ອຸດົມໄຊ ສະຫຼອງວັນລັດຖະທຳມະນູນແຫ່ງຊາດ
ພິທີສະເຫຼີມສະຫຼອງວັນ ສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 25 ປີ ຄືວັນທີ 13 ສິງຫາ 1991 ຫາວັນທີ 13 ສິງຫາ 2016 ໄດ້ຈັດຂຶ້ນທີ່ສະໂມສອນໃຫຍ່ຂອງແຂວງອຸດົມໄຊ
ໂດຍການເປັນປະທານຂອງທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງໆອຸດົມໄຊ ພ້ອມທັງບັນດາຄະນະປະຈຳພັກແຂວງ, ສອງກອງບັນຊາການ ປກຊ-ປກສ, ອົງການຈັດຕັ້ງຕະຫຼອດຮອດພະນັກງານລັດຖະກອນພາຍໃນເທສະບານແຂວງເຂົ້າຮ່ວມ.
ທ່ານ ຄຳດີ ວົງລ້ອມ ຮອງປະທານສະພາປະຊາຊົນແຂວງກໍໄດ້ ໃຫ້ກຽດຂຶ້ນປາໄສກ່ຽວກັບວັນສ້າງຕັ້ງລັດຖະທຳມະນູນ ນັບຕັ້ງ ແຕ່ປີທີ່ໄດ້ຮັບການສ້າງຕັ້ງ ກໍຄືປີ 1991 ເປັນຕົ້ນມາ ລວມທັງການຈັດຕັ້ງປະຕິບັດບັນດາລະບຽບກົດໝາຍດັ່ງກ່າວຢູ່ໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍຄືບັນດາພະແນກການ, ອົງການທຽບເທົ່າ, ສອງກອງບັນຊາການ ແລະຂະແໜງການອື່ນໆທີ່ກ່ຽວຂ້ອງ ພາຍ ໃນແຂວງອຸດົມໄຊ ຊຶ່ງເຫັນໄດ້ເຖິງຜົນການຈັດຕັ້ງປະຕິບັດລະບຽບກົດໝາຍແມ່ນມີຄວາມສັກສິດ, ຊື່ສັດ, ໂປ່ງໃສ່ ແລະຍຸຕິທຳບັນດາພະນັກງານລັດຖະກອນ, ພໍ່ແມ່ປະຊາຊົນຊາວຜູ້ອອກແຮງງານເພິ່ງພໍໃຈ, ເຄົາລົບນັບຖື ແລະພ້ອມກັນ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ໂອກາດດັ່ງກ່າວກໍໄດ້ມີພິທີມອບຮັບບັນດາຫຼຽນໄຊ, ຫຼຽນກາ ແລະໃບຊົມເຊີຍໃຫ້ແກ່ກົມກອງ, ບຸກຄົນຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຂອງ ສະພາປະຊາຊົນແຂວງ ແລະນັກທຸລະກິດຜູ້ທີ່ໃຫ້ການອຸປະຖຳທາງດ້ານວັດຖຸ ແລະຈິດໃຈ. ນອກຈາກຈະເປັນການສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດແລ້ວຍັງເປັນການສະຫຼອງສອງວັນສຳຄັນຄືວັນສ້າງຕັ້ງສານປະຊາ ຊົນຄົບຮອບ 45 ປີ ແລະວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 66 ປີຕື່ມອີກ.

No comments