ສະ­ມັດ­ຊາ​ໃຫຍ່ ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ຄັ້ງ​ທີ 71 ໄຂ​ກອງ​ປະ­ຊຸມ​ອະ­ພິ­ປາຍ​ທົ່ວ​ໄປ

ວັນ​ທີ 20 ກັນ­ຍາ​ນີ້ ກອງ​ປະຊຸມ​ອະ­ພິ­ປາຍ​ທົ່ວ​ໄປຂອງ​ສະ­ມັດຊາ​ໃຫຍ່​ອົງ­ການ​ສະ­ຫະ​ປະ­ຊາຊາດ ໄດ້​ໄຂ​ຂຶ້ນ​ຢູ່​ສຳ­ນັກ­ງານ​ໃຫຍ່ ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ໃນ​ນະຄອນ​ນີວ​ຢອກ (ສ ອາ​ເມ​ຣິ​ກາ) ໂດຍ​ຈະ​ດຳ­ເນີນ​ງານ​ໄປ​ຈົນ​ເຖິງວັນ​ທີ 26 ເດືອນ​ດຽວ​ກັນ ຊຶ່ງ​ມີປະ­ມຸກ​ລັດ ແລະ ຫົວ­ໜ້າ​ລັດ​ຖະບານ 140 ກວ່າ​ທ່ານ ລວມ​ເຖິງລັດ­ຖະ­ມົນ­ຕີ​ຫຼາຍ​ສິບ​ທ່ານ​ເຂົ້າຮ່ວມ​ກອງປະ­ຊຸມ ແລະ ປະ­ກອບຄຳ​ເຫັນ.

ສະ­ມັດ­ຊາ​ໃຫຍ່​ອົງ­ການ​ສະ­ຫະປະ­ຊາ​ຊາດ​ຄັ້ງ​ທີ 71 ໄດ້​ໄຂ​ຂຶ້ນ​ຕັ້ງແຕ່​ວັນ​ທີ 13 ກັນ­ຍາ ໂດຍ​ຫົວ­ຂໍ້ຕົ້ນ­ຕໍ​ໄດ້​ເນັ້ນ​ເຖິງ “ເປົ້າໝາຍ​ພັດທະ​ນາ​ແບບ​ຍືນ​ຍົງ: ສ້າງ​ຄວາມພະ­ຍາ­ຍາມ​ຮ່ວມ​ກັນ​ເພື່ອ​ປັບ­ປຸງໂລກ​ຂອງ​ມວນ​ມະ­ນຸດ”.

ຕາມ​ປົກ­ກະ­ຕິ​ແລ້ວສະ­ມັດ­ຊາໃຫຍ່​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ຈະ​ຈັດ​ກອງ​ປະ­ຊຸມ​ປະ­ຈຳ​ປີ​ແຕ່ເດືອນ​ກັນ­ຍາ​ຫາ​ເດືອນທັນ­ວາທຸກໆ​ປີ ແລະ ແບ່ງ​ອອກ​ເປັນ​ສອງໄລ­ຍະ​ຄື: ໄລ­ຍະ​ທຳ​ອິດ​ແມ່ນ​ການອະ­ພິ­ປາຍ ຈາກ​ນັ້ນ​ກໍ່​ແມ່ນ​ໄລ­ຍະປຶກ­ສາ​ຫາ­ລື​ແລະ​ພິ­ຈາ­ລະ­ນາ​ຫົວຂໍ້​ຕ່າງໆ​ທີ່​ໄດ້​ບັນ­ລຸ​ໃນ​ວາ­ລະ​ປະຊຸມ.

No comments

Theme images by compassandcamera. Powered by Blogger.