ຫຼວງນໍ້າທາ ເປີດຮຽນທິດສະດີການເມືອງ-ການປົກຄອງໃຫ້ພະນັກງານ

ວັນທີ 6 ກັນຍາ 2016 ນີ້ ໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນ້ຳທາເປີດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງພາກປົກກະຕິນທີ IX ສົກ 2016-2018
ເປັນກຽດເຂົ້າຮ່ວມຂອງທ່ານ ເພັງພະວັນ ດາວພອນຈະເລີນ ຮອງເຈົ້າແຂວງໆ ຫຼວງນ້ຳທາ, ທ່ານ ຍົງຄື ລີຄຳສຸກ ເຢຍເຊັງ ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ ພ້ອມດ້ວຍຄະນະມີບັນດາຄູອາຈານພະນັກງານວິຊາການທີ່ກ່ຽວຂ້ອງ ແລະນັກສຶກສາເຂົ້າຮ່ວມທັງໝົດ 55 ຄົນ.

ໃນພິທີ ທ່ານ ສິງໄຊ ວັນຄຳ ຮອງອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງໄດ້ຜ່ານແຜນການເປີດຮຽນທິດສະດີການເມືອງ-ການປົກຄອງລະບົບຊັ້ນກາງພາກປົກກະຕິຮຸ່ນທີ IX ສົກ 2016-2018 ເພື່ອເຮັດໃຫ້ການຮຽນ, ການສອນທິດສະດີການເມືອງ-ການປົກຄອງລະບົບຊັ້ນກາງພາກປົກກະຕິຮຸ່ນທີ IX ດຳເນີນໄປຕາມໂຄງການຫຼັກສູດທີ່ທາງສະຖາບັນການເມືອງ-ການປົກຄອງແຫ່ງຊາດໄດ້ ກຳນົດອອກໃຫ້ມີປະສິດທິຜົນສູງ ພ້ອມທັງຈະໄດ້ນຳໃຊ້ຕຳລາປັບປຸງໃໝ່ເຂົ້າໃນການສິດສອນ ຊຶ່ງມີທັງໝົດ 29 ວິຊາ 80 ໜ່ວຍກິດ ປະກອບມີ 3 ໝວດວິຊາຄື: ວິຊາຄວາມຮູ້ທົ່ວໄປມີ 14 ວິຊາ, ເຕັກນິກທົ່ວໄປ 7 ວິຊາສະເພາະ 7 ວິຊາ, ບົດທົບທວນຈົບຊັ້ນ 1 ວິຊາ ແລະໄດ້ແບ່ງອອກເປັນ 3 ພາກຮຽນຄື: ພາກຮຽນທີ 1 ມີ 11 ວິຊາ ພາກຮຽນທີ 2 ມີ 11 ວິຊາ, ພາກຮຽນທີ 3 ມີ 7 ວິຊາ ຊຶ່ງຈະເລີ່ມ ຮຽນແຕ່ວັນທີ 7 ກັນຍາ 2016 ນີ້ ເປັນຕົ້ນໄປຄາດວ່າຈະໃຫ້ສຳເລັດໃນຕົ້ນເດືອນມີນາ 2018.

No comments

Theme images by compassandcamera. Powered by Blogger.