ອຸດົມໄຊ ຈະສູ້ຊົນໃຫ້ເສດຖະກິດຂະຫາຍາຍຕົວໃນລະດັບ 10% ຕໍ່ປີ

ອີງ​ຂໍ້​ມູນ​ພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນ​ຂອງ​ແຂວງ​ອຸ­ດົມ​ໄຊ​ເປີດ­ເຜີຍ​ໃຫ້​ຮູ້​ວ່າ: ຮອດ​ປີ 2020 ແຂວງ​ຈະ​ສູ້​ຊົນ​ເຮັດ​ໃຫ້­ການ​ເຕີບ ໂຕ​ຂອງ​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ສະ­ເລ່ຍ​ບໍ່​ໃຫ້​ຫຼຸດ 10% ຕໍ່​ປີ, ສ້າງ​ມູນ​ຄ່າ​ເພີ່ມ​ລາ­ຄາ ໃນ​ປີ​ໃຫ້​ໄດ້​ປະ­ມານ 5.345 ຕື້​ກີບ ຫຼື ປະ­ມານ 670 ລ້ານ​ໂດ​ລາ​ສະ­ຫະ­ລັດ, ສະ­ເລ່ຍ (GDP) ຕໍ່​ຫົວ ຄົນ​ໃຫ້​ໄດ້ 1.800 ໂດ​ລາ​ສະ­ຫະ ລັດ​ຕໍ່​ຄົນ​ຕໍ່​ປີ, ໃນ​ນັັ້ນ ຂະ­ແໜງ​ກະ ສິ​ກຳ-ປ່າ­ໄມ້ ເພີ​ີ່ມ​ຂຶ້ນ 8% ກວມ ເອົາ 43% ຂອງ GDP, ຂະ­ແໜງ ອຸດ­ສາ­ຫະ­ກຳ​ເພີ່ມ​ຂຶ້ນ 13% ກວມ ເອົາ 18% ຂອງ GDP ແລະ​ການ ບໍ­ລິ­ການ ເພີ​ີ່ມ​ຂຶ້ນ 12% ກວມ​ເອົາ 39% ຂອງGDP.

ທັງ​ນີ້ ເພື່ອ​ເຮັດ​ໃຫ້​ເສດ­ຖະ­ກິດ ມີ​ການ​ຂະ­ຫຍາຍ­ຕົວ​ໃນ​ລະ­ດັບ 10% ຂຶ້ນ​ໄປ ໃນ​ໄລ­ຍະ 2016-2020 ແຂວງ​ມີ​ຄວາມ​ຕ້ອງ­ການ ລົງ­ທຶນ​ທັງ​ໝົດ​ປະ­ມານ 8.900 ຕື້ ກີບ ກວມ 40% ຂອງ GDP, ໃນ ນັັ້ນ ການ​ລົງ­ທຶນ​ຂອງ​ລັດ​ປະ­ມານ 815 ຕື້​ກີບ ກວມ 9-10% ຂອງ ການ​ລົງ­ທຶນ​ທັງ​ໝົດ, ການ​ລົງ­ທຶນ ຈາກ​ການ​ຊ່ວຍ­ເຫຼືອ​ລ້າ ແລະ​ກູ້​ຢືມ ປະ­ມານ 980 ຕື້​ກີບ ກວມ 10- 11% ຂອງ​ການ​ລົງ­ທຶນ​ທັງ​ໝົດ, ການ​ລົງ­ທຶນ​ຂອງ​ເອ­ກະ​ຊົນ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ປະ­ມານ 3.360 ຕື້​ກີບ ກວມ37-38% ຂອງ​ການ ລົງ­ທຶນ​ທັງ​ໝົດ ແລະ​ການ​ປ່ອຍ​ສິນ ເຊື້ອ​ຂອງ​ທະ­ນາ­ຄານ 3.745 ຕື້ ກີບ ກວມ 40-42% ຂອງ​ການ ລົງ­ທຶນ​ທັງ​ໝົດ.

ພ້ອມ​ດຽວ​ກັນ​ນັ້ນ ການ​ດຸນ ດ່ຽງ​ງົບ­ປະ­ມານ​ແຫ່ງ​ລັດ​ແຂວງ ຈະ​ສູ້​ຊົນ​ປະ­ຕິ­ບັດ​ລາຍ​ຮັບ​ເຂົ້າ​ງົບ ປະ­ມານ ລວມ​ໃນ 5 ປີ ໃຫ້​ໄດ້​ປະມານ 3.440 ຕື້​ກີບ, ໃນ​ນັັ້ນ ລາຍ​ຮັບ​ພາຍ​ໃນ​ແຂວງ​ໃຫ້​ໄດ້​ປະ­ມານ 570 ຕື້​ກີບ ກວມ 17% ຂອງ​ງົບ ປະ­ມານ​ລວມ, ສະ­ເພາະ​ລາຍ​ຮັບ​ປີ 2020 ໃຫ້​ໄດ້​ຫຼາຍ​ກວ່າ 900 ຕື້​ກີບ ເທົ່າ​ກັບ 26% ຂອງ​ງົບ­ປະ­ມານ​ລວມ, ໃນ​ນັັ້ນ ລາຍ​ຮັບ​ພາຍ ໃນ​ໃຫ້​ໄດ້​ປະ­ມານ 135 ຕື້​ກີບ ແລະລາຍ​ຮັບ​ດຸນ​ດ່ຽງ​ຈາກ​ສູນ​ກາງ​ປະ ມານ 765 ຕື້​ກີບ.

ສຳ­ລັບ​ການ​ຄຸ້ມ​ຄອງ​ລາຍ ຈ່າຍ​ງົບ­ປະ­ມານ​ທັງ​ໝົດ ໃນ 5 ປີ ໃຫ້​ຢູ່​ໃນ​ລະ­ດັບ 3.440 ຕື້​ກີບ ໃນ ນັ້ນ ລາຍ​ຈ່າຍ​ສະ­ເພາະ​ປີ 2020 ໃຫ້​ຢູ່​ໃນ​ລະ­ດັບ 900 ຕື້​ກີບ, ພ້ອມ ນັ້ນ ຈະ​ສູ້​ຊົນ​ໃຫ້­ການ​ຂາດ​ດຸນ​ງົບ ປະ­ມານ​ບໍ່​ເກີນ 2.870 ຕື້​ກີບ, ສະ­ເລ່ຍ​ລະ­ຫວ່າງ 12-15% ຂອງ GDP.

ນອກ​ນັ້ນ ການ​ດຸນ​ດ່ຽງ​ຂາ ເຂົ້າ-ຂາ​ອອກ ຈະ​ສູ້​ຊົນ​ເຮັດ​ໃຫ້ ການ​ຂາດ​ດຸນ​ນ​ການ​ຄ້າ​ຫຼຸດ​ລົງ ເປັນ​ກັ້າວໆ ໂດຍ​ສົ່ງ­ເສີມ​ການ​ຜະ ລິດ​ພາຍ​ໃນ​ໃຫ້​ເຂັ້ມ­ແຂງ​ບັນ­ລຸ​ໄດ້ ທັງ​ປະ­ລິ­ມານ ແລະ​ຄຸນ​ນະ​ພາບ ເພື່ອ​ສົ່ງ​ອອກ​ໃຫ້​ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນ, ສ່ວນ​ການ​ນຳ​ເຂົ້າ​ກໍ​ໃຫ້ ມີ​ລັກ­ສະ­ນະ​ເອື້ອ​ອຳ­ນວຍ​ໃຫ້​ແກ່ ການ​ຜະ­ລິດ​ເຊັນ: ການ​ນຳ​ເຂົ້າ​ອຸ­ປະ­ກອນ​ເຄື່ອງ​ຈັກ​ເພື່ອ​ການ​ຜະ­ລິດ, ຄາດ​ຄະ­ເນ​ການ​ສົ່ງ​ອອກ​ສິນ ຄ້າ​ໄປ​ບັນ­ດາ​ປະ­ເທດ​ໃກ້​ຄຽງ​ໃນ 5 ປີ (2016-2020) ຈະ​ຂະ­ຫຍາຍ ຕົວ​ສະ­ເລ່ຍ​ໃນ​ລະ­ດັບ​ບໍ່​ຫຼຸດ 10% ຕໍ່​ປີ ແລະ​ຫຼຸດ​ດ​ຜ່ອນ​ການ​ຂາດ​ດຸນ​ສະ­ເລ່ຍ​ໃນ​ລະ­ດັບ 20% ລົງ​ມາ​ໃນ ປີ 2020.

ທີ່ມາ: www.news.com.la

No comments

Theme images by compassandcamera. Powered by Blogger.