ສາລະວັນ ສືບຕໍ່ຜະລິດອຸດສາຫະກຳ-ກະສິກຳເປັນສິນຄ້າ
ອີງຕາມຂໍ້ມູນຈາກການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ລາຍງານໃຫ້ຮູ້ວ່າ: 5 ປີຄັ້ງ ທີ VII (2011-2015) ແລະທິດທາງແຜນການ 5 ປີ 2016-2020 ຕະຫຼອດໄລຍະຜ່ານມາຄະນະພັກແຂວງໆສາລະວັນ, ເວົ້າລວມເວົ້າສະເພາະພະນັກ ງານວິຊາການທີ່ກ່ຽວຂ້ອງຕ່າງໆ ທົ່ວແຂວງ, ໄດ້ເອົາໃຈໃສ່ຢ່າງຕັ້ງ ໜ້າໃນການປະຕິບັດຕາມເນື້ອໃນ 4 ບຸກທະລຸ ແລະທິດນຳ 3 ສ້າງ ມາດຕະຖານຄວາມທຸກຍາກທີ່ລັດ ວາງອອກ ໃນນີ້ ໄດ້ກຳນົດ 54 ຈຸດສຸມພັດທະນາຂອງແຂວງ ແລະຖື ເອົາການພັດທະນາເສດຖະກິດ ເປັນໃຈກາງເຮັດໃຫ້ການຜະລິດ ກະສີກຳຕິດພັນກັບອຸດສາຫະກຳ ປຸງແຕ່ງ ແລະບໍລິການ, ສູ້ຊົນຫັນການຜະລິດແບບທຳມະຊາດໄປສູ່ການຜະລິດເປັນສິນຄ້າ, ຕັ້ງໜ້າ ພັດທະນາພື້ນຖານໂຄງລ່າງເພື່ອ ເຮັດໃຫ້ເສດຖະກິດຢູ່ຊົນນະບົດຂະຫຍາຍຕົວ ແລະເຮັດໃຫ້ເກີດມີຄອບຄົວຕົວແບບ ແລະມີບ້ານພັດທະນາຫຼາຍຂຶ້ນ, ໄດ້ປຸກລະດົມຄວາມເປັນເຈົ້າການຂອງປະຊາຊົນ ແລະອຳນາດການປົກຄອງຂັ້ນເມືອງ ແລະບ້ານໃນການໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ຈາກຈຳນວນ 724 ບ້ານ ໃນປີ 2011 ມາເປັນ 582 ບ້ານໃນປະຈຸບັນ.
ສຳລັບການພັດທະນາກະສິ ກຳ-ປ່າໄມ້ ເພື່ອໃຫ້ມີຄວາມໝັ້ນຄົງ ແລະຍືນຍົງທາງດ້ານສະບຽງອາຫານ ແລະການຜະລິດເປັນສິນ ຄ້າແມ່ນໄດ້ເສີມຂະຫຍາຍການ ຜະລິດກະສິກຳທີ່ມີທ່າແຮງຂອງ ແຕ່ລະທ້ອງຖິ່ນຕາມທິດເຮັດກະ ສິກຳສະອາດ ແລະກະສິກຳປອດສານພິດ, ນຳໃຊ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດເພື່ອຮັບປະກັນການ ສະໜອງສິນຄ້າກະສິກຳໃຫ້ແກ່ອຸດສາຫະກຳປຸງແຕ່ງ ແລະບໍລິການທາງດ້ານປະລິມານ ແລະຄຸນນະພາບ, ໂດຍຕິດພັນກັບການສົ່ງເສີມໃຫ້ມີການປຸ່ງແຕ່ງຜະລິດສິນຄ້າເພື່ອ ສ້າງມູນຄ່າເພີ່ມ, ສູ້ຊົນຜະລິດເຂົ້າ ໃນ 5 ປີ ໃຫ້ບັນລຸໄດ້ 2,2 ລ້ານໂຕນ ເພີ່ມຂຶ້ນ 29%, ສະເພາະປີ 2020 ຜະລິດເຂົ້າໃຫ້ໄດ້ 557.587 ໂຕນ, ກາເຟ 34 ພັນໂຕນ, ກ້ວຍ 126 ພັນໂຕນ, ສາລີ 37 ພັນໂຕນ, ມັນຕົ້ນ 271 ພັນໂຕນ, ມັນດ້າງ 55 ພັນໂຕນ ແລະປະເພດພືດຜັກ ລວມ 42 ພັນໂຕນ.
ສ່ວນການລ້ຽງສັດເພື່ອເປັນ ສິນຄ້າແມ່ນຫັນການລ້ຽງແບບ ທຳມະຊາດເປັນການລ້ຽງສັດ ແບບເປັນຟາມ ແລະຄາດຄະເນອັດ ຕາຂະຫຍາຍຕົວຂອງຝູງສັດທົ່ວ ແຂວງ ໃນນັ້ນ ຄວາຍເພີ່ມຂຶ້ນສະເລ່ຍໃນ 5 ປີ 3%, ງົວ 4%, ໝູ 5%, ແບ້ 5% ແລະສັດປີກເພີ່ມ ຂຶ້ນ 10%, ໃນປີ 2020 ສູ້ຊົນຜະລິດ ຊີ້ນປາ ແລະໄຂ່ໃຫ້ໄດ້ 105.932 ໂຕນ ເພື່ອບໍລິໂພກ ພາຍໃນ ແລະ ຂາຍເປັນສິນຄ້າ, ສ້າງສູນບໍລິການ ເຕັກນິກກະສິກຳໃຫ້ໄດ້ 32 ແຫ່ງ, ກໍ່ສ້າງຊົນລະປະທານແບບຖາ ວອນຍືນຍົງນ້ຳໄຫຼເຂົ້າເອງປ່ຽນ ແທນລະບົບຈັກສູບນ້ຳ ໂດຍສຸມ ໃສ່ສ້າງອ່າງເກັບນ້ຳຫ້ວຍລະອາຍ, ເຊໂດນ 3, ເຊກະເທດ, ເຊ ກອນ, ເຊລະມັງ, ຫ້ວຍນ້ຳໃສ ແລະອ່າງເກັບນ້ຳຂະໜາດນ້ອຍ ຈຳນວນໜຶ່ງທີ່ມີປະສິດທິຜົນ ແລະ ປູກໄມ້ອຸດສາຫະກຳໃຫ້ໄດ້ 15 ພັນເຮັກຕາ.
ຕໍ່ກັບຜົນງານດັ່ງກ່າວເຫັນວ່າ:ມູນຄ່າອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳຂະຫຍາຍຕົວສະເລ່ຍ 11-12% ຕໍ່ປີ, ລວມຍອດມູນຄ່າ ຈໍລະຈອນສິນຄ້າໃນ 5 ປີ 15.846 ຕື້ກີບເພີ່ມຂຶ້ນສະເລ່ຍ 19% ຕໍ່ປີ, ການເກັບຊື້ຜົນຜະລິດພາຍໃນບັນ ລຸໄດ້ 4,769 ຕື້ກີບເພີ່ມຂຶ້ນສະເລ່ຍ 18% ຕໍ່ປີ, ສິນຄ້ານຳເຂົ້າສະເລ່ຍ 8% ຕໍ່ປີ, ມູນຄ່າສິນຄ້າສົ່ງອອກເພີ່ມຂຶ້ນສະເລ່ຍ 14% ຕໍ່ປີ ໂດຍ ສະເພາະໄດ້ສຸມໃສ່ການຜະລິດອຸດສາຫະກຳ-ກະສິກຳ ເປັນສິນຄ້າ ຕົ້ນຕໍເຊັ່ນ: ເຂົ້າ, ກາເຟ, ມັນຕົ້ນ, ມັນດ້າງ, ພືດຖົ່ວ, ພືດທາດແປ້ງ, ໄມ້ອຸດສາຫະກຳ, ພືດເປັນຢາ ແລະຢາງພາລາ, ນອກນັ້ນແມ່ນຍັງໄດ້ ສືບຕໍ່ພັດທະນາວິສາຫະກິດພາຍໃນໃຫ້ເຂັ້ມແຂງ, ສ້າງທຸລະກິດຂອງລັດໃຫ້ມີຄວາມແຂງແຮງ, ສົ່ງເສີມການສ້າງໜໍ່ແໜງເສດຖະກິດລວມໝູ່-ເສດຖະກິດຮ່ວມມື ຂອງປະຊາຊົນໃຫ້ກວ້າງຂວາງ, ສ້າງຕັ້ງສະຫະກອນສິນເຊື່ອ, ສະຫະກອນກາເຟ, ສະຫະກອນກະເສດອື່ນໆໃຫ້ເປັນຕົນເປັນໂຕ.
ນອກນັ້ນ ພັກ-ລັດ ກໍຄືຄະນະພັກແຂວງສາລະວັນ ຍັງໄດ້ເອົາ ໃຈໃສ່ລົງເຄື່ອນໄຫວຕິດຕາມສູ້ຊົນ ເຮັດໃຫ້ຈັ່ງຫວະການຂະຫຍາຍ ຕົວຂອງຂະແໜງໄຟຟ້າເພີ່ມຂຶ້ນ ສະເລ່ຍ 11% ຕໍ່ປີ, ຂະແໜງທໍລະນີສາດ-ບໍ່ແຮ່ ເພີ່ມຂຶ້ນສະເລ່ຍ 9% ຕໍ່ປີ, ບ້ານມີໄຟຟ້າຊົມໃຊ້ກວມເອົາ 100%, ຫຼັງຄາເຮືອນຊົມໃຊ້ໄຟ ຟ້າໃຫ້ກວມ 95%, ຄຸ້ມຄອງການຂຸດຄົ້ນຖ່ານຫີນ ແລະແຮ່ທາດອື່ນໆ ໃຫ້ເກີດປະໂຫຍດສູງສຸດຕໍ່ລັດ, ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ, ທົດລອງນຳໃຊ້ພະລັງງານທົດແທນໃຫ້ຫຼາຍຂຶ້ນເຊັ່ນ: ພະລັງງານແສງອາທິດ ແລະພະລັງງານຊີວະມວນ ຊຶ່ງເປັນພະລັງງານທີ່ສະອາດບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ.
ທີ່ມາ: www.sedthakid.la/

No comments