ສະ​ໝາມ​ບິນ​ໝອງ​ຄ້າງ​ ຍືດ​ເວ­ລາ​ການ​ກໍ່­ສ້າງ​ໄປ​ສຳ­ເລັດ​ກາງ​ປີ​ໝ້າ



ໂຄງ­ການກໍ່­ສ້າງສະ­ໜາມບິນໜອງຄ້າງ ພາຍ­ຫຼັງທີ່ໄດ້ເລີ່ມລົງ­ມືຈັດຕັ້ງປະ­ຕິ­ບັດມາເປັນໄລ­ຍະເວ­ລາ 2 ປີ ເຫັນວ່າໂຄງ­ການດັ່ງ­ກ່າວມີຄວາມຊັກຊ້າ ແລະບໍ່ສຳ­ເລັດ




ຕາມແຜນກຳ­ນົດໄດ້ ຊຶ່ງເຮັດໃຫ້ບໍ­ລິ­ສັດຜູ້ຮັບເໝົາຕ້ອງຂໍຍືດເວລາການກໍ່­ສ້າງອອກໄປເປັນ­ກາງປີ­ໜ້າຈິ່ງຈະສາມາດປະ­ຕິ­ບັດໂຄງ­ການໃຫ້ສຳ­ເລັດ 100% ໄດ້.

ບໍ່ດົນມານີ້ ທ່ານ ໂກແມັກ ແກ້ວຈຳ­ປາ ຫົວໜ້າໂຄງ­ການກໍ່­ສ້າງສະ­ໜາມບິນໜອງຄ້າງ ເປີດ­ເຜີຍໃຫ້ຮູ້ວ່າ: ໂຄງ­ການກໍ່­ສ້າງສະ­ໜາມບິນໜອງຄ້າງໄດ້ເລີ່ມຈັດຕັ້ງປະ­ຕິ­ບັດມາແຕ່ວັນທີ 7 ຕຸ­ລາ 2013 ຕາມສັນ­ຍາແມ່ນຮອດວັນທີ 7 ຕຸ­ລາ 2015 ໃຫ້ສຳ­ເລັດ ແຕ່ເນື່ອງຈາກການ­ຈັດ­ຕັ້ງປະ­ຕິ­ບັດໂຄງ­ການພົບຄວາມຫຍຸ້ງຍາກ ແລະບໍ່ເປັນໄປຕາມແຜນ­ການກໍ່­ສ້າງທີ່ໄດ້ກຳ­ນົດໄວ້ເບື້ອງຕົ້ນ ສະ­ນັ້ນ ບໍ­ລິ­ສັດຜູ້ຮັບເໝົາໂຄງ­ການຈິ່ງໄດ້ສະ­ເໜີຍືດໄລ­ຍະເວ­ລາການກໍ່ສ້າງອອກໄປຈົນເຖິງເດືອນມິ­ຖຸ­ນາ 2016 ໂດຍໄດ້ດັດ­ແກ້ ແລະປັບ­ປຸງແຜນ­ການກໍ່­ສ້າງເພື່ອໃຫ້ແທດ­ເໝາະກັບໄລ­ຍະເວ­ລາດັ່ງ­ກ່າວ ແລະ ໄດ້ປ່ຽນແທນແຜນ­ການກໍ່­ສ້າງສະ­ບັບເກົ່ານັບແຕ່ເດືອນກໍ­ລະ­ກົດເປັນ­ຕົ້ນມາ.

ໂຄງ­ການກໍ່­ສ້າງສະ­ໜາມບິນໜອງຄ້າງ ແມ່ນມີມູນຄ່າການກໍ່­ສ້າງທັງໝົດ 592 ຕື້ກວ່າກີບ ຫຼື ປະ­ມານ 74 ລ້ານກວ່າໂດລາສະ­ຫະ­ລັດ ເປັນທຶນກູ້ຢືມຈາກບໍ­ລິ­ສັດຮຸ້ນສ່ວນຮວ່າງແອງຢາລາຍ ຊຶ່ງຜູ້ຮັບເໝົາແມ່ນບໍ­ລິ­ສັດພັດ­ທະ­ນາກະສິກຳຮວ່າງແອງອັດຕະປື ຈຳ­ກັດ ຮອດວັນທີ 31 ສິງ­ຫາ 2015 ການ­ຈັດ­ຕັ້ງປະ­ຕິ­ບັດໂຄງການສຳ­ເລັດ 31,81% ຕາມແຜນ­ການດັດ­ແກ້ໃໝ່ ປະ­ກອບມີ­ໜ້າວຽກກໍ່­ສ້າງສະ­ໜາມບິນປະຕິບັດໄດ້ 13,7%, ຂົນວັດສະດຸດິນຖົມ 5,37%, ກໍ່­ສ້າງລານຈອດລົດສະ­ໜາມບິນ 4,03% ແລະວຽກອື່ນໆກໍມີຄວາມຄືບໜ້າຕາມລຳ­ດັບເປັນຕົ້ນແມ່ນການກໍ່­ສ້າງລະ­ບົບລະ­ບາຍນ້ຳ, ສ້າງອາ­ຄານຜູ້­ໂດຍ­ສານ, ທາງເຂົ້າສະ­ໜາມບິນ ແລະຫຼາຍໜ້າວຽກກຳ­ລັງໄດ້ຮັບການ­ຈັດ­ຕັ້ງປະ­ຕິ­ບັດຢ່າງຂຸ້ນ­ຂ້ຽວໃນຂະ­ນະນີ້.

ໂຄງ­ການກໍ່­ສ້າງສະ­ໜາມບິນໜອງຄ້າງແມ່ນໂຄງ­ການໜຶ່ງຂອງລັດ­ຖະ­ບານ ເພື່ອເປັນການຮອງຮັບເຮືອ­ບິນຈາກສາຍການ­ບິນພາຍໃນ ແລະຕ່າງ­ປະ­ເທດໃນອະ­ນາ­ຄົດຈຸດປະສົງ ເພື່ອຊຸກ­ຍູ້ສົ່ງ­ເສີມການພັດ­ທະ­ນາເສດຖະກິດ-ສັງ­ຄົມ, ການ­ທ່ອງ­ທ່ຽວຂອງແຂວງຫົວພັນກໍຄືພາຍໃນປະ­ເທດ ໂດຍສະ­ເພາະແມ່ນວຽກງານການຂົນ­ສົ່ງທາງອາ­ກາດ ທັງນີ້ ໃນໄລ­ຍະຍາວແມ່ນເພື່ອຜັນຂະ­ຫຍາຍແຜນພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມຂອງລາວແຕ່ປີ 2010-2020 ຕາມນະ­ໂຍ­ບາຍເພື່ອຫັນຈາກປະ­ເທດທີ່ບໍ່ມີຊາຍແດນຕິດກັບທະ­ເລມາເປັນປະ­ເທດບໍ­ລິ­ການທາງຜ່ານ ແລະມີຄວາມມຸ່ງໝັ້ນເພື່ອນຳ­ພາປະ­ເທດຊາດຫຼຸດພົ້ນອອກຈາກປະ­ເທດດ້ອຍພັດ­ທະ­ນາໃນປີ 2020.

ເປົ້າໝາຍໂຄງ­ການແມ່ນຈະກໍ່­ສ້າງໃຫ້ໄດ້ຕາມມາດ­ຕະ­ຖານປອດໄພຂອງກົມການ­ບິນພົນລະເຮືອນ (MOS 2009) ແລະມາດ­ຕະ­ຖານ ສາ­ກົນ (ICAO) ວາງອອກກໍຄື: ສະໜາມບິນໃຫ້ໄດ້ຂະ­ໜາດ 3C (Aerodrome Code 3C) ຊຶ່ງສາ­ມາດຮອງຮັບເຮືອ­ບິນຂະ­ໜາດ 70-100 ບ່ອນນັ່ງເຊັ່ນ: ເຮືອ­ບິນ ATR72, Fokker 70, MA-60, Fokker-100 ຫຼື ທຽບເທົ່າເຫຼົ່ານີ້ເປັນ­ຕົ້ນ.

No comments

Theme images by compassandcamera. Powered by Blogger.