ຈີນ ຈະຊື້ເຮືອບິນໃໝ່ 6.810 ລຳ ໃນ 20 ປີ

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນທີ 15 ກັນຍາ 2016, ​​ເຈົ້າ​ໜ້າ​ທ່ີ ຮັບຜິດຊອບ​ ກ່ຽວ​ກັບ ​ເຮືອບິນ​ ການ​ຄ້າ ຂ​ອງ​ໂບອິງ ​ຂອງ ສ.ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ຈີນ​ ຈະ​ຊື້​ ເຮືອບິນ​ໃໝ່ 6.810 ລຳ ໃນ 20 ປີ​ ຕໍ່ໜ້າ ​ໂດຍ​ມີ​ ມູນ​ຄ່າ ປະມານ1.025 ຕື້​ໂດ​ລາ ​ສະຫະລັດ ​ເນື່ອງ​ຈາກ ປະລິມາ​ນ ນັກ​ທ່ອງ​ທ່ຽວ ​ໄປ-ມາ ຢູ່​ຈີນ​ ຈະ​ເພີ່​ມຂຶ້ນ 6,4% ​ຕໍ່ປີ ​ໃນ​ໄລຍະ 20 ປີ​ຕໍ່ໜ້າ. ປັດ​ຈຸ​ບັນ, ຈີນ​ກາຍ​ເປ​ັນ ຕະຫລາດ​ ການບິນ​ ທ່ີ​ຂະຫຍາ​ຍຕົວ ຢ່າງ​ວ່ອງ​ໄວ​ ທ່ີ​ສຸດ​ໃນ​ໂລກ, ກວມ​ເອົາ​ ປະມານ 50% ຂອງ​ ຍອດ​ຈຳນວນ ​​ເຮ​ືອບິນ ​ພົນລະ​ເຮືອນ ທ່ີ​ພວມ​ ເຄື່ອນ​ໄຫວ ​ໃນ​ຈີນ.

No comments

Theme images by compassandcamera. Powered by Blogger.