ຄະນະນໍາຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຄັ້ງທີ 13
ໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບເຈົ້າແຂວງກວາງຊີ ພ້ອມຄະນະ, ເຊິ່ງສອງຝ່າຍ ໄດ້ປຶກສາຫາລືກັນຫຼາຍບັນຫາ ກ່ຽວກັບການຮ່ວມມື ໂດຍສະເພາະ ການຮ່ວມມືລະຫວ່າງແຂວງກວາງຊີ ແລະ ສປປ ລາວ, ເຊິ່ງແຂວງກວາງຊີ ຖືເປັນແຂວງທີ່ມີການຮ່ວມມື ດ້ານການສຶກສາ, ກະສິກໍາ ແລະ ການສົ່ງເສີມການ ທ່ອງທ່ຽວ ກັບ ສປປ ລາວ ໃຫ້ມີທ່ວງທ່າດີຂຶ້ນກວ່າເກົ່າ.

ທີ່ມາ: www.laogov.gov.la/
ທີ່ມາ: www.laogov.gov.la/
No comments