ເຕືອນ​! ນອນ​ສະ​ແຄງ​ຂວາ​ ສ່ຽງ​ກົດ​ໄຫຼຍ້້ອນ​

ເຕືອນ​! ນອນ​ສະ​ແຄງ​ຂວາ​ ສ່ຽງ​ກົດ​ໄຫຼຍ້້ອນ​
ເມື່ອ​ເວົ້າ​ເຖິງ​ກົດ​ໄຫຼ​ຍ້ອນ​ ຖ້າ​ໃຜ​ເຄີຍ​ເປັນ​ ຫຼື ​ກຳ​ລັງ​ເປັນ​ກົດ​ໄຫຼ​ຍ້ອນ​ຢູ່​ຈະ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ​ ເປັນ​ອາ ການ​ທີ່ສຸດ​ແສນ​ຈະ​ທໍລະມານ​ ແລະ​ ຫາກ​ນອນ​ຫຼັບ​​ພາຍຫຼັງ​ຮັບປະທານ​ອາຫານ​ ມັກ​ຖືກ​ກົດ​ໄຫຼ​ຍ້ອນຫຼິ້ນ​ງານ​
ຊ່ວງ​ນີ້​ມີກ​ະ​ແສ​ຈາກ​ໂຊ​ໂຊສ​ທີ່​ແຊ​ຣ໌​ຕໍ່​ກັນ​ ໃຫ້​ຫຼີກ​ລ້ຽງ​ການ​ນອນສະ​ແຄງ​ຂວາ​ ເພາະ​ການ​ນອນ​ສະ​ແຄງ​ຂວາ​ຈະ​ເຮັດໃຫ້​ມີ​ອາການ​ກົດ​ໄຫຼ​ຍ້ອນ​ ຂໍ້​ມູນ​ນີ້​ເປັນ​ເລື່ອງແທ້​ຫຼືບໍ​? ມື້​ນີ້​ມີ​ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ມາ​ບອກ​


ແພດຍິງ​ປາ​ລິ​ຕາ​ ຊວນ​ເກຣີກ​ກຸນ​ ແພດ​ສະເພາະ​ທາງ​ພະຍາດ​ລະບົບ​ທາງເດີນ​ອາຫານ​ ແລະ ​ຕັບ​ ໂຮງ​ໝໍ​ເປົາ​ໂລ​ ພະຫົນ​ໂຢ​ທິນ​ ບອກ​ວ່າ​ ຖ້ານ​ອນ​​ຫົວ​ຕ່ຳ​ຫຼັງ​ຈາກ​ຮັບປະທານ​ອາຫານ​ພາຍ​ໃນ​ເວລາ​ບໍ່​ເກີນ​ 3 ຊົ່ວ​ໂມງ​ ຈະ​ເພີ່ມ​ກົດ​ໄຫຼ​ຍ້ອນ​ຂຶ້ນ​ ເພາະ​ອາຫານ​ ແລະ ​ກົດ​ຍັງ​ຄ້າງ​ຢູ່​ທີ່​ກະເພາະ​ອາຫານ​ ຊຶ່ງ​ສາມາດ​ໄຫຼ​ຍ້ອນ​ກັບ​ມາ​ທີ່​ບໍລິເວນ​ຫຼອດ​ອາຫານ​ໄດ້​

ສ່ວນ​ເລື່ອງ​ການ​ນອນ​ສະ​ແຄງ​ຊ້າຍ​ ຫຼື ​ຂວາ​ນັ້ນ​ ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ກົດ​ໄຫຼ​ຍ້ອນ​ ເພາະ​ຖົງ​ເກັບ​ອາຫານ​ໃນ​ກະເພາະ​ອາຫານ​ຈະ​ຢູ່​ທາງ​ດ້ານ​ຊ້າຍ​ ເມື່ອ​ເຮົາ​ນອນ​ສະ​ແຄງ​ຊ້າຍ​ຖົງ​ຈະ​ຍ້ອຍ​ລົງ​ ຮູ​ເປີດ​ຈາກ​ຫຼອດ​ອາຫານ​ທີ່ນລົງ​ໄປ​ຍັງ​ກະ ເພາະ​ອາຫານ​ຈະ​ຢູ່​ເໜືອ​ລະ​ດັບ​ກົດ​ ແລະ ​ອາຫານ​ທີ່​ຢູ່ໃນ​ກະເພາະ​ ກົດ​ຈຶ່ງ​ບໍ່​ໄຫຼ​ຍ້ອນ​ຂຶ້ນ​ມາ​

ຫາກ​ເຮົາ​ນອນ​ສະ​ແຄງ​ຂວາ​ ຮູ​ເປີດ​ຫຼອດ​ອາຫານ​ຈະ​ຢູ່​ຕ່ຳ​ກວ່າ​ລະ​ດັບ​ຂອງ​ກົດ​ແລະ​ອາຫານ​ໃນ​ກະເພາະ​ ຈະ​ເຮັດໃຫ້​ກົດ​ສາມາດ​ໄຫຼ​ຍ້ອນ​ກັບ​ມາ​ໄດ້​ ຈຶ່ງ​ເປັນ​ທີ່​ມາ​ຂອງ​ການ​ນອນ​ສະ​ແຄງ​ຂວາ​ອາດ​ເຮັດໃຫ້​ເກີດ​ອາການ​ກົດ​ໄຫຼຍ້ອນ​ຂຶ້ນ​ມາ​​

ກົດ​ໄຫຼ​ຍ້ອນ​ ເກີດ​ຈາກ​ສານ​ຄັດ​ຫຼັ່ງ​ກົດ​ ຫຼື​ ອາຫານ​ເກີດ​ການ​ໄຫຼຍ້ອນ​ຂຶ້ນ​ມາ​ຈາກ​ກະເພາະ​ ຫຼື​ ລຳ​ໄສ້​ນ້ອຍ​ໄປ​ທີ່​ຫຼອດ​ອາຫານ​ ເຮັດໃຫ້​ເກີດ​ອາການ​ແສບ​ຮ້ອນ​ໜ້າ​ເອິກ​ ເອິ​ສົ້ມ​ ແສບ​ຄໍ​ ໂດຍ​ແບ່ງ​ເປັນ​ 2 ຊະນິດ​ຄື​ ຫຼອດ​ອາຫານ​ເປັນ​ແຜ​ ກັບ​ຫຼອດ​ອາຫານ​ບໍ່​ເປັນ​ແຜ​ ຊຶ່ງ​ວິທີ​ການ​ປ້ອງ​ກັນ​ອາການ​ກົດ​ໄຫຼ​ຍ້ອນ​ເຮັດ​ໄດ້​ງ່າຍໆ​ ດ້ວຍ​ການ​ປັບ​ປ່ຽນ​ພຶດຕິກຳ​ການ​ກິນ​ ແລະ ​ການ​ນອນ​

ສະນັ້ນ​ກໍ​ຫາຍ​ສົງໄ​ສ​ແລ້ວ​​ວ່າ​ເປັນຫຍັງ​ການ​ນອນສະ​ແຄງ​ຂວາ​ເຖິງ​ສ່ຽງ​ຕໍ່​ການ​ເກີດ​ອາການ​ກົດ​ໄຫຼ​ຍ້ອນ​ ຖ້າ​ໃຜ​ບໍ່​ຢາກ​ເປັນ​ກົດ​ໄຫຼ​ຍ້ອນ​ຕ້ອງ​ຮັບປະທານ​ອາ ຫານ​ດີ​ ມີປະ​ໂຫຍດ​ ຮັບປະທານ​ອາຫານ​ໃຫ້​ກົງ​ເວລາ​ ພັກ​ຜ່ອນ​ໃຫ້​ພຽງ​ພໍ​ ເພື່ອ​ໃຫ້​ຮ່າງກາຍ​ແລະ​ລະບົບ​ຕ່າງ​ໆ​ ພາຍ​ໃນ​ເຮັດວຽກ​ໄດ້​ຢ່າງ​ປົກກະຕິ​

No comments

Theme images by compassandcamera. Powered by Blogger.