ເພງໃໝ່ຂອງວົງແມັຊ
ສິລະປິນກຸ່ມທີ່ມີກະແສຕອບຮັບຈາກສັງຄົມຢ່າງກວ້າງຂວາງນັ້ນກໍຄື ວົງແມັຊ (MAZ) ໄດ້ກັບມາ ພ້ອມຜົນງານເພງໃໝ່ກັບສັງກັດໃໝ່
ຄ້າຍເພງ ແຂ້ວແຫ້ງ ໂປຣດັກເຊິນ ການກັບມາ ເທື່ອນີ້ກໍຫອບເອົາປະສົບການດີໆມາສ້າງຊີງເກິລທຳອິດທີ່ມີຊື່ວ່າ “ປິດປັບປຸງ” ຊຶ່ງລວມຢູ່ໃນອາລະບຳໃໝ່ທີ່ມີຊື່ວ່າ MAXIMUM ຈະມີເນື້ອໃນເຂັ້ມຂຸ້ນ ແລະຖືກໃຈແຟນເພງຂະໜາດໃດໄປຕິດຕາມພ້ອມໆກັນ.
ເພງ “ປິດປັບປຸງ” ເວົ້າເຖິງເລື່ອງລາວທີ່ເກີດຂຶ້ນຢູ່ໃນສັງຄົມ ເນື້ອໃນອະທິບາຍກ່ຽວກັບຄວາມຮັກຂອງໄວໜຸ່ມ ສາວທີ່ຮັກກັນມາຫຼາຍປີ ແຕ່ເມື່ອມີມືທີສາມຊຶ່ງມາພ້ອມທຸກສິ່ງທຸກຢ່າງຈິ່ງເຮັດໃຫ້ຄວາມຮັກທີ່ເຄີຍຫອມຫວານກາຍເປັນຄວາມຂົມຂື່ນຍ້ອນໃຈທີ່ບໍ່ໝັ້ນ ຄົງຂອງຍິງສາວທີ່ຫວັງຢາກກ້າວໄປມີຄົນຮັກທີ່ມີຖານະຮັ່ງມີຈິ່ງຕັດສິນໃຈຖິ້ມ ຊາຍໜຸ່ມຄົນໜຶ່ງທີ່ມອບຄວາມຮັກໃຫ້ນາງຈົນໝົດໃຈຕ້ອງຜະເຊີນກັບຄວາມຜິດຫວັງ ດັ່ງນັ້ນ ຈິ່ງເກີດຄຳເວົ້າທີ່ບາດ ໃຈຊຶ່ງນາງຜູ້ຫວັ່ນໄຫວ ແລະໄຝ່ສູງໄດ້ມອບໃຫ້ກ່ອນຈະຈາກໄປວ່າ “ປັບປຸງ ໂຕເອງແດ່ເດີ້...” ຊຶ່ງນັ້ນກໍໄດ້ກາຍເປັນ ແຮງຊຸກຍູ້ໃຫ້ຊາຍໜຸ່ມຕ້ອງບຸກບືນໃຫ້ຕົນເອງກ້າວຂຶ້ນມາຢູ່ໃນຈຸດສູງສຸດໃນຊີວິດໃຫ້ໄດ້ ເວລາຜ່ານໄປ 1 ປີຊາຍໜຸ່ມ ກໍປະສົບຄວາມສຳເລັດໃນຊີວິດມີທຸກສິ່ງທຸກຢ່າງມີຖານະທາງສັງຄົມເອີ້ນໄດ້ວ່າເປັນຜູ້ຊາຍທີ່ສົມບູນແບບ ແລະແລ້ວ ຍິງສາວທີ່ເປັນອະດີດຄົນຮັກກໍກັບມາແບບໝົດສະພາບແລ້ວກັບມາຂໍຄືນດີ ແຕ່ຄຳຕອບທີ່ນາງໄດ້ຈາກຄົນຮັກເກົ່າທີ່ນາງເຄີຍປະຖິ້ມກໍຄືຄຳເວົ້າທີ່ນາງເຄີຍໃຫ້ ແຕ່ບັດນີ້ໄດ້ກາຍເປັນຜູ້ຮັບຟັງຈາກປາກຂອງຄົນເຄີຍຮັກວ່າ... “ປັບປຸງໂຕ ເອງແດ່ເດີ້”.
ແຟນເພງຂອງໜຸ່ມໆວົງແມັຊ ສາມາດເຂົ້າໄປຕິດຕາມຜົນງານເພງ “ປິດ ປັບປຸງ” ໄດ້ຕາມຊ່ອງທາງຕ່າງໆເຊັ່ນ ຢູທູບ ເຟຊບຸ໊ກ ແຟນເພຊ ແລະທາງໂທລະພາບທຸກຊ່ອງ ນອກຈາກນີ້ທ່ານຍັງສາມາດໂທເຂົ້າໄປຂໍຟັງໄດ້ຕາມລາຍການວິທະຍຸຄື້ນຕ່າງໆທົ່ວປະເທດ.
No comments