ຊຳຊຸງເປີດຕົວກາແລັກຊີໂນດ 7
ໂທລະສັບຊຳຊຸງບໍ່ວ່າຈະອອກມາຮຸ່ນໃດກໍລ້ວນແຕ່ໄດ້ຮັບຄວາມສົນໃຈ ແລະໄດ້ສຽງຕອບຮັບດີຈາກສັງຄົມກາຍເປັນແຮງຜັກດັນໃຫ້ບໍລິສັດມີສິນຄ້າໃໝ່ອອກມາເລື້ອຍໆ
ແລະຫຼ້າສຸດບໍລິສັດໄທ ຊຳຊຸງອີເລັກໂທຣນິກຈຳກັດ ໄດ້ປະກາດເປີດຕົວສະມາດໂຟນຮຸ່ນໃໝ່ຂອງ Samsung Gaaxy Note 7 ສູ່ສາຍຕາມະຫາຊົນໃນທ້າຍເດືອນສິງຫານີ້.
ໃນພິທີເປີດຕົວໂດຍທ່ານ ເຊື່ອງໂຮ ຈອຍ ເຂົ້າຮ່ວມ (Seungho Choi) ຜູ້ຈັດການໃຫຍ່ບໍລິສັດໄທ ຊຳຊຸງອີເລັກໂທຣນິກປະຈຳລາວ ແລະກຳປູເຈຍ ແລະທ່ານ ຈັກໄຊຊະນະ ປະທານບໍລິຫານຮ້ານຊຳຊຸງ ພ້ອມດ້ວຍຕົວແທນຈຳໜ່າຍ, ສິລະປິນລາວ ແລະສື່ມວນຊົນເຂົ້າຮ່ວມ.

ໃນງານດັ່ງກ່າວ, ທ່ານ ເອກກະພັກ ພົງພາສຸລະ ຜູ້ຈັດການ-ການຕະຫຼາດຝ່າຍຜະລິດຕະພັນມືຖື ບໍລິສັດ ໄທ ຊຳຊຸງ ອີເລັກ ໂທຣນິກ ຈຳກັດ ໄດ້ນຳສະເໜີໃຫ້ຮູ້ຂໍ້ມູນ ແລະຈຸດພິເສດທີ່ໂດດເດັ່ນຂອງ Samsung Galaxy Note7 ຊຶ່ງເປັນສະມາດໂຟນທີ່ມີ ຄວາມສາມາດທີ່ເໜືອກວ່າໂດຍບໍ່ກັງວົນວ່າຈະໃຊ້ໂທສະສັບຢູ່ໃນສະພາບອາກາດແນວໃດບໍ່ວ່າຈະຝົນຕົກ, ແດດອອກ, ນ້ຳຈະເຮ່ຍໃສ່ ຫຼື ຂີ້ຝຸ່ນຈະຫຼາຍປານໃດກໍຕາມ ກໍຈະເຮັດໃຫ້ທ່ານໃຊ້ງານ ແລະເຮັດວຽກໄດ້ບໍ່ມີສະດຸດ, ມີຄວາມຫຼາກຫຼາຍໃນການຂຽນ ໂດຍໃຊ້ ປາກກາພິເສດທີ່ມາພ້ອມໂທລະສັບເປັນເອກະລັກສະເພາະຂອງ ກາແລັກຊີໂນດ ນອກຈາກນີ້, ຊໍາຊຸງກາແລັກຊີໂນດ 7 ຍັງຮັບປະ ກັນຄວາມປອດໄພດ້ວຍການປົດລ໋ອກໂທສະສັບຜ່ານການສະແກນສາຍຕາ ແລະຖ່າຍຮູບແບບມືອາຊີບໄດ້ງ່າຍຂຶ້ນໂດຍມີກ້ອງຫຼັງ 12 ລ້ານພິກເຊວ ເຮັດໃຫ້ການສຸ່ມຫາຈຸດເປົ້າໝາຍໄວຂຶ້ນໂດຍອັດຕະໂນມັດ ແລະຮູຮັບແສງທີ່ກວ້າງຂຶ້ນ (F1,7) ເຮັດໃຫ້ທ່ານມ່ວນ ຊື່ນກັບການຖ່າຍຮູບໄດ້ທຸກສະຖານະການ.
ພາຍໃນງານເປີດຕົວໂທລະສັບຮຸ່ນໃໝ່ ນອກຈາກຜູ້ເຂົ້າຊົມ ຈະໄດ້ສຳຜັດກັບເຄື່ອງຊຳຊຸງກາແລັກຊີໂນດ 7 ຕົວຈິງ ແລ້ວຍັງມີ ການຈັດກິດຈະກຳຫຼາກຫຼາຍ ເພື່ອໃຫ້ແຂກທີ່ເຂົ້າຮ່ວມໄດ້ສຳຜັດແບບໃກ້ຊິດກັບສິລະປິນ ແລະນັກຮ້ອງຊື່ດັງຂອງລາວ ນອກຈາກນີ້ ລວມເຖິງການຈັບສະຫຼາກ ເພື່ອແຈກຂອງລາງວັນເປັນຈຳນວນຫຼວງຫຼາຍອີກດ້ວຍ.

No comments