ເມືອງຊຳເໜືອ ຕີລາຄາແຜນພັດທະນາ ເສດຖະກິດ - ສັງຄົມຮອບດ້ານ
ຂປລ. ຜະລິດຕະພັນ ລວມຍອດພາຍໃນ ແຂວງຫົວພັນ GDP ບັນລຸ 279 ຕື້ກວ່າກີບ ຈັງຫວະການຂະຫຍາຍຕົວ ຢູ່ໃນລະດັບ 9,30% ຕໍ່ປີ, ຂະນະທີ່ການລົງທຶນ ຂອງລັດ ມີຈຳນວນ 17 ໂຄງການ, ມູນຄ່າ 19 ຕື້ 736 ລ້ານກວ່າກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ODA ມີ 13 ໂຄງການ, ມູນຄ່າ 4 ຕື້ 791 ລ້ານກວ່າກີບ. ໃນນີ້ເປັນທຶນທລຍ 8 ໂຄງການ, ມູນຄ່າ 1 ຕື້ 400 ລ້ານກວ່າກີບ, ທຶນ ສສ.ຫວຽດນາມ 2 ໂຄງການມູນຄ່າ 2 ຕື້ 287 ລ້ານກວ່າກີບ ແລະ ທຶນຍີ່ປຸ່ນ 2 ໂຄງການ ມູນຄ່າ 1 ຕື້ 103 ລ້ານກວ່າກີບ.
ສ່ວນການລົງທຶນ ຂອງເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ມີທັງໝົດ 97 ຫົວໜ່ວຍ, ມູນຄ່າ 35,21 ຕື້ກີບ ( ລວມທັງກິດຈະການ ສຳປະທານ ແລະ ກິດຈະການທົ່ວໄປ ). ໃນນີ້ເປັນການລົງທຶນ ຈາກຕ່າງປະເທດ 47 ໂຄງການ ມູນຄ່າ 24 ຕື້ກວ່າກີບ, ທຶນຈາກພາຍໃນ 50 ໂຄງການ ມູນຄ່າ 11 ຕື້ກວ່າກີບ; ສ້າງລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 2 ຕື້ 143 ລ້ານກວ່າກີບ ທຽບໃສ່ແຜນການ ປະຕິບັດໄດ້ 76% ໃນນັ້ນຮັບຈາກ ສວຍສາອາກອນ 1ຕື້ 732 ລ້ານກີບ ປະຕິບັດໄດ້ 75,5%, ຮັບຈາກຄ່າທຳນຽມ 4,6 ລ້ານກີບ ປະຕິບັດໄດ້ 78,88%, ຮັບຈາກທີ່ດິນ 191,7 ລ້ານກີບ ປະຕິບັດໄດ້ 79,88% ແລະ ຮັບຈາກຊັບສິນຂອງລັດ 174,18 ລ້ານກີບ ປະຕິບັດໄດ້ 79,17%. ຂະນະທີ່ລາຍຈ່າຍ ໃນທົ່ວເມືອງມີທັງໝົດ 28 ຕື້ 500 ລ້ານກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 86,96%, ປະກາດບ້ານພັດທະນາໄດ້ 3 ບ້ານ. ຮອດປະຈຸບັນທົ່ວເມືອງ ມີບ້ານພັດທະນາ 25 ບ້ານ ແລະ ຄອບຄົວພັດທະນາ 2.947 ຄອບຄົວ, ມີຄອບຄົວທຸກຍາກ 47 ບ້ານກວມເອົາ 43,12% ຂອງຈຳນວນບ້ານທັງໝົ້ດ, ມີຄອບຄົວທຸກຍາກທັງໝົ້ດ 1,319 ຄົວເຮືອນກວມເອົາ 13,82% ຂອງຄອບຄົວທັງໝົດ ແລະ ມີພົນລະເມືອງທຸກຍາກ 8943 ຄົນ ກວມເອົາ 14,89% ຂອງຈຳນວນ ພົນລະເມືອງທັງໝົດ ໃນທົ່ວເມືອງ.
ສຳລັບທິດທາງແຜນ ການສົກປີ 2016 – 2017 ຂະສືບຕໍ່ສູ້ຊົນໃຫ້ ຍອດຜະລິດຕະພັນພາຍໃນ ບັນລຸ 458 ຕື້ກວ່າກີບ, ອັດຕາການຂະຫຍາຍຕົວ ຂອງເສດຖະກິດ ຢູ່ໃນລະດັບ 10,91%, ພົນລະເມືອງຜູ້ໜຶ່ງ ໃຫ້ມີລາຍຮັບ 7 ລ້ານກວ່າກີບຕໍ່ປີ, ສູ້ຊົນເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ 2 ຕື້ 800 ລ້ານກວ່າກີບ, ສູ້ຊົນແກ້ໄຂຄອບຄົວທຸກຍາກ ໃຫ້ຫຼຸດລົງຍັງເຫຼືອ 12% ຂອງຈຳນວນຄອບຄົວ ທົງໝົດໃນທົ່ວເມືອງ.
ກອງປະຊຸມດັ່ງກ່າວ ໂດຍການເປັນປະທານ ຂອງທ່ານ ລຽນໄຊ ບຸນມະນີວັນ ເລຂາພັກເມືອງ ເຈົ້າເມືອງຊຳເໜືອ, ມີທ່ານ ລຽນທອງ ສຸພານີ ຮອງຫົວໜ້າກົມແຜນການ ກະຊວງແຜນການ - ການລົງທຶນ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ຂະແໜງການທີ່ຂຶ້ນກັບ ເມືອງຊຳເໜືອ, ນາຍບ້ານບ້ານເປົ້າໝາຍ ແລະ ພະນັກງານວິຊາການ ເຂົ້າຮ່ວມນຳ.
ທີ່ມາ: www.kpl.gov.la

No comments