ລົດໃຫຍ່ຕຳແລ້ວຫນີ2ແມ່ລູກເສຍຊີວິດຄາທີ່
ໃນວັນທີ 06.07.2016 ເວລາ 06:48 ໂມງ ໄດ້ຮັບແຈ້ງເຂົ້າໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຄົນທຸກຍາກຜ່ານເບີ 1623 ວ່າ ມີລົດໃຫຍ່ຕຳ 2 ແມ່ລູກທີ່ຂີ່ລົດຈັກແລ້ວໜີ ຈຸດເກີດເຫດແມ່ນ 3 ແຍກໄຟແດງ ບ້ານ ໂພນປາເປົ້າ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ
ເຫດການດັ່ງກ່າວໄດ້ເຮັດໃຫ້ 2 ແມ່ລູກເສຍຊີວິດຄາທີທັງ 2 ສ່ວນສົບຂອງຜູ້ເປັນແມ່ໄດ້ຖືກລົດທີ່ຕຳລາກສົບໄປຫ່າງຈາກຈຸດເກີດເຫດປະມານ 50 ແມັດ ແລ້ວໄປຕົກໃສ່ບວກນຳ້
ຈາກການສອບຖາມຜູ້ເຫັນເຫດການໄດ້ໃຫ້ຂໍ້ມູນວ່າລົດທີ່ຕຳແລ້ວຫນີ ເປັນລົດຄ້າຍຄືລົດຮຸນໄດລຸ້ນໃຫມ່ ສີຂາວ ປ້າຍທະບຽນ 7708 ແຕ່ບໍ່ທັນສັງເກດໂຕອັກສອນ
ປະຈຸບັນໜ່ວຍກູ້ໄພມູນິທິ1623 ໄດ້ນຳສົ່ງຮ່າງຜູ້ເສຍຊີວິດທັງສອງໄປທີ່ວັດໜອງໄຮ ເມືອງ ຫາດຊາຍຟອງ ເພື່ອໃຫ້ທາງຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດເຮັດພິທີທາງສາສະໜາ
ທາງທີມງານໜ່ວຍ ກູ້ໄພ 1623 ຕ້ອງຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດ ຂໍໃຫ້ດວງວິນຍານທັງສອງໄປສູ່ສຸຂະຕິ ແລະ ຂໍປະນາມການກະທຳຂອງຜູ້ທີ່ຕຳແລ້ວຫນີ ໃຫ້ມາຮັບຜິດຊອບກັບການກະທຳຂອງຕົນດ້ວຍ

ທີ່ມາ: ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ

No comments