ການພັດທະນາເສດຖະກິດ ຕະຫຼາດຕາມທິດສັງຄົມນິຍົມ
ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃນຂະແໜງແຜນການ ແລະການລົງທຶນແມ່ນໄດ້ສ້າງພື້ນຖານວັດຖຸ-ເຕັກນິກ
ອັນຈຳເປັນ, ພ້ອມທັງສ້າງສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການເຄື່ອນໄຫວຂອງທຸກຫົວໜ່ວຍວິສາຫະກິດເຮັດໃຫ້ການຜະລິດ-ການບໍລິການຂອງທຸກພາກສ່ວນເສດຖະກິດໄດ້ຮັບການປັບປຸງດີຂຶ້ນຕາມກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດຕາມທິດສັງຄົມນິຍົມ ແລະ ເສດຖະກິດມີທ່ວງທ່າຂະຫຍາຍຕົວຕາມທິດຫັນເປັນອຸດສາຫະກຳ ແລະທັນສະໄໝ.
ທ່ານ ນາງ ຄຳຈັນ ວົງແສນບູນ ຄະນະພັກກະຊວງແຜນການ ແລະການລົງທຶນໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກກ່ຽວກັບບົດບາດຂອງຂະແໜງແຜນການ ແລະການລົງທຶນໃນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ຮູ້ວ່າ: ຂະແໜງແຜນການ ແລະການລົງທຶນມີບົດບາດເປັນເສນາທິການໃຫ້ແກ່ກົມການເມືອງສູນກາງພັກ ແລະລັດຖະ ບານໃນການຄົ້ນຄວ້າ, ວາງແຜນ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ຄົ້ນຄວ້າຍຸດທະສາດ ການພັດທະນາ, ຕິດຕາມສັງລວມສະພາບເສດຖະກິດມະຫາພາກ, ເກັບກຳຂໍ້ມູນ, ສະຖິຕິຕ່າງໆ ເພື່ອສະໜອງໃຫ້ແກ່ການກຳນົດນະໂຍບາຍ ແລະວາງແຜນພັດທະນາປະເທດຊາດໃນແຕ່ລະໄລຍະ.
ສະນັ້ນ ໃນໄລຍະ 5 ປີຜ່ານມາ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ຈິ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ, ເຖິງແມ່ນວ່າໃນໄລຍະດັ່ງກ່າວເສດຖະກິດຂອງສາກົນ ແລະພາກພື້ນໄດ້ເກີດວິກິດການທາງດ້ານການເງິນ ເຮັດໃຫ້ການຂະຫຍາຍຕົວທາງດ້ານເສດຖະກິດສາກົນມີການຖົດຖອຍ, ແຕ່ ສປປ ລາວ ຍັງຮັກສາໄດ້ການຂະຫຍາຍຕົວໃນລະດັບ 7,9% ຕໍ່ປີ, ການແກ້ໄຂຄວາມທຸກຍາກໄດ້ສຳເລັດຢ່າງຕໍ່ເນື່ອງ, ຊຶ່ງເຮັດໃຫ້ຈຳນວນຄອບຄົວທຸກຍາກຫຼຸດລົງຕາມລຳດັບ, ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃນປີ 2015 ສາມາດບັນລຸໄດ້ 1.970 ໂດລາຕໍ່ຄົນທຽບໃສ່ແຜນການແມ່ນເກີນແຜນ, ພ້ອມນັ້ນ ສປປ ລາວ ໄດ້ຖືກຄັດເລືອກຈາກອົງການສະຫະປະຊາຊາດ ເພື່ອການພັດທະນາໃຫ້ເປັນປະເທດຕົວແບບໃນການຈັດຕັ້ງປະຕິບັດເປົ້າໝາຍ ສະຫັດສະວັດດ້ານການພັດທະນາ.
ອັນພົ້ນເດັ່ນແມ່ນໂຄງປະກອບເສດຖະກິດຂອງລາວໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະທັນສະໄໝເປັນຕົ້ນແມ່ນ ກະສິກຳກວມເອົາ 23,7%, ອຸດສາຫະກຳ ແລະການບໍລິການໄດ້ມີ ທ່ວງທ່າຂະຫຍາຍຕົວຂຶ້ນ 29,1% ແລະ 47,2% ຕາມລຳດັບ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ, ການລະດົມທຶນເຂົ້າສູ່ການພັດທະນາທົ່ວສັງຄົມ ບັນລຸໄດ້ 236.687,96 ຕື້ກີບ ທຽບໃສ່ແຜນການ 5 ປີທີ່ກຳນົດໄວ້ແມ່ນເກີນແຜນ 109.687,96 ຕື້ກີບ, ການລົງທຶນຂອງງົບປະມານພາຍໃນປະຕິບັດໄດ້ 96%, ທຶນຊ່ວຍເຫຼືອລ້າ ແລະທຶນກູ້ຢືມໄດ້ 92%, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ, ການສະໜອງສິນເຊື່ອຂອງທະນາຄານໄດ້ຕາມແຜນການທີ່ກຳນົດໄວ້, ການດຳເນີນທຸລະກິດການຜະລິດ, ການບໍລິການ ແລະການລົງທຶນໄດ້ສືບຕໍ່ມີບັນຍາກາດດີ, ພາກເອກະຊົນ ແລະຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງໄດ້ຮັບການສະໜັບສະໜູນ ແລະປັບປຸງດີຂຶ້ນ, ເພື່ອກຽມຄວາມພ້ອມໃນການແຂ່ງເງື່ອນໄຂເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ, ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການປັບປຸງພື້ນຖານໂຄງລ່າງທີ່ຈຳເປັນ ແລະ ຕາໜ່າງການບໍລິການທາງດ້ານສັງຄົມນັບມື້ດີຂຶ້ນເລື້ອຍໆ ເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອ 6,59% ໃນ ປີ 2015, ການຂະຫຍາຍຕາໜ່າງໄຟຟ້າເຂົ້າສູ່ຊົນນະບົດເຂດຫ່າງໄກສອກຫຼີກບັນລຸໄດ້ປະມານ89,78% ຂອງຈຳນວນຄອບຄົວທັງໝົດ, ການພັດທະນາຊັບພະຍາກອນໄດ້ສຸມໃສ່ການຂະຫຍາຍຕາໜ່າງການສຶກສາ, ການບໍລິການສາທາລະນະສຸກຢ່າງກວ້າງຂວາງ ແລະໄປຮອດຊົນນະບົດເຂດຫ່າງໄກສອກຫຼີກຫຼາຍຂຶ້ນ, ການຝຶກ ແລະພັດທະນາສີມືແຮງງານໄດ້ຮັບການປັບປຸງດີ.

No comments