ບໍລິສັດມາເກົ້າຣີເຈັນ ຈະເຂົ້າມາບໍລິຫານສະຫວັນເວກັດ ໂຮງແຮມ ແລະ ກາສິໂນຢູ່ແຂວງສະຫວັນນະເຂດ

ພິທີມອບ-ໂອນກິດຈະການຂອງບໍລິສັດສະຫວັນເວກັດລາວຈຳກັດ ລະຫວ່າງ ລັດຖະບານ ແຫ່ງ ສປປ.ລາວ ແລະ ບໍລິສັດມາເກົ້າຣີເຈັນດີເວີລົບເມັນຈຳກັດ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 10 ກັນຍາ 2016 ຜ່ານມາ ທີ່ສະຫວັນເວກັດ ໂຮງແຮມ ແລະ ກາສິໂນແຂວງສະຫວັນນະເຂດ ໂດຍການເປັນກຽດເຂົ້າຮ່ວມໃນພິທີຂອງທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮອງລັດຖະມົນຕີກະຊວງຍຸຕິທຳ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີຮອງເຈົ້າແຂວງໆສະຫວັນນະເຂດ ຮອງປະທານຮ່ວມມື ລາວ-ຈີນ ຄະນະອຳນວຍການ ແລະ ພະນັກງານຂອງບໍລິສັດມາເກົ້າຣີເຈັນ ແລະ ການຈັດຕັ້ງກ່ຽວຂ້ອງ ນັບແຕ່ສູນກາງຮອດທ້ອງຖິ່ນເຂົ້າຮ່ວມ.

ໃນພິທີ ທ່ານ ເຊວດອນ ເທຣນເນີ້ (Mr. Sheldon Trainor) ຜູ້ອຳນວຍການມາເກົ້າຣີເຈັນດີເວີລົບເມັນຈຳກັດ ໄດ້ຂຶ້ນກ່າວລາຍງານກ່ຽວກັບຂໍ້ມູນເບື້ອງຕົ້ນຂອງບໍລິສັດໂດຍສັງເຂບວ່າ ບໍລິສັດມາເກົ້າຣີເຈັນດີເວີລົບເມັນຈຳກັດ ເປັນບໍລິສັດຈົດທະບຽນຢູ່ຕະຫຼາດຫຼັກຊັບ ທີ່ປະເທດຮົງກົງ ເຊິ່ງມີມູນຄ່າຫຼັກຊັບ 1 ຕື້ໂດລາ ສຳລັບໂຄງການໃໝ່ຫຼ້າສຸດຂອງບໍລິສັດນັ້ນກໍຄື ສະຫວັນເວກັດ ໂຮງແຮມ ແລະ ຄວາມບັນເທີງຄົບວົງຈອນ ເຊິ່ງການລົງທຶນໃນໂຄງການນີ້ແມ່ນພວມສຸມໃສ່ສ້ອມແປງ ປັບປຸງໂຮງແຮມ ແລະ ກາສິໂນ ໃນປັດຈຸບັນ ໂດຍຈະເພີ່ມຮ້ານອາຫານ ແລະບາຣ໌ໃໝ່ ສະຖານທີ່ບັນເທີງ ປັບປຸງລະບົບນ້ຳປະປາ ລະບົບນໍ້າເປື້ອນ ແລະ ໄຟຟ້າ ປັບປຸງທີ່ພັກຂອງພະນັກງານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໂຮມທັງການເຝິກອົບຮົມພະນັກງານ ເຊິ່ງບັນດາໜ້າວຽກເຫຼົ່ານັ້ນຄາດວ່າຈະໃຫ້ສຳລັດພາຍໃນ 6 ເດືອນ ພ້ອມນີ້ ທາງບໍລິສັດກໍໄດ້ຕົກລົງກັບລັດຖະບານລາວ ທີ່ຈະພັດທະນາຣີສອດແຫ່ງໃໝ່ໃນເຂດເສດຖະກິດພິເສດສະຫວັນ-ເຊໂນ ຈຸດ A ເຊິ່ງມີ ສະໜາມກ໊ອຟ 18 ຂຸມ ສະໂມສອນທີ່ກວ້າງຂວາງ ສ້າງໂຮງແຮມ ກາສິໂນ ຫໍປະຊຸມ ຮ້ານອາຫານ-ເຄື່ອງດື່ມ ເຮັດການບໍລິການທ່ອງທ່ຽວ ສະຖານທີ່ທາງດ້ານກະສິກຳປາງຊ້າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆທີ່ເປັນມິດຕໍ່ທຳມະຊາດ ຕາມແຜນການ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆໃນຈຸດ A ນີ້ ແມ່ນຈະໃຫ້ສຳເລັດພາຍໃນເວລາ 5 ປີ.

ຂະນະທີ່ ທ່ານ ບຸນທະວີ ສີສຸພັນທອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕາງໜ້າລັດຖະບານ ແຫ່ງ ສປປ.ລາວ ກ່າວວ່າ ລັດຖະບານ ແລະ ບໍລິສັດສະຫວັນຣີເຈັນຣີສອດຈຳກັດຜູ້ດຽວ ໄດ້ເຊັນສັນຍາພັດທະນາໂຄງການ ສັນຍາຊື້-ຂາຍກິດຈະການ ສັນຍາອາກອນມອບເໝົາ ແລະ ສັນຍາເຊົ່າທີ່ດິນ ແລະ ບໍລິສັດສະຫວັນຣີເຈັນຣີສອດຈຳກັດຜູ້ດຽວ ໄດ້ເຂົ້າມາຄຸ້ມຄອງກິດຈະການແຫ່ງນີ້ແຕ່ວັນທີ 01 ກັນຍາ 2016 ການດໍາເນີນການດັ່ງກ່າວ ແມ່ນເປັນໄປຕາມເງື່ອນໄຂສັນຍາຍຸດຕິຂໍ້ຂັດແຍ່ງລະຫວ່າງ ລັດຖະບານ ກັບ ຜູ້ລົງທຶນຜູ້ເກົ່າ ໃຫ້ສຳເລັດລົງຕາມກຳນົດເວລາ ບໍລິສັດສະຫວັນຣີເຈັນຣີສອດຈຳກັດຜູ້ດຽວ ເປັນບໍລິສັດໃນເຄືອຂ່າຍຂອງມາເກົ້າຣີເຈັນດີເວີລົບເມັນຈຳກັດ ທີ່ຕັ້ງຢູ່ເຂດປົກຄອງພິເສດມາເກົ້າ ສປ.ຈີນ ມີການຈົດທະບຽນຢູ່ຕະຫຼາດຫຼັກຊັບຮົງກົງ ເຊິ່ງໄດ້ມີການລົງທຶນດ້ານໂຮງແຮມ ຣີສອດ ແລະ ທຸລະກິດການພະນັນໃນຫຼາຍປະເທດ ເຊິ່ງການເຂົ້າມາລົງທຶນຢູ່ ສປປ.ລາວ ເທື່ອນີ້ໃນຂະແໜງການບໍລິການ ແລະ ການທ່ອງທ່ຽວຢູ່ແຂວງສະຫວັນນະເຂດ ຈະສ້າງບັນຍາກາດອັນໃໝ່ດ້ານການລົງທຶນຢູ່ແຂວງແຫ່ງນີ້ ແລະ ຍັງເປັນການເຊື່ອມສານການປະຕິບັດນະໂຍບາຍສົ່ງເສີມການລົງທຶນນຶ່ງແລວທາງ-ນຶ່ງເສັ້ນທາງ ຂອງ ສປ.ຈີນ ໃນພາກພື້ນອາຊຽນ ບໍລິສັດຍັງມີເປົ້າໝາຍພັດທະນາເຂດເສດຖະກິດພິເສດ ຈຸດ A ໃຫ້ເປັນແຫຼ່ງທ່ອງທ່ຽວ ໂຮງແຮມ ຣີສອດ ສະໜາມກ໊ອຟ ແລະ ການບໍລິການຖ້ຽວບິນໂດຍກົງຈາກສະຫວັນນະເຂດ-ມາເກົ້າ ດ້ວຍແຜນການລົງທຶນ ຄວາມສາມາດແຫຼ່ງທຶນ ແລະ ປະສົບການລົງທຶນໃນຫຼາຍປະເທດຂອງບໍລິສັດ ຈະປະກອບສ່ວນສຳຄັນໃນການພັດທະນາເສດຖະກິດຂອງແຂວງໃນດ້ານການບໍລິການ ແລະ ທ່ອງທ່ຽວ ໃຫ້ມີຈັງຫວະຂະຫຽາຍໂຕຂຶ້ນໄປເລື້ອຍໆ ເນື່ອງຈາກແຂວງສະຫວັນນະເຂດ ກໍມີຈຸດທີ່ຕັ້ງເໝາະສົມກັບການລົງທຶນໃນຂົງເຂດການຄ້າ ການບໍລິການ ແລະ ທ່ອງທ່ຽວ ຂອງ ສປປ.ລາວ ດ້ວຍທ່າແຮງບົ່ມຊ່ອນທີ່ກ່າວມານີ້ ເຊື່ອວ່າ ບໍລິສັດມາເກົ້າຣີເຈັນ ຈະຊອກຫາກາລະໂອກາດ ແລະ ພັດທະນາທຸລະກິດດັ່ງກ່າວໃຫ້ຂະຫຽາຍໂຕຂຶ້ນໄປເລື້ອຍໆ ລັດຖະບານລາວ ກໍຄື ອົງການປົກຄອງຂອງແຂວງ ພ້ອມຈະໃຫ້ການສະໜັບສະໜູນ ແລະ ຊ່ອຍເຫຼືອບໍລິສັດໃຫ້ສາມາດປະຕິບັດຕາມແຜນການລົງທຶນໃຫ້ສຳເລັດຜົນເປັນຢ່າງດີ.

ທີ່ມາ: www.news.com.la

No comments

Theme images by compassandcamera. Powered by Blogger.