ມູນນິທິມໍລະດົກລາວ ຈັດງານ ສະຫຼອງຄົບຮອບ 6 ປີ
ມູນນິທິມໍລະດົກລາວ ຈັດງານ ສະຫຼອງຄົບຮອບ 6 ປີມູນນິທິມໍລະດົກລາວຈັດງານສະຫຼອງປະຈຳປີຂຶ້ນທຸກໆປີ ຊຶ່ງນຳເອົາເຍົາວະຊົນຫຼືນັກຮຽນຂອງມູນນິທິຈາກທັງສອງສາຂາຄື Seattle ລັດ Washington ໃນພາກຕະເວັນ
ຕົກສຽງເໜືອຂອງສະຫະລັດ ແລະໃນເຂດນະຄອນຫຼວງ
Washington DC ມາຮວມກັນເພື່ອສືບສານສິນລະປະ,
ວັດທະນະທຳຂອງລາວ ຜ່ານທາງການສະແດງຟ້ອນລໍາ
ແລະການດົນຕີ ແລະໃນວັນເສົາທີ່ 18 ກັນຍາ ຜ່ານມານີ້
ກໍໄດ້ມີການນຳສະເໜີການສະຫຼອງດັ່ງກ່າວ ໂດຍໄດ້ນຳ
ເອົາກຸ່ມເຍົາວະຊົນຜູ້ທີ່ເກີດໃນສະຫະລັດ ມາສະແດງໃນ
ຄັ້ງນີ້ ຊຶ່ງມີຫຼາຍກ່ວາສິບຄົນ ແລະຕາງໜ້າໃຫ້ຄະນະກໍມີ
Nathan Noravong, Nacy Bounyavong, Alexis Kongmanivong ແລະ Karissa Vongkhamchanh ນັກສະແດງຈາກຄະນະກິນນະລີ ສາຂາຕາເວັນຕົກສຽງເໜືອ
ແລະຕົວແທນຈາກສະມາຄົມສະຕີລາວອະເມຣິກັນ ຂົງເຂດ Washington DC ກໍແມ່ນ Alison Phanthavong ຊຶ່ງຕ່າງກໍໄດ້ສະແດງຄວາມຮູ້ສຶກແລະຄວາມເຫັນທີ່ແຕກຕ່າງ ກັນ ຊຶ່ງ Nathan Noravong ກ່າວວ່າ:
ທີ່ມາ: lao.voanews.com
No comments