ຈີນໃຫ້ຄວາມສົນໃຈຜະລິດຕະພັນຂອງລາວ

ຫົວໜ່ວຍ​ທຸລະ​ກິດ​ລາວ ໄດ້​ໃຫ້ຄວາມ​ສົນໃຈ​ເຂົ້າ​ຮ່ວມ​ງານ​ວາງສະແດງ​ສິນຄ້າ​ຈີນ-ອາ​ຊຽນ (CAEXPO) ເພີ່ມ​ຂຶ້ນ​ກວ່າ​ປີຜ່ານ​ມາ​ນັ້ນ ກໍ່​ຍ້ອນ​ການ​ຊຸກຍູ້ສົ່ງເສີມ​ຂອງ​ລັດຖະບານ ​ທີ່​ເປີດໂອກາດ​ໃຫ້​ຫົວໜ່ວຍ​ທຸລະ​ກິດ ເຂົ້າ​ຮ່ວມ​ງານ​ເພື່ອ​ຊອກ​ຫາ​ຄູ່​ຄ້າໃໝ່ ເພື່ອ​ຂະຫຍາຍ​ຖານ​ການຜະລິດ ແລະ ຕະຫຼາດ​ໃຫ້​ກວ້າງອອກ.

ທ່ານ ສົມ​ຫວັງ ນັນທະ​ວົງ ຫົວໜ້າ​ກົມ​ສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງ​ອຸດສາຫະກຳການ​ຄ້າ​ ໄດ້​ກ່າວ​ວ່າ: ລັດຖະບານ ​ສປປ ລາວ ໄດ້​ເອົາໃຈໃສ່​ຊຸກຍູ້ສົ່ງເສີມ​ໃຫ້​ຫົວໜ່ວຍ​ທຸລະ​ກິດລາວ ​ເຂົ້າ​ຮ່ວມ​ໃນ​ງານ​ວາງ​ສະແດງ​ຈີນ-ອາ​ຊຽນ 13 ຄັ້ງ​ຕິດຕໍ່ກັນ ປີ​ນີ້​ນັກທຸລະກິດ​ລາວ​ ໄດ້​ເຂົ້າຮ່ວມ​ງານ​ວາງສະແດງ​ເພີ່ມ​ຂຶ້ນກວ່າ​ປີຜ່ານມາ ປີຜ່ານມາ​ມີ​ພຽງ 85 ຫ້ອງ​ວາງສະແດງປີ​ນີ້ ​ໄດ້ເພີ່ມ​ຂຶ້ນ​ເປັນ 146 ຫ້ອງ​ວາງ​ສະແດງ ລວມ 63 ບໍລິສັດ ຈາກ​ຫົວໜ່ວຍ​ທຸລະ​ກິດ​ທົ່ວ​ປະເທດ ສຳລັບ​ປີ​ນີ້ ລັດຖະບານ ​ສປປ ລາວ ໄດ້​ມອບ​ໝາຍ​ໃຫ້​ແຂວງ​ອັດ​ຕະ​ປືເປັນ​ເມືອງ​ແຫ່ງ​ສະ​ເໜ ເຂົ້າ​ວາງສະແດງ ແລະ ໂຄສະນາ​ເຜີຍແຜ່ດ້ານ​ວັດທະນະທຳ ເສດຖະກິດ-ສັງຄົມ ແລະ ໄດ້​ນຳ​ສະເໜີ​ທ່າແຮງ​ທາງ​ດ້ານ​ເສດຖະກິດ​ຂອງແຂວງ ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ພາຍ​ນອກ.

ສຳລັບ​ສິນຄ້າ ແລະ ຜະລິດຕະ​ພັນ​ລາວ ​ທີ່​ເຂົ້າ​ມາ​ວາງ​ສະແດງ​ໃນ​ຄັ້ງ​ນີ້ ປະກອບ​ມີ​ຜະລິດຕະ​ພັນຫັດຖະກຳ ແລະ ຜ້າໄໝ ເຄື່ອງ​ປະດັບ ເຟີ​ນີ​ເຈີ ການ​ທ່ອງທ່ຽວ ແລະ ໂຄສະນາ​ສິນຄ້າ​ໂອດ໋ອບ ອາຫານ ແລະ ເຄື່ອງ​ດື່ມ ພິເສດ​ປີ​ນີ້​ເປັນ​ປີ​ທຳ​ອິດ​ທີ່ ​ສປປ ລາວ ​ໄດ້​ຮັບ​ອະນຸຍາດ​ນຳ​ມາ​ວາງສະແດງ ແລະ ຈຳໜ່າຍ ຈຳນວນ 8 ໂຕນ ປັດຈຸບັນ​ນີ້ ຜະລິດຕະ​ພັນ​ຂອງ ​ສປປ ລາວ ມີ​ຄວາມຕ້ອງການ​ສູງ ໂດຍ​ສະເພາະ ຜະລິດ​ຕະ​ພັນ​ກະສິກຳ ແລະ ໄມ້​ແກະສະຫຼັກ ແລະ ສະ​ໝຸນ​ໄພ ງານ​ນີ້ໄດ້​ເຮັດ​ໃຫ້​ຫຼາຍ​ຫົວໜ່ວຍ​ທຸລະກິດ​ ສາມາດ​ຊອກ​ຫາ​ຄູ່​ຄ້າ​ເພີ່ມຂຶ້ນ ສະແດງ​ອອກ ສາມາດ​ເຊັນສັນຍາ​ຮ່ວມ​ມື​ດ້ານ​ການ​ຄ້າ​ໄດ້ ເປັນຕົ້ນ ບໍລິສັດ ​ເບຍ​ລາວ ແລະ ບໍລິສັດ​ອື່ນໆ​ອີກ​ຈຳນວນ​ໜຶ່ງ.

ໃນ​ໂອກາດ​ທີ່ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກ​ລັດ​ຖະມົນຕີ ພ້ອມ​ຄະນະ ໄດ້​ເດີນທາງມາ​ເຂົ້າ​ຮ່ວມ​ໃນ​ພິທີ​ເປີດ​ຫ້ອງວາງສະແດງ​ສິນຄ້າ​ຈີນ-ອາ​ຊຽນ ວັນ​ທີ 10 ກັນຍາ 2016 ທ່ານຮອງ​ນາຍົກ ​ໄດ້​ໄປ​ຢ້ຽມ​ຊົມ​ຫ້ອງວາງສະແດງ​ຂອງ​ລາວ.



ທີ່ມາ: www.news.com.la/

No comments

Theme images by compassandcamera. Powered by Blogger.