ສົ່ງເສີມປູກຖົ່ວຂຽວ ເປັນສິນຄ້າສ້າງລາຍຮັບໃຫ້ແກ່ຊາວກະສິກອນ

ທ່ານ ທອງ​ສະຫວັນ ມີ​ບຸນ ປະທານ​ບໍລິສັດ ພັນ​ເພັດ​ພັດ​ທະນາ​ກະສິກຳ ຈຳກັດ​ຜູ້​ດຽວ ໄດ້​ໃຫ້ສຳພາດ​ວັນ​ທີ 15 ກັນຍາ 2016 ຮູ້​ວ່າ: ໂຄງການ​ສົ່ງເສີມ​ການ​ປູກຖົ່ວຂຽວ​ເປັນ​ສິນຄ້າ​ ເປັນ​ໂຄງການ​ໜຶ່ງ​ທີ່​ຈະ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານທຳ ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່ປະຊາຊົນ ກໍ່​ຄືຊາວ​ກະສິກອນ​ໃນລະດູແລ້ງ ພາຍຫຼັງ​ທີ່​ສຳເລັດການ​ເກັບ​ກູ້​ຜົນ​ຜະລິດ​ເຂົ້ານາ​ປີ ເນື່ອງ​ຈາ​ກວ່າ​ຖົ່ວຂຽວ​ເປັນ​ຕະກຸນ​ພືດ​ທີ່​ບໍ່​ຕ້ອງການ​ນ້ຳ​ຫຼາຍ ແລະ ມີ​ອາຍຸ​ສັ້ນ​ກວ່າ​ເຂົ້າ ດັ່ງນັ້ນ ຈຶ່ງເໝາະ​ສົມ​ກັບ​ເນື້ອທີ່​ການ​ຜະລິດ​ທີ່​ບໍ່​ສາມາດ​ເຮັດ​ນາແຊງ ເຊິ່ງ​ໂຄງການ​ດັ່ງກ່າວ​ ຈະເລີ່ມ​ຈັດ​ຕັ້ງ​ປະຕິບັດ​ໃນ​ຕົ້ນ​ເດືອນຕຸລາ 2016 ເບື້ອງ​ຕົ້ນ​ເລັ່ງ​ໃສ່ ເນື້ອທີ່​ການ​ຜະລິດ​ຢູ່​ຂອບ​ເຂດ 6 ເມືອງ​ຂອງ​ນະຄອນຫຼວງ​ວຽງ​ຈັນຄື: ເມືອງ​ໄຊ​ທານີ ປາກ​ງື່ມ ຫາດຊາຍ​ຟອງ ນາ​ຊາຍ​ທອງ ສັງ​ທອງ ແລະ ສ່ວນ​ໜຶ່ງ​ຂອງ​ເມືອງ​ສີ​ໂຄດຕະບອງ ໃນ​ເນື້ອທີ່ 500 ເຮັກຕາ ປະມານ 500-600 ຄອບຄົວ ການຈັດຕັ້ງ​ປະຕິບັດ​ໂຄງການ​ໃຊ້ຮູບ​ແບບ 2 ບວກ 3 ຄື​ ບໍລິສັດ​ສະໜອງ​ແນວ​ພັນ ​ກົນ​ຈັກ ກຽມ​ດິນ ວິຊາ​ການ ແລະ ເກັບ​ຊື້​ຜົນ​ຜະລິດ ດ້ວຍ​ລາຄາ​ຄ້ຳປະກັນ ສ່ວນ​ຊາວກະສິກອນ​ເປັນ​ແຮງ​ງານ ແລະ ເນື້ອທີ່​ການ​ຜະລິດ ແຕ່​ຖ້າ​ກໍລະນີຊາວ​ກະສິກອນ​ມີ​ເນື້ອທີ່​ການ​ຜະລິດ​ແຕ່​ບໍ່​ເຮັດ ​ບໍລິສັດ​ຈະ​ເຊົ່າ​ເນື້ອທີ່​ເພື່ອ​ດຳເນີນ​ການ​ຜະລິດ ເພື່ອ​ບໍ່ໃຫ້​ເນື້ອທີ່​ເປົ່າ​ຫວ່າງ​ເສຍ​ໄປ​ລ້າໆໃນ​ລະດູແລ້ງ ສຳລັບ​ຂອດ​ການຜະລິດ​ແມ່ນ​ນຳ​ໃຊ້​ເຄື່ອງ​ກົນ​ຈັກທີ່​ທັນ​ສະໄໝ ນັບ​ແຕ່​ຂັ້ນ​ຕອນກຽມ​ດິນ​ຈົນ​ຮອດ​ຂັ້ນ​ຕອນ​ການເກັບ​ກ່ຽວ​ຜົນ​ຜະລິດ​ ເພື່ອ​ຫຼຸດຜ່ອນການ​ໃຊ້​ແຮງ​ງານ​ຄົນ.

ໂຄງການ​ສົ່ງເສີມ​ປູກ​ຖົ່ວຂຽວເປັນ​ສິນຄ້າ ນອກຈາກ​ຈະ​ເຮັດ​ໃຫ້ຊາວ​ກະສິກອນ​ມີ​ວຽກ​ເຮັດ​ງານທຳ ແລະ ມີ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ​ແລ້ວ ຍັງ​ເປັນ​ການ​ປັບປຸງ​ດິນນາ​ໃຫ້​ມີ​ຄວາມ​ອຸດົມສົມບູນ​ແກ່ພືດ ຫຼຸດຜ່ອນ​ການ​ນຳ​ໃຊ້​ສານເຄ​ມີ ສ່ວນ​ຜົນ​ຜະລິດ​ເຮັກຕາ​ໜຶ່ງໄດ້​ປະມານ 2 ໂຕນ ແລະ ມີ​ຜົນກຳໄລ​ດີ ປັດຈຸບັນ ມີ​ຊາວ​ກະ​ສິກອນ​ໄດ້​ໃຫ້​ຄວາມ​ສົນໃຈ​ເຂົ້າ​ມາເປັນ​ສະມາຊິກ​ຂອງ​ໂຄງການ ສ່ວນ​ທີ່​ຜູ້​ມີ​ຄວາມ​ສົນໃຈ​ຢາກ​ເຂົ້າຮ່ວມ​ໂຄງການ​ດັ່ງກ່າວ​ນີ້ ​ກໍ່​ສາມາດ​ຕິດຕໍ່​ພົວພັນ​ໄດ້​ທີ່​ບໍລິສັດ​ ຕັ້ງຢູ່​ບ້ານ​ນາ​ໄຮ່ ເມືອງ​ຫາດ​ຊາຍຟອງ ນະຄອນຫຼວງ​ວຽງ​ຈັນ.

No comments

Theme images by compassandcamera. Powered by Blogger.