ອິນເດຍຍິງລູກສອນໄຟປ່ອຍດາວທຽມ 20 ດວງ



ອິນເດຍປະສົບຄວາມສຳເລັດໃນການຍິງລູກສອນໄຟ ນຳດາວທຽມຊຸດໃຫຍ່ 20 ດວງຂອງຫຼາຍປະເທດ ຂຶ້ນສູ່ໂຄຈອນນອກໂລກ.

ຕາມຂ່າວຕ່າງປະເທດລາຍງານວ່າ ອົງການວິໄຈອະວະກາດອິນເດຍ (ໄອເອສອາໂອ) ປະສົບຄວາມສຳເລັດໃນການຍິງລູກສອນໄຟນຳດາວທຽມ 20 ດວງຂຶ້ນສູ່ງວົງໂຄຈອນນອກໂລກໃນວັນທີ 22 ມິຖຸນາທີ່ຜ່ານມາ ສ້າງສະຖິຕິໃໝ່ຂອງປະເທດ ຂະນະທີ່ໄອເອສອາໂອ ຊຶ່ງຂຶ້ນຊື່ໃນດ້ານໂຄງການປະຢັດງົບປະມານ ພະຍາຍາມຫາທາງຄອງສ່ວນແບ່ງຫຼາຍຂຶ້ນໃນຕະຫຼາດອະວະກາດການຄ້າມູນຄ່າມະຫາສານ, ຊຶ່ງລູກສອນໄຟ PSLV-C34 ຖືກປ່ອຍຂຶ້ນຈາກສະຖານທີ່ປ່ອຍຢູ່ເມືອງສະຣີຫຣິໂກຕາ ລັດອານະທຣະປະເທດທາງພາກໃຕ້ຂອງອິນເດຍ ໄດ້ນຳດາວທຽມ 20 ດວງຂອງອາເມລິກາ, ເຢຍລະມັນ, ການາດາ ແລະອິນໂດເນເຊຍ ຂຶ້ນສູ່ວົງໂຄງຈອນ ໂດຍດາວທຽມຊຸດນີ້ເກືອບທັງໝົດຈະໃຊ້ສຳລັບສັງເກດການ ແລະ ກວດວັດແທກຊັ້ນບັນຍາກາດຂອງໂລກ ສ່ວນດວງໜຶ່ງຈະໃຫ້ບໍລິຫານສຳລັບຜູ້ປະກອບວິທະຍຸສະມັກຫຼີ້ນ. ຊຶ່ງທຸລະກິດນຳດາວທຽມຂຶ້ນສູ່ອະວະກາດໂດຍຄິດຄ່າບໍລິການ ກຳລັງເຕີບໂຕ ຂະນະທີ່ບໍລິສັດໂທລະພາບ, ອິນເຕີເນັດ ແລະ ອື່ນໆລວມທັງປະເທດຕ່າງໆກຳລັງຊອກຫາຊ່ອງທາງການສື່ສານທີ່ກ້ວາງໄກ ແລະ ເຕັກໂນໂລຊີທີ່ທັນສະໄໝ.




     ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍກ່າວວ່າ ການຍິງລູກສອນໄຟໃນເທື່ອນີ້ເປັນຄວາມສຳເລັດຄັ້ງສຳຄັນ ເຖິງແມ່ນວ່າຍັງຕາມຫຼັງສະຖິຕິສູງສຸດດາວທຽມໃນເທື່ອດຽວ 33 ດວງຂອງຣັດເຊຍທີ່ສ້າງສະຖິເອົາໄວ້ໃນປີ 2014 ແລະ 29 ດວງຂອງນາຊາໃນໜຶ່ງປີກ່ອນໜ້ານັ້ນ  ຊຶ່ງເປັນອີກໜຶ່ງໂຄງການອະວະກາດອິນເດຍທີ່ສະແດງໃຫ້ເຫັນວ່າ ສັກກະຍະພາບທາງວິທະຍາສາດ ແລະ ເຕັກໂນໂລຊີສາມາດປ່ຽນແປງຊີວິດຜູ້ຄົນໄດ້.

No comments

Theme images by compassandcamera. Powered by Blogger.