮັດໃຫ້ ສປປ ລາວ ໄດ້ມີຄວາມເຊື່ອໝັ້ນຈາກ ພາກພື້ນ - ສາກົນສູງຂຶ້ນກ່ຽວ ພັນເຖິງຜົນປະໂຫຍດທາງ ດ້ານເສດຖະກິດ ແລະ ເຜີຍ ແຜ່ວັດທະນະທຳ - ສັງຄົມອັນ ດີງາມສູ່ສາຍຕາທົ່ວໂລກ ສ່ວນ ທາງດ້ານກະຊວງອຸດສາຫະ ກຳ ແລະ ການຄ້າເອງກໍໄດ້ມີ ການກະກຽມຮອບດ້ານໃນ ການເປັນເຈົ້າພາບຈັດກອງປະ ຊຸມສຸດຍອດ ໂດຍໄດ້ຈັດກອງ ປະຊຸມລັດຖະມົນຕີເສດຖະ ກິດອາຊຽນ ຄັ້ງທີ 48 ພ້ອມ ດ້ວຍບັນດາກອງປະຊຸມກ່ຽວ ຂ້ອງທີ່ເນັ້ນສົ່ງເສີມ ໃຫ້ເສດຖະ ກິດໃນພາກພື້ນມີການເຕີບໂຕ ຢ່າງແຂງແຮງ ເປັນຕົ້ນແມ່ນ ການຊຸກຍູ້ສົ່ງເສີມໃຫ້ຫົວ ໜ່ວຍທຸລະກິດຂະໜາດນ້ອຍ - ກາງ (SME) ມີການຂະ ຫຍາຍຕົວ ແລະ ສາມາດເຂົ້າ ຫາແຫຼ່ງທຶນໄດ້ສະດວກຂຶ້ນ ການແກ້ໄຂດ້ານພາສີ ແລະ ຂໍ້ຂັດແຍ່ງຕ່າງໆໃຫ້ມີຄວາມ ເໝາະສົມ ໃນບັນດາປະເທດ ສະມາຊິກດ້ວຍກັນ ສ່ວນທາງ ດ້ານວຽກງານ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ເປັນເຈົ້າການຢ່າງຕັ້ງໜ້າ ເຂົ້າໃນການກະກຽມ ແລະ ປະ ສານສົມທົບກັບພາກສ່ວນກ່ຽວ ຂ້ອງດ້ານວັດທະນະທຳ - ສັງ ຄົມ ເພື່ອເຮັດໃຫ້ກອງປະຊຸມ ສຸດຍອດຄັ້ງນີ້ ປະສົບຜົນສຳ ເລັດຕາມເປົ້າໝາຍ ຊຶ່ງໃນກອງ ປະຊຸມສຸດຍອດຄັ້ງທີ 28,29 ເສົາຄ້ຳວັດທະນະທຳສັງຄົມ ອາຊຽນ ໄດ້ມີການຮັບຮອງເອົາ ຖະແຫຼງການ ລວມທັງບັນດາ ເອກະສານທີ່ສຳຄັນທີ່ກ່ຽວພັນ ເຖິງວຽກງານການສົ່ງເສີມວັດ ທະນະທຳ ການປ່ຽນແປງດິນ ຟ້າອາກາດ ການຕ້ານພະຍາດ ຕິດແປດ ແລະ ຄວາມຫຼວງ ຫຼາຍທາງດ້ານຊີວະນາໆພັນ ເປັນຕົ້ນ.
ພ້ອມກັນນີ້ ທ່ານລັດຖະ ມົນຕີກະຊວງການຕ່າງປະ ເທດຍັງຊີ້ແຈງກ່ຽວກັບຂໍ້ສົງໄສ ຂອງສັງຄົມກ່ຽວກັບຄຳຖາມທີ່ ວ່າ: ເປັນຫຍັງກອງປະຊຸມສຸດ ຍອດທີ່ຈັດຂຶ້ນຢູ່ ສປປ ລາວ ຈຶ່ງເປັນຄັ້ງທີ 28 ແລະ 29 ໂດຍ ທ່ານໄດ້ອະທິບາຍວ່າ: ຕາມກົດບັດອາຊຽນແລ້ວປະ ທານອາຊຽນກໍຄືປະເທດທີ່ ເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ຕ້ອງຈັດກອງປະຊຸມ ສຸດຍອດຂຶ້ນໃນ 2 ຄັ້ງ ຊຶ່ງຄັ້ງ ທຳອິດຈະຈັດຂຶ້ນໃນລະຫວ່າງ ເດືອນເມສາ ແລະ ຄັ້ງທີ 2 ຈະຈັດຂຶ້ນໃນເດືອນພະຈິກ ສ່ວນກໍລະນີຂອງ ສປປ ລາວ ວ່າເປັນຫຍັງຈຶ່ງໄດ້ຈັດຂຶ້ນ ພ້ອມກັນນັ້ນ ສືບເນື່ອງຈາກໃນ ໄລຍະເດືອນເມສາ 2016 ສປປ ລາວ ໄດ້ມີການປັບປຸງ ກົງຈັກການຈັດຕັ້ງລັດຖະບານ ຈຶ່ງບໍ່ສາມາດຈັດກອງປະຊຸມ ຂຶ້ນໄດ້ ແລະ ທີ່ລາວເຮົາ ເລືອກ ມາຈັດຢູ່ໃນເດືອນກັນຍາພ້ອມ ກັນ ສືບເນື່ອງຈາກໃນເດືອນ ກັນຍາ 2016 ສປ ຈີນ ໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະ ຊຸມ G20 ດັ່ງນັ້ນ ຖືເປັນຂໍ້ສະ ດວກທີ່ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຫຼາຍປະ ເທດເຂົ້າມາຮ່ວມກອງປະຊຸມ ສຸດຍອດຢູ່ ສປປ ລາວ ພາຍ ຫຼັງສຳເລັດກອງປະຊຸມດັ່ງກ່າວ ຊຶ່ງກອງປະຊຸມສຸດຍອດອາ ຊຽນຄັ້ງທີ 28 ໝາຍເຖິງກອງ ປະຊຸມຄົບຄະນະ ສ່ວນຄັ້ງທີ 29 ເປັນກອງປະຊຸມວົງແຄບ (ອາຊຽນບວກ).

ທີ່ມາ: www.pasaxon.org.la

No comments

Theme images by compassandcamera. Powered by Blogger.