ລາຄາ​ສິນຄ້າ​ປະ​ເພດ​ຜັກ​ຖີບ​​ໂຕ​ສູງ​ຂຶ້ນ​ເທົ່າ​ຕົວ

ຜ່ານ​ການ​ລົງ​ຕິດຕາມສະ​ພາບ​ລາຄາ​ສິນຄ້າຢູ່​ຕະຫຼາດ​ຫຼາຍ​​ແຫ່ງ​ໃນ​ນະຄອນຫຼວງ​ວຽງ​ຈັນຄື : ​ຕະຫຼາດ​ສະພານ​ທອງ, ​ສະຫວ່າງ ​ແລະ ຕະຫຼາດ​ຂົວ​ດິນ ​ໃນ​ວັນ​ທີ 17 ພຶດສະພາ​ນີ້,​ ເຫັນ​ວ່າ​ລາຄາສິນຄ້າບາງປະເພດຖີບຕົວສູງ​ຂຶ້ນ​ຫຼາຍ​ເຊັ່ນ: ໝາກ​​ເຜັດ​ຈາກ​ລາຄາ 20 - 25 ພັນ​ກີບ/ກິ​ໂລ ​ມາ​ເປັນ 45 – 50 ພັນ​ກີບ/ກິ​ໂລ, ໜອມບົ່ວ​ຈາກ 15 – 18 ພັນ​ກີບ/ກິ​ໂລ ມາ​ເປັນ 30 – 35 ພັນ​ກີບ/ກິ​ໂລ, ​ຫອມປ້ອມ​ຈາກ 20 – 25 ພັນ​ກີບ/ກິ​ໂລ ມາ​ເປັນ 35 – 40 ພັນ​ກີບ/ກິ​ໂລ ​ແລະ ພືດ​ຜັກ​ອື່ນໆ​ດັ່ງ : ຜັກ​ສະຫຼັດ , ໝາກ​ນາວ, ໝາກ​ເຫລັ່ນ, ຫອມລາບ, ໝາກ​ຖົ່ວ, ຜັກ​ບົ້ງ ກໍ​ມີ​ລາຄາ​ແພງ​ຂຶ້ນ 2 – 5 ພັນ​ກີບ/ກິ​ໂລ, ​ແຕ່ກົງກັນຂ້າມ​ລາຄາ​ສິນຄ້າ​ປະ​ເພດ​ຊີ້ນ​, ປາ ພັດ​ຢູ່​ໃນ​ເກນ​ປົກກະຕິ​ ຄື: ຊີ້ນ​ງົວ 70 – 75 ພັນ​ກີບ/ກິ​ໂລ, ຊີ້ນ​ໝູ 30 – 40 ພັນ​ກີບ/ກິ​ໂລ, ​ເປັດ,​ໄກ່ 35 – 45 ພັນ​ກີບ/ກິ​ໂລ, ປາ​ກະຊັງ 18 – 22 ພັນ​ກີບ/ກິ​ໂລ, ຂະນະ​ທີ່​ຊາວ​ຄ້າຂາຍ​ສ່ວນ​ຫຼາຍ​ຕ່າງ​ກໍ​ໃຫ້​ເຫດຜົນ​ຄື​ກັນ​ວ່າ : ກໍດັ່ງ​ທຸກໆ​ປີຜ່ານມາ​ພໍ​ຮອດ​ໄລຍະ​ ນີ້​ຜັກ​ປະ​ເພດ​ຕ່າງໆ​ຈະມີ​ລາຄາ​ສູງ​ຂຶ້ນ​ເນື່ອງ​ຈາກ​ການ​ປູກພືດອາຍຸ​ສັ້ນ​ປະ​ເພດຜັກ​ຈະໜ້ອຍ​ລົງ, ​ຍ້ອນຊາວສວນ​ຈຳນວນຫຼາຍໄດ້​ຫັນ​ເອົາ​​ເນື້ອ​ທີ່​​ໄປ​ປູກ​ພືດ​ຊະນິດ​ອື່ນ​​ແທນ​ການ​ປູກ​ຜັກ​ ແລະ ( ພືດ​ອາຍຸ​ສັ້ນອື່ນໆ ເພາະເປັນໄລຍະລະ ດູຝົນໄດ້ເລີ່ມຂຶ້ນແລ້ວ ແລະ ຄາດ​ວ່າ​ລາຄາ​ຜັກ​ຍັງຈະ​ສືບ​ຕໍ່​ແພງ​ຂຶ້ນ​ຕື່ມອີກເນື່ອງ​ຈາກ​ການ​ຕອບສະໜອງ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງຜູ້ບໍລິໂພກ.

ທີ່ມາ: www.news.com.la

No comments

Theme images by compassandcamera. Powered by Blogger.