ເຕັກນິກວິຊາຊີບ ສະຫວັນນະເຂດ ສ້າງບັນດິດໃໝ່ໄດ້ 600 ກວ່າຄົນ

ພິທີມອບ-ຮັບປະກາສະນີຍະບັດໃຫ້ແກ່ຜູ້ສຳເລັດການສຶກສາໃນ ຫຼັກສູດຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະຊັ້ນສູງຕໍ່ເນື່ອງຂອງວິທະຍາ ໄລເຕັກນິກ-ວິຊາຊີບແຂວງສະຫວັນນະເຂດໄດ້ຈັດຂຶ້ນທີ່ຫໍວັດທະນະທຳໄກສອນ ພົມວິຫານ ໃນທ້າຍເດືອນສິງຫາ 2016
ໂດຍມີ ທ່ານນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງ ແຂວງ, ທ່ານ ວົງສະຫວັນ ວຽງມະນີ ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບແຂວງພ້ອມດ້ວຍແຂກຖືກເຊີນ ແລະບັນດິດໃໝ່ຈຳນວນ 639 ຄົນ, ຍິງ 310 ຄົນເຂົ້າຮ່ວມ.

ທ່ານ ວົງສະຫວັນ ວຽງມະນີ ໄດ້ຂຶ້ນສະຫຼຸບລາຍງານໃຫ້ຮູ້ວ່າ: ສົກປີ 2015-2016 ທີ່ຜ່ານມາ ວິທະຍາໄລເຕັກນິກວິຊາຊີບມີນັກສຶກສາທັງໝົດ 1.344 ຄົນ, ຍິງ 547 ຄົນ, ໃນນັ້ນຮັບນັກສຶກສາເຂົ້າໃໝ່ຈຳນວນ 523 ຄົນ ຍິງ 191 ຄົນ, ແຍກຕາມລະບົບ ແລະຫຼັກສູດການຮຽນ-ການສອນດັ່ງນີ້: ນັກຮຽນຊັ້ນຕົ້ນ (ລະບົບ9+2) ບັດທຶນ (ADB) ມີ 72 ຄົນ, ນັກຮຽນຊັ້ນກາງ (ລະບົບ 9+3) ມີ 92 ຄົນ, ນັກຮຽນຊັ້ນກາງ 2(ລະບົບ 12+2) ມີ 311 ຄົນ, ນັກຮຽນຊັ້ນສູງ (ລະບົບ 12+2+1) ມີ 549 ຄົນ, ນັກຮຽນຊັ້ນສູງ (ລະ ບົບ 12+3) ມີ 298 ຄົນ ແລະນັກຮຽນຊັ້ນສູງ (ລະບົບ 12+3+1,5) ມີຈຳນວນ 22 ຄົນ, ມາຮອດທ້າຍສົກຮຽນມີນັກສຶກສາທັງໝົດ 1.274 ຄົນ ຍິງ 522 ຄົນ, ນັກຮຽນປະລະການຮຽນມີ 33 ຄົນ ຍິງ 24 ຄົນ, ສາເຫດຂອງການປະລະແມ່ນຜູ້ປົກຄອງບໍ່ສາມາດສົ່ງເສີມໃຫ້ຮຽນ, ບໍ່ມັກວິຊາຮຽນ ແລະຮຽນບໍ່ຄົບຫຼັກສູດ.

ຢ່າງໃດກໍ່ຕາມ ໃນພິທີຄັ້ງນີ້ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການຮຽນ-ການສອນໃນສົກປີຜ່ານມາ ແລະມອບໃບຍ້ອງຍໍໃຫ້ແກ່ນັກຮຽນທີ່ຮຽນດີຮຽນເກັ່ງ ແລະມີຄຸນສົມບັດດີອີກດ້ວຍ ຊຶ່ງໃຫ້ກຽດມອບຂອງທ່ານນາງ ບຸນເຍື້ອນ ທິດພຸດທະວົງ.

No comments

Theme images by compassandcamera. Powered by Blogger.