ລາວໂຕໂຍຕ້າ ແຈກໂຊກຫຼາຍກວ່າ 500 ລ້ານກີບ
ວັນທີ 16 ຜ່ານມານີ້ ທີ່ບໍລິສັດ ລາວໂຕໂຢຕ້າບໍລິການ ຈຳກັດ ບ້ານທົ່ງ ຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີຈັບສະຫຼາກແຈກໂຊກໃຫ້ແກ່ລູກຄ້າໂດຍ
ການເຂົ້າຮ່ວມ ຂອງ ທ່ານ ຢາສຸໂອະ ພິລາພັນເດຊ ຮອງຜູ້ອຳນວຍການບໍລິສັດໂຕໂຢຕ້າບໍ ລິການ ຈຳກັດ ພ້ອມດ້ວຍບັນດາພະນັກ ງານລູກຄ້າ ແລະແຂກທີ່ຖືກເຊີນເຂົ້າ ຮ່ວມເປັນສັກຂີພິຍານ.
ໂຄງການແຈກໂຊກຄັ້ງໃຫຍ່ທ້າຍປີ 2015 ບໍລິສັດລາວໂຕໂຢຕ້າ ບໍລິການ ຈຳກັດ ແມ່ນໄດ້ເລີ່ມມາແຕ່ວັນທີ 1 ຕຸ ລາ ຫາ 29 ທັນວາ 2015 ບັນດາລູກ ຄ້າທີ່ໄດ້ເຂົ້າມາຊື້ ຫຼື ຈອງລົດຈາກລາວໂຕໂຢຕ້າແມ່ນຈະມີສິດລຸ້ນໂຊກໃຫຍ່ 2 ຊັ້ນຄື: ໂຊກຊັ້ນທີ 1 ຈະໄດ້ຮັບລົດກະບະ HILUX PRERONNER ຈຳນວນ 1 ລາງວັນ; ລົດເກງ VIOS A/T 1 ລາງວັນ; ລົດຈັກ YAMAHA FINO 10 ລາງວັນ; ສາຍຄໍຄຳໝັກ 10 ບາດ 5 ລາງວັນ; ສາຍຄໍຄຳໝັກ 5 ບາດ 8 ລາງວັນ; ສາຍຄໍຄຳ 2 ບາດ 40 ລາງ ວັນ; ສາຍຄໍຄຳໝັກ 1 ບາດ 50 ລາງວັນ; ໂທລະສັບມືຖື iPhone 6S 50 ລາງວັນ ແລະ iPad Mini3 ຈຳນວນ 42 ລາງວັນ ຊຶ່ງຈະມີການຈັບລາງວັນ 2 ຄັ້ງຄື: ຄັ້ງ ທີ 1 ວັນທີ 11 ພະຈິກ 2015 ແລະຄັ້ງ ທີ 2 ວັນທີ 12 ມັງກອນ 2016.
ສຳລັບລາງວັນທີ່ຈະຈັບສະຫຼາກແຈກ ໂຊກຊັ້ນທີ 2 ໃນຄັ້ງນີ້ແມ່ນສະເພາະແຕ່ ລູກຄ້າທີ່ມາຊື້ ຫຼື ຈອງລົດກະບະ REVO PRERON-NER ເທົ່ານັ້ນຈິ່ງມີສິດໄດ້ ລຸ້ນຮັບລາງວັນຈາກລາວໂຕໂຢຕ້າ ລວມທັງໝົດມີ 21 ລາງວັນ ຊຶ່ງລາງ ວັນທີ 1 ແມ່ນລົດ TOYOTA FP86 ຈຳນວນ 1 ລາງວັນ; ລາງວັນທີ 2 ໂທລະສັບໄອໂຟນ 6s ຈຳນວນ 10 ລາງ ວັນ ແລະລາງວັນທີ 3 ໂທລະທັດ 50 ນິ້ວ ຈຳນວນ 10 ລາງວັນ ຊຶ່ງຜູ້ທີ່ໂຊກ ດີທີ່ໄດ້ຮັບຂອງລາງວັນທີ 1 ມີມູນຄ່າ ລາງວັນ 400 ລ້ານກວ່າກີບ ແມ່ນທ່ານ ນາງ ສຸລິນທອນ ສົມປະສົງ ທີ່ຢູ່ ບ້ານ ຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ.
ທີ່ມາ: www.sedthakid.la/

No comments