ນົມສົ້ມກາ 3 ດາວ ສິນຄ້າໂອດັອບດັງໄກໄປເຖິງທຸກແຂວງທົ່ວປະເທດ
ຈາກຄວາມມານະອົດທົນ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ໂດຍສະເພາະແມ່ນແນວຄວາມຄິດຂອງຕົນເອງເພື່ອສ້າງເສດຖະກິດຄອບຄົວກຸ້ມຕົນເອງ,
ເພີ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ເຮັດໃຫ້ທ່ານ ນາງ ພອນສະຫວັນ ພັນທະລີ ຜູ້ເຄີຍສູ້ຊີວິດກັບຫຼາຍອາຊີບຈົນກ້າວຂຶ້ນມາເປັນຜູ້ຜະລິດນົມສົ້ມກາ 3 ດາວ ທີ່ມີລົດຊາດແຊບຖືກໃຈຜູ້ບໍລິໂພກເປັນຜົນຕໍ່ຍອດຂາຍເພີ່ມຂຶ້ນທຸກໆມື້ປະຈຸບັນມີຂາຍທຸກໆແຂວງໃນຂອບເຂດທົ່ວປະເທດພ້ອມກັບການໄດ້ຮັບເຄື່ອງໝາຍແຫ່ງຊາດໃຫ້ເປັນສິນຄ້າໂອດັອບຫວ່າງບໍ່ດົນຜ່ານມານີ້.
ທ່ານ ນາງ ພອນສະຫວັນ ພັນທະວີ ເຈົ້າຂອງຜະລິດຕະພັນ ນົມສົ້ມກາ 3 ດາວ ເລົ່າຖະໜົນຊີ ວິດສູ່ຟັງວ່າ: ພາຍຫຼັງຮຽນຈົບ ແລ້ວກໍໄດ້ສ້າງຄອບຄົວກັບທ່ານ ສຸບັນ ພັນທະວີ ໃນປີ 1988 ມີອາຊີບທະຫານໄດ້ລູກນຳກັນ 2 ຄົນ ຍ້ອນເຫັນໄດ້ຕໍ່ແນວທາງນະໂຍບາຍຂອງພັກ ແລະລັດໃນການຊຸກຍູ້ສົ່ງເສີມຄອບຄົວເຮັດການຜະລິດໃຫ້ກາຍເປັນສິນຄ້າ ໂດຍສະເພາະແມ່ນການນຳທຸກຂະແໜງທີ່ກ່ຽວຂ້ອງຍາມໃດເພີ່ນກໍ່ເປັນຫ່ວງເປັນໄຍໃນການລະດົມສ້າງເສດ ຖະກິດຄອບຄົວເພື່ອກຸ້ມຕົນເອງ, ເພິ່ງຕົນເອງ ແລະສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ເພື່ອເຮັດໃຫ້ ຄອບຄົວມີຢູ່ມີກິນ, ມີຊິວິດທີ່ດີຂຶ້ນ ແລະຢາກແບ່ງເບົາພາລະຂອງຜູ້ເປັນຜົວໃຫ້ໜ້ອຍລົງຕົນເອງຈຶ່ງໄດ້ດີ້ນລົນ ທົດສອບ, ທົດລອງຫຼາຍອາຊີບຢ່າງບໍ່ເລືອກວຽກໜັກວຽກເບົາຕົນເອງຍົກຍ້າຍມາຈາກດິນແດນວິລະຊົນ ແຂວງຊຽງຂວາງມາຢູ່ວຽງຈັນ ຍ້ອນໜ້າທີ່ຂອງຜູ້ເປັນຜົວໃນປີ 1991 ຈາກເດັກນ້ອຍ ບ້ານນອກຄົນໜຶ່ງທີ່ຮູ້ແຕ່ເກັບຜັກຫັກໜໍ່ເຂົ້າມາຢູ່ໃນຕົວເມືອງໃຫຍ່ບໍ່ຮູ້ວ່າຈະເຮັດຫຍັງຄິດໄດ້ແຕ່ເປັນກຳມະກອນສັງກັດຢູ່ໂຮງງານຕັດຫຍິບແຫ່ງໜຶ່ງພໍໄດ້ໄລຍະໜຶ່ງກໍ່ຍ້າຍໄປໂຮງງານໃໝ່ເລື່ອຍໆເພື່ອເກັບປະສົບການ.
ໃນທີ່ສຸດກໍ່ມີປະສົບການ ແລະທຶນຮອນຈຳນວນໜຶ່ງແລ້ວມາເປີດໂຮງງານນ້ອຍເປັນຂອງຕົນເອງ ໃນນັ້ນປະກອບມີ: ຈັກຫຍິບ 50 ເຄື່ອງ, ກຳມະກອນ 50 ຄົນ ແຕ່ພໍເຮັດໄປໄດ້ໄລຍະໜຶ່ງ ຈຶ່ງເຮັດໃຫ້ການຂົນສົ່ງບໍ່ທັນເວລາເພາະບໍ່ມີລົດເປັນຂອງຕົນເອງສະແດງວ່າບໍ່ເໝາະກັບທຶນຮອນທີ່ເຮົາມີຢູ່ໃນຂະນະທີ່ເປັນສາວຕັດຫຍິບຢູ່ນັ້ນ ຕົນເອງກໍ່ບໍ່ໄດ້ລົດລະໃນການເຮັດຫົວນົມສົ້ມໃສ່ກະຕິກນ້ຳກ້ອນໄປຂາຍຕາມໂຮງງານແຫ່ງຕ່າງໆ ເຫັນວ່າການຂາຍນົມສົ້ມແມ່ນມີກຳໄລທຸກໆວັນ ແລະການເຂົ້າເຖິງລູກຄ້າກໍ່ບໍ່ຍາກສາມາດກິນໄດ້ທຸກລະດັບ ຈຶ່ງເຮັດໃຫ້ຕົນເອງຕັດສິນໃຈປ່ຽນອາຊີບມາຕັ້ງໃຈເຮັດນົມສົ້ມຢ່າງດຽວໃນທີ່ສຸດຍອດຂາຍ ແລະລູກຄ້າກໍ່ຄ່ອຍໆເພີ່ມຂຶ້ນຈົນມາເຖິງປີ 2012 ຈຶ່ງມີເຄື່ອງໝາຍເປັນນົມສົ້ມ 3 ດາວ, (3 ດາວ ຄັດມາຈາກສູດ 3 ປະເທດ ໃນເມື່ອກ່ອນຜົວຂ້າພະເຈົ້າໄດ້ມີໂອກາດໄປສືກສາຢູ່ຕ່າງປະເທດຄື: ຣັດເຊຍ, ອິນເດຍ ແລະສິງກະໂປສະນັ້ນ ຈຶ່ງເຮັດໃຫ້ຕົນເອງໝັ້ນໃຈໃນລົດຊາດ ແລະຄຸນປະໂຫຍດຂອງນົມສົ້ມໄດ້ຫຼາຍຂຶ້ນ) ໃນເບື້ອງຕົ້ນເຮັດແບບຄອບຄົວພໍ່ແມ່ລູກ ແລະສົ່ງຂາຍຕາມໜ້າເຮືອນເລັກນ້ອຍ ມາເຖິງປະຈຸບັນມີພະນັກງານມັດນົມຈຳນວນ 50 ຄົນ ຜະລິດນົມສົ້ມໄດ້ 30-40 ພັນກ້ອນຕໍ່ມື້ສ້າງລາຍຮັບໃຫ້ແກ່ຊຸມຊົນບໍ່ຕໍ່າກວ່າ 1 ລ້ານກີບຕໍ່ຄົນຕໍ່ເດືອນ ສາມາດສ້າງສາຂາຈຳໝ່າຍໄດ້ທົ່ວທຸກແຂວງແຕ່ເໝືອຕະຫຼອດໃຕ້ໄດ້ເຮັດໃຫ້ຍອດຂາຍເພີ່ມຂຶ້ນເປັນໄລຍະໆ ສະເພາະໜ້າຮ້ອນຂາຍໄດ້ເຖິງ 60-70 ພັນກ້ອນຕໍ່ມື້ ນອກນີ້ຍັງ ມີສົ່ງຂາຍຢູ່ຕ່າງປະເທດເຊັ່ນ: ອຸດອນ ແລະໝອງຄາຍຂອງປະເທດໄທນຳອີກ.
ສຳລັບຂໍ້ດີທີ່ເຮັດໃຫ້ຕົນເອງປະສົບຜົນສຳເລັດ ທ່ານນາງ ພອນສະຫວັນ ກ່າວວ່າ: ແມ່ນຍ້ອນຕົນເອງ ແລະຄອບຄົວທີ່ກ້າຕັດສິນໃຈ ລອງເຮັດໃນສິ່ງໃໝ່ໆຢູ່ສະເໝີ ແລະບໍ່ຫຍໍ້ທໍ້ຕໍ່ອຸປະສັກຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນຍ້ອນໄດ້ຮັບການຊີ້ນຳໆ ພາຈາກອົງການທີ່ກ່ຽວຂ້ອງໃຫ້ການຊີ້ນຳໃຫ້ຄວາມສະດວກໃນການດຳເນີນກິດຈະກຳຂອງຕົນເອງຄວາມໃກ້ສິດຕິດແທດຂອງການນຳເມືອງຄະນະກຳມະການຂັ້ນເມືອງພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງກົມສົ່ງເສີມພັດທະນາສິນຄ້າຕະຫຼອດຮອດອຳນາດການປົກຄອງບ້ານທຸກໆຂັ້ນຂະນະທີ່ຄວາມຫຍຸ້ງຍາກ ແມ່ນຕົ້ນທຶນໃນການຂະຫຍາຍທຸລະກິດບໍ່ທັນພຽງພໍ ແລະສະຖານທີ່ຍັງຄັບແຄບ.
ທ່ານນາງ ພອນສະຫວັນ ພັນທະວີ ກ່າວຕື່ມອີກວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າແມ່ນຈະເສີມຂະຫຍາຍສະຖານທີ່ຕັ້ງໂຮງງານ ແລະເຄື່ອງບັນຈຸນົມຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ແລະຈະຄົ້ນຄວ້າໃຫ້ມີຜະລິດຕະພັນກາ 3 ດາວ ອັນໃໝ່ໆຕື່ມອີກນອກຈາກນັ້ນຍັງຈະມີຜະລິດຕະພັນນ້ຳດື່ມກາ 3 ດາວ ປະຈຸບັນຍັງເປັນກາຈີ່ນາຍຄໍາ ດ້ານທິດທາງແມ່ນຈະສ້າງຟາມລ້ຽງງົວນົມ ເພື່ອສະໜອງນຳໃຊ້ ເຂົ້າຜະລິດຕະພັນເປັນນົມສົ້ມຫຼີກເວັ້ນການນຳເຂົ້າວັດຖຸດິບຈາກຕ່າງປະເທດ ແລະຈະພະຍາຍາມພັດທະນາຢ່າງຕໍ່ເນື່ອງບໍ່ວ່າຈະເປັນຄຸນນະພາບລົດຊາດ ເພື່ອໃຫ້ເປັນທີ່ເພິ່ງພໍໃຈ ແລະຍອມຮັບຂອງສັງຄົມຕະຫຼອດໄປ.
ຖ້າຫາກລູກຄ້າທ່ານໃດສົນໃຈຜະລິດຕະພັນນົມສົ້ມກາ 3 ດາວ ຢາກນຳເອົາໄປຈຳໝ່າຍ ຫຼື ຮັບປະທານເອງກໍສາມາດຕິດຕໍ່ພົວພັນເພິ່ນໄດ້ ຊຶ່ງສຳນັກງານແມ່ນຕັ້ງຢູ່ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງ ຈັນ.
No comments