ນໍ້າໝາກຍໍ ທິບສະຫວ່າງ ເປັນທີ່ຕ້ອງການຫລາຍ ໃນຕະຫລາດຈີນ

ຂປລ. ປັດຈຸບັນ ​ຜະລິ​ດຕະພັນ ​ທີ່​ຜະລິດ​ຈາກ​ ສີມື​ຄົນ​ລາວ ​ມີ​ຢ່າງ​ຫລວງຫລາຍ ​ແລະ ສາມາດ​ຕອບສະໜອງ ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ສັງຄົມ​ໄດ້​, ນໍ້າໝາກ​ຍໍ​ ເປັນ​ອີກ​ໜຶ່ງຜະລິດ​ຕະພັນ ​ທີ່​ຊາວ​ຈີນ ​ໃຫ້​ຄວາມ​ນິຍົມ ນໍາ​ໄປ​ບໍລິ​ໂພ​ກ ​ແລະ ​ເປັນ​ທີ່​ຕ້ອງການ​ຫລາຍ ​ໃນ​ຕະຫລາດ​ຈີນ ​ເພື່ອ​ນໍາ​ໄປ​ເປັນ​ຢາ​ບຳລຸງ ​ສຸຂະພາບ ​ແລະ ມີປະ​ໂຫຍ​ດຕໍ່​ຮ່າງກາຍ​ ​​ເຊິ່ງມີ​ຊັບ​ພະ​ຄຸນ​​ ຊ່ວຍ​​ຄວບຄຸມ​ ຄວາມດັນ​ເລືອດ​ສູງ, ເພີ່ມ​ກໍາລັງ ​ໃນ​ເວລາ​ອິດ​ເມື່ອຍ, ຊ່ວຍ​ການ​ລົດ​ໄຂມັນ, ​ເບົາຫວານ ​ພ້ອມ​​​ຊ່ວຍ​ຕ້ານ​ພະຍາດ​ຕ່າງໆ.

ປ້າ ບົວ​ທິບ ຫອມ​ຈັນ​ດີ ​​ເຈົ້າ​ຂອງ​​ຜະລິດ​ຕະພັນ ນໍ້າໝາກ​ຍໍ ​ທິບສະຫວ່າງ ​ໄດ້​ໃຫ້​ສໍາພາດ​ ທີ່​ໜານ​ໜິງ​ ເມື່ອ​ບໍ່​ດົນ​ຜ່ານ​ມານີ້ວ່າ: ​ເປັນ​ປີ​ທີ່ 5 ໄດ້ນໍາ​ເອົາ ​ຜະລິດ​ຕະພັນ​ດັ່ງກ່າວ​, ເຂົ້າ​ຮ່ວມ​ງານ​​ ວາງສະ​ແດງ​ສິນຄ້າ ​ທີ່​ໜານ​ໜິງ ​ເຫັນ​ວ່າ​ແຕ່​ລະ​ຄັ້ງ​ ມີ​ການ​ຕອບ​ຮັບ​ທີ່​ດີ ຈາກປະຊາຊົນ​​​ຈີນ ​ໄດ້​ນິຍົມ ​ແລະ ​ໃຫ້​ຄວາມ​ສົນ​ໃຈ​​ຫລາຍ ​ເປັນ​ຕົ້ນ ນໍ້າໝາກ​ຍໍ​ເຂັ້ມ​ຂຸ້ນ 100%​ ທີ່​ຄົນ​ຈີນ ຊື້ນໍາ​ໄປ​ບໍລິ​ໂພ​ກ ​ເປັນ​ຢາບໍາລຸງ​ຮ່າ​ງກາຍ​. ກ່ອນ​ນີ້​ໃນ​ເບື້ອງ​ຕົ້ນ​ແມ່ນ​ ເຮັດ​​ໄວ້ສໍາລັບ​ຕົນ​ເອງ​ເທົ່າ​ນັ້ນ​, ແຕ່​ຕໍ່​ມາ​ຫລາຍໆ​ຄົນ ​ທີ່​ຮູ້ຈັກ​ໄດ້​ມາ​ກິນ ​ແລະ ຊື້ໄປ​ເປັນ​ ຂອງ​ຕ້ອນຂອງຝາກ ກໍ​ໄດ້​ແຜ່​ອອກ​ເປັນ​ວົງ​ກວ້າງ ຫລັງ​ຈາ​ກນັ້ນ​ ຈຶ່ງ​ຄິດ​ເຮັດ​ເປັນ​ແບບ​ທຸລະ​ກິດ ​ເພື່ອ​ເຮັດ​ໃຫ້​ສັງຄົມ​ຮັບ​ຮູ້​ ​ແລະ ຄົນ​ລາວ​ກໍ​ສາມາດ​ ຜະລິດ​ຢາ​ບໍາລຸງ ​ສຸຂະ​ພາບ ​ທີ່​ຜະລິດຈາກ​ທຳ​ມະ​ຊາດ​ ຈົນ​ຜະລິດ​ຕະພັນ​ດັ່ງກ່າວ ​ໄດ້​ຮັບ​ການ​ຢັ້ັງຢືນ​ ໃຫ້​ເປັນ​ສິນຄ້າ​ໜຶ່ງ​ເມືອງ ​ໜຶ່ງ​ຜະລິດ​ຕະພັນ ​ເຊິ່ງ​ໄດ້​ສ້າງ​ໃບ​ໜ້າ​ອັນ​ໃໝ່ ​ໃຫ້​ກັບ​ການ​ດຳ​ເນີນ​ ທຸລະ​ກິດ​ ຂະຫຍາຍຕົວ​ອອກ​. ​ໃນ​ປີ 2013 ກໍ​​ໄດ້​ເຮັດ​ສັນຍາ​ຮ່ວມ​ກັບ ​ນັກທຸລະກິດ​ຈີນ ຮ່ວ​ມມື​ໃນ​ການປັບປຸງ​ ຄຸນ​ນະພາ​ບ ​ເລີ່​ມ​ແຕ່​ການ​ປູກ, ການ​ປຸງ​ແຕ່ງການ​ຫຸ້ມ​ຫໍ່​​ ເພື່ອ​ສົ່ງ​ອອກ ​ໄປ​ຈໍາ​ໜ່າຍຢູ່ ສປ ຈີນ ​ປີ​ໜຶ່ງກໍ​ປະມານ​ 10 ພັນ​ລິດ. ປັດຈຸບັນ ຜະລິດ​ຕະພັນ ນໍ້າໝາກ​ຍໍ​ໄດ້​ມີ​ ຢ່າງຫລາກຫລາຍ​ ມີ​ເຖິງ 10 ຊະນິດ​ເພື່ອ​ໃຫ້ ​ລູກ​ຄ້າ​ສາມາດ​ເລືອກ​ຊື້ ​ເພື່ອ​ບໍລິ​ໂພ​ກ ​ເຊັ່ນ: ມີ​ແບບ​​ແຄັບ​ຊຸນ​ໝາກຍໍ, ​ຊາ​ໝາກຍໍ, ​​ນໍ້າໝາກ​ຍໍ 35%, ​​ນໍ້າໝາກ​ເຂັ້ມ​ຂຸ້ນ 100%, ມີ​ລົດ​ສົມ, ລົດ​ຫວານ ​ແລະ ອື່ນໆ.

ທ່ານ ອາ​ຈ້າວ ຄູ່ສັນຍາ ​ໄດ້​ໃຫ້​ຮູ້​ຕື່ມ​​ວ່າ: ຕະຫລາດ​ຢູ່ ສປ ຈີນ ​ແມ່ນ​ມີ​ຄວາມ​ຕ້ອງການ ​ຜະລິດຕະພັນ ​ດັ່ງກ່າວ​ສູງ ​​ເພາະ​ຄົນ​ຈີນ ສ່ວນ​ໃຫຍ່​​ມັກ​ຢາບໍາລຸງ​ ທີ່​ຜະລິດ​ຈາກ​ ທໍາ​ມະ​ຊາດ ​ເຫັນ​ໄດ້​ຜ່ານ​ມາ​ ຜະລິດ​ຕະພັນ ​ທີ່ພວກ​ເຮົາ​ນໍາ​ມາ​ຈໍາໜ່າຍ​ ​ແມ່ນມີ​ຈໍານວນ​ເພີ່ມ​ຂຶ້ນ​ ໃນ​ແຕ່ລະ​ປີ. ນອກ​ຈາກນີ້​, ຕະຫລາດຢູ່​​ເຂດ​ເອີ​ຮົບ ຍັງ​ໃຫ້​ຄວາມ​ສົນ​ໃຈ​​ ​ແລະ ​ໄດ້ຕິດ​ຕໍ່ເພື່ອ​ຮັບ​ຊື້ ຜະລິດ​ຕະພັນ​ດັ່ງກ່າວ. ​ທັງ​ພວກ​ເຮົາ​ກໍ​ເລັ່ງປັບປຸງ​ ທາງ​ດ້ານ​ຄຸນ​ນະພາ​ບ ​ແລະ ​ເພີ່ມ​ການ​ຜະລິດ ​ໃຫ້​ຫລາຍ​ຂຶ້ນ​ຕື່ມອີກ​.

ທີ່ມາ: www.kpl.gov.la

No comments

Theme images by compassandcamera. Powered by Blogger.