ເສດຖະກິດ ​ອົດ​ສະຕຣາລີ​ ຂະຫຍາຍຕົວດີ​ຂຶ້ນ



  ຂໍ້ມູນທາງການອົດສະຕຣາລີລະບຸວ່າ ເສດຖະກິດອົດສະຕຣາລີຂະຫຍາຍຕົວເກີນຄາດຢູ່ທີ່ 1,1%ໃນໄຕມາດທຳອິດຂອງປີນີ້(ເດືອນມັງກອນ-ມີນາ) ໂດຍໄດ້ແຮງໜູນຈາກການໃຊ້ຈ່າຍຂະແໜງຄົວເຮືອນເພີ່ມຂຶ້ນ ເຮັດໃຫ້ອັດຕາການຂະຫຍາຍຕົວລາຍປີເຕີບໂຕ 3,1%.




   ຕາມຂ່າວຕ່າງປະເທດລາຍງານວ່າ ສຳນັກງານສະຖິຕິແຫ່ງຊາດອົດສະຕຣາລີລາຍງານວ່າ ຕົວເລກເສດຖະກິດດີເກີນກວ່າທີ່ຄາດຄະເນເອົາໄວ້ວ່າຈະຢູ່ທີ່ 0,8% ໃນໄຕມາດທຳອິດ ໂດຍເປີດເຜີຍອອກມາກ່ອນການເລືອກຕັ້ງທົ່ວໄປຂອງອົດສະຕຣາລີທີ່ຄາດວ່າ ຈະເປັນການແຂ່ງຂັນສູງ ໂດຍພັກອະນຸລັກນິຍົມຊຶ່ງເປັນລັດຖະບານມີນະໂຍບາຍສ້າງວຽກເຮັດ ແລະ ກະຕຸ້ນເສດຖະກິດ.

ທ່ານ ມັລຄອມ ເທິນບູລ ນາຍົກລັດຖະມົນຕີກ່າວວ່າ ມີສັນຍານຈະແຈ້ງກ່ຽວກັບການເຕີບໂຕທາງເສດ ຖະກິດຈາກຕົວເລກດັ່ງກ່າວ ແຕ່ເຕືອນວ່າ ສະຖານະການເສດຖະກິດໂລກຍັງບໍ່ແນ່ນອນ ຈຶ່ງມີຄວາມສ່ຽງຢູ່ຫຼາຍ.

No comments

Theme images by compassandcamera. Powered by Blogger.