ຫ້ອງວ່າການ ປະທານປະເທດ ເຜີຍແຜ່ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ

ຂປລ. ໃນວັນທີ 23 ກັນຍາ ນີ້ ຢູ່ ນະຄອນຫລວງວຽງຈັນ, ຫ້ອງວ່າການ ປະທານປະເທດ ໄດ້ຈັດຕັ້ງ ການເຜີຍແຜ່ກົດໝາຍ ສະບັບເລກທີ 74/ສພຊ, ລົງວັນທີ 18/12/2015 ວ່າດ້ວຍ ພະນັກງານ-ລັດຖະກອນ ແລະ ຄຳແນະນຳ ສະບັບເລກທີ 08/ພນ ລົງວັນທີ 2/8/2016 ກ່ຽວກັບການ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ໂດຍມີ ທ່ານ ເຈີຢິ່ງ ຫວາງ ຮອງຫົວໜ້າຫ້ອງວ່າການ ປະທານປະເທດ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງຫ້ອງວ່າການ ປະທານປະເທດ ເຂົ້າຮ່ວມ.

ທ່ານ ສຸລິວັນ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງ ລັດຖະກອນ ກະຊວງພາຍໃນ ກ່າວວ່າ: ການ​ເຜີ​ຍແຜ່ໃນ​ຄັ້ງ​ນີ້, ແມ່ນ​ແນ​ໃສ່​ ໃຫ້​ພະນັກງານ ​ຫລັກ​ແຫ​ລ່ງ, ພະນັກງານ-ລັດຖະກອນ ຂອງ​ຫ້ອງ​ວ່າການ​ ປະທານປະເທດ ​​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ເນື້ອ​ໃນ​ເອກະສານ​ ວ່າດ້ວຍພະນັກງານ-ລັດຖະກອນ ແລະ ຄຳແນະນຳກ່ຽວກັບ ການຈັດຕັ້ງ ປະຕິບັດກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ເພື່ອ​ເປັນ​ບ່ອນ​ອີງ​ ໃນ​ການ​ເຄື່ອນ​ໄຫວ ​​ໃນ​ຕໍ່ໜ້າ​ໃຫ້​ຖືກຕ້ອງ ​ແລະ ​ແທດ​ເໝາະ​ກັບ ​ສະພາບ​ການ​ໃນ​ປັດຈຸບັນ ກໍຄື ໄດ້​ຮັບ​ຮູ້​ກໍາ​ໄດ້​ເນື້ອ​ໃນ ກົດໝາຍດັ່ງກ່າວ ເພື່ອນຳໄປຈັດ​ຕັ້ງ ​ຜັນ​ຂະຫຍາຍ​ໃຫ້​ປະສົບ​ຜົນ​ສໍາ​ເລັດ ​ຕາມ​ຄາດໝາຍ ​ແລະ ມີ​ປະສິດທິ​ຜົນ​ສູງ.

No comments

Theme images by compassandcamera. Powered by Blogger.