ກະຊວງການຕ່າງປະເທດຫວນຄືນມູນເຊື້ອວັນ ລັດຖະທຳມະນູນ ຄົບຮອບ 25 ປີ

ຂປລ. ວັນທີ 23 ກັນຍາ​ 2016 ນີ້, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ພິທີ​ປາຖະກະຖາ​ວັນລັດຖະທຳ​ມະນູນ ​ແຫ່ງ ສປປ ລາວ ຄົບຮອບ 25 ປີ ​ແລະ ​ເອກະສານ​ຂໍ້​ມູນ​ນຳພາ​ແນວ​ຄິດ​ກ່ຽວ​ກັບ​ການ​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ທັງ​ນີ້, ​ແນ​ໃສ່​ເຮັດ​ໃຫ້​ພະນັກງານ-ລັດຖະກອນ ພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວັນ​ດັ່ງກ່າວ, ​ໂດຍ​ການ​ເຜີຍ​ແຜ່​ຂອງ​ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ.

ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ປະຫວັດການ​ກຳ​ເນີ​ດ, ຄວາມ​ໝາຍ​ຄວາມ​ສຳຄັນ, ສະພາບ​ການຈັດ​ຕັ້ງປະຕິບັດ​ລັດຖະທຳ​ມະນູນ ​ແຫ່ງ ສປປ ລາວ ​ແລະ ກົດໝາຍ ​ໃນ​ໄລຍະ 25 ປີຜ່ານມາ ພ້ອມ​ດຽວ​ກັນ​ນັ້ນ, ​ກໍ​ໄດ້​ຍົກ​ໃຫ້​ເຫັນ​ເນື້ອ​ໃນ​ສຳຄັນ​ຂອງ​ໂຄງການ​ທາງ​ລົດ​ໄຟ​ ລາວ​-ຈີນ, ມາດຖານ​ດ້ານ​ເຕັກນິກ, ການ​ຄຸ້ມ​ຄອງ​ການ​ບໍລິການ​ຂົນ​ສົ່ງ​ທາງ​ລົດ​ໄຟ, ການ​ນຳ​ໃຊ້​ເນື້ອ​ທີ່​ດິນ, ງົບປະມານ​ການ​ລົງທຶນ, ນະ​ໂຍບາຍ​ສົ່ງ​ເສີມ​ສະໜັບສະໜູນ​ຂອງ​ລັດຖະບານ​ສອງ​ປະ​ເທດ ລາວ-ຈີນ ​ໃນການຈັດ​ຕັ​້ງປະຕິບັດ​ໂຄງການ​ດັ່ງກ່າວ ​ແລະ ອື່ນໆ.

dsc_9571-tangpathet-2
​​ໃນໂອກາດ​ດັ່ງກ່າວ, ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້​​ເນັ້ນ​ໜັກ​ໃຫ້​ພະນັກງານ-ລັດຖະກອນ ​ໃຫ້​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ຍົກ​ສູງ​ສະຕິ​ເຄົາລົບ, ປະຕິບັດ​ຕາມ​ລັດຖະມຳມະນູນ ​ແລະ ກົດໝາຍ​ ຢ່າງ​ຖືກຕ້ອງ, ​ເຂັ້ມ​ງວ​ດ ​ເພື່ອ​ສ້າງ​ລັດ​ໃຫ້​ເປັນ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ​ເທື່ອ​ລະ​ກ່າວ, ​ເພີ່ມ​ທະວີ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ຕັ້ງໜ້າ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ ຢ່າງ​ມີ​ຫລັກການ​ຂອງ​ພັກ ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ພ້ອມ​ທັງ​ຍົກ​ສູງ​ການ​ຮ່ວມ​ມື ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເພື່ອ​ເຮັດ​ໃຫ້​ໂຄງການ​ດັ່ງກ່າວ ​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ຈຸດປະສົງ ​ແລະ ລະດັບ​ຄາດໝາຍ​ທີ່​ວາງ​ໄວ້

No comments

Theme images by compassandcamera. Powered by Blogger.