ທູດ ສປປ ເກົາຫຼີ ຈັດງານລ້ຽງສະຫຼອງວັນຊາດ ຄົບຮອບ 68 ປີ

ໃນໂອກາດສະເຫຼີມ ສະຫຼອງວັນຊາດ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ຄົບ ຮອບ 68 ປີ (9/9/1948-9/9/ 2016) ຊຶ່ງໃນຕອນຄ່ຳຂອງວັນ ທີ 14 ກັນຍານີ້ ທີ່ນະຄອນຫຼວງ ວຽງຈັນ ທ່ານ ລີສາງກຸນ ເອກ ອັກຄະລັດຖະທູດ ສປປ ເກົາຫຼີ ປະຈຳລາວ ໄດ້ຈັດງານລ້ຽງສະ ຫຼອງວັນຊາດຕົນຂຶ້ນ ໂດຍການ ເຂົ້າຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດ ຖະມົນຕີກະຊວງປ້ອງກັນປະ ເທດ ຊຶ່ງມີບັນດາທ່ານການນຳຂອງລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນງານລ້ຽງຄັ້ງນີ້ ທ່ານທູດ ໄດ້ກ່າວວ່າ: ທ່ານ ກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ເກົາຫຼີ ໄດ້ປະກາດສ້າງຕັ້ງ ສາ ທາລະນະລັດ ປະຊາຊົນ ປະ ຊາທິປະໄຕ ເກົາຫຼີ ປະເທດສັງ ຄົມນິຍົມ ແຫ່ງທຳອິດໃນເຂດ ທິດຕາເວັນອອກຂອງໂລກ.
ປັດຈຸບັນທົ່ວກອງທັບ ແລະ ທົ່ວປວງຊົນເກົາຫຼີ ພາຍ ໃຕ້ການນຳພາອັນສະຫຼາດ ສ່ອງໃສຂອງສະຫາຍ ກິມເຈິງ ອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ກຳລັງດຳເນີນການຕໍ່ສູ້ ເພື່ອສືບຕໍ່ປະຕິບັດພາລະກິດ ຂອງສະຫາຍ ກິມອິນຊຸງ ແລະ ສະຫາຍ ກິມເຈິງອິນ ທີ່ຍິ່ງ ໃຫຍ່ ເພື່ອບັນລຸພາລະກິດປົກ ປັກຮັກສາ ແລະ ສ້າງສາປະ ເທດສັງຄົມນິຍົມ ໃຫ້ເຂັ້ມແຂງ ໃນອະນາຄົດ, ພັກ ແລະ ລັດຖະບານ ຈະສືບຕໍ່ພະຍາຍາມ ເພື່ອເປີດກວ້າງການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດ ເພື່ອຄວາມ ປອງດອງສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ ໂດຍຢຶດໝັ້ນເອກະລາດສັນຕິພາບ ແລະ ມິດຕະພາບ ເປັນຫຼັກການຊີ້ນຳໃນ ການເຄື່ອນໄຫວພົວພັນກັບຕ່າງປະເທດ.
ທ່ານທູດຍັງກ່າວອີກວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສປປ ເກົາຫຼີ ແລະ ສປປ ລາວ ແມ່ນການພົວພັນອັນລ້ຳ ຄ່າທີ່ປະທານ ກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນເກົາ ຫຼີ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ໄດ້ ສ້າງຕັ້ງຂຶ້ນ ຊຶ່ງໄດ້ຮັບການເພີ່ມ ພູນຄູນສ້າງຢ່າງບໍ່ຢຸດຢັ້ງ.

ທີ່ມາ: www.pasaxon.org.la

No comments

Theme images by compassandcamera. Powered by Blogger.