ແຮຣີ ສະໄຕລ ເຊັນສັນຍາເປັນສິລະປິນດ່ຽວ



ແຮຣີ ສະໄຕລ ໜຶ່ງໃນສະມາຊິກຂອງວົງ: One Direction ຂໍຢຸດ­ຕິສັນ­ຍາກັບຜູ້ຈັດ­ການກຸ່ມທີ່ ເບິ່ງ­ແຍງມາຕັ້ງ­ແຕ່ຄັ້ງທຳອິດເພື່ອໄປເຊັນສັນ­ຍາເປັນສິ­ລະປິນດ່ຽວ ຢ່າງເຕັມ­ຕົວແລ້ວ.




 

ລາຍງານຂ່າວຈາກເວັບໄຊ:  Billboard ເປີດ­ເຜີຍວ່າ: ແຮຣີ ສະ ໄຕລ ແຫ່ງວົງ:  One Direction ໄດ້ຂໍຍົກ­ເລີກສັນ­ຍາກັບ Modest Management ຊຶ່ງເຮັດໜ້າ­ທີ່ ເບິ່ງ­ແຍງວົງມາຕັ້ງ­ແຕ່ເລີ່ມເຂົ້າວົງການ ເພື່ອໄປເຊັນສັນ­ຍາກັບ CAA ເອເຢນຊີຊື່ດັງຂອງອາເມລິ ກາ ພາຍໃຕ້ການເບິ່ງ­ແຍງຂອງ “ເຈຟຣີ ອະຊອຟ” ຮຽບຮ້ອບແລ້ວ ເພື່ອເປັນການລຸຍສູ່ເສັ້ນ­ທາງເປັນ ສິ­ລະປິນດ່ຽວແບບເຕັມ­ຕົວ ໂດຍ ລາຍງານຍັງຄາດຄະ­ເນວ່າ ແຮຣີ ສະໄຕລ ໜ້າຈະມີຜົງານດ່ຽວອອກ ມາໃຫ້ໄດ້ຟັງກັນໃນປີ­ໜ້າ.

No comments

Theme images by compassandcamera. Powered by Blogger.