ຜະລິດເງິນປອມໃຊ້ຫຼາຍລ້ານກ່ອນຈັບໄດ້
ບໍ່ດົນມານີ້ເຈົ້າ ໜ້າທີ່ ປກສ ເມືອງຈັນ ທະບູລີ ໄດ້ກັກຕົວທ້າວ ສີດາ ອາຍຸ 23 ປີ ພັກເຊົາ ຢູ່ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະ ຄອນຫຼວງວຽງຈັນ ແລະທ້າວ ຄໍາໝັ້ນ ອາຍຸ 25 ປີ ຢູ່ບ້ານບວມໂພ ເມືອງ ແອດ ແຂວງຫົວພັນທີ່ ນຳໃຊ້ເງິນປອມມາສອບສວນຂະຫຍາຍ
ຜົນຈິ່ງສາມາດກັກຕົວຜູ້ຮ່ວມຂະບວນ ການອີກ 1 ຄົນ ຊື່ທ້າວ ບຸນຄໍາ ອາຍຸ 22 ປີ ຢູ່ບ້ານຊຽງຄວນ ເມືອງຫາດຊາຍ ຟອງ ນະຄອນຫຼວງວຽງຈັນ ພ້ອມເກັບກູ້ເງິນປອມຄືນມາໄດ້ 1,8 ລ້ານກີບມາ ດໍາເນີນຄະດີ.
ຜ່ານການສອບສວນຂະຫຍາຍຜົນ ທ້າວ ສີດາ ຮັບສາລະພາບວ່າ: ຜູ້ກ່ຽວ ໄດ້ມາສຶກສາຢູ່ນະຄອນຫຼວງເປັນເວລາ 5 ປີ ຄືປີ 2015 ແມ່ນຈົບການສຶກສາ ແຕ່ປີ 2015 ໄດ້ຂຽນບົດ ຈິ່ງໄດ້ໄປຂໍ ເຄື່ອງພິມເອກະສານມາແປງໃຊ້ ເພື່ອ ພິມບົດ ແລະເອກະສານອື່ນນໍາອີກມາ ຮອດເດືອນກໍລະກົດ 2016 ຜູ້ກ່ຽວ ໄດ້ ເອົາເງິນໃບ 50.000 ກີບ ມາອັດສຳ ເນົາ ຈໍານວນ 1 ໃບ ແລ້ວເຫັນວ່າມັນ ຄືກັນຈິ່ງໄດ້ເອົາປະໄວ້ຫ້ອງນອນ ຫຼັງຈາກນັ້ນ ທ້າວ ບຸນຄໍາ ມາເຫັນຈິ່ງເອົາໄປໃຊ້ຈ່າຍ ຢູ່ຕະຫຼາດດົງຈອງເຫັນວ່າໄດ້ຜົນຈິ່ງ ມາບອກ ທ້າວ ສີດາ ຈາກນັ້ນຜູ້ ກ່ຽວຈິ່ງ ໄດ້ຊັກຊວນທ້າວ ບຸນຄໍາ ນໍາເງິນໃບລະ 100.000 ກີບ, ໃບ 50.000 ກີບ ແລະ ໃບ 10.000 ກີບ ມາອັດເອົາສຳເນົາ ອີກ ໂດຍໄດ້ເອົາໃບລະແສນຈໍານວນລ້ານ ກີບ, ໃບ 50.000 ກີບ ຈໍານວນ 2-3 ລ້ານ ແລະໃບ 10.000 ກີບ ຈໍານວນ 100.000 ກີບ ໃນໂອກາດດຽວກັນທ້າວ ຄໍາໝັ້ນ (ເປັນອາວຂອງຜູ້ກ່ຽວ) ໄດ້ມາ ອາໄສຢູ່ນໍາທ້າວ ສີດາ ກໍໄດ້ຮູ້ເຫັນນໍາ ກັນ ພາຍຫຼັງອັດສຳເນົາແລ້ວກໍໄດ້ມາ ແບ່ງປັນກັນໄປໃຊ້ຈ່າຍໃນຕະຫຼາດດົງ ຈອງ, ຊື້ເລກ ແລະຊື້ເຄື່ອງນຸ່ງຢູ່ຕະຫຼາດ ນັດແຄມຂອງ ຕົກມາຮອດວັນທີ 16 ສິງຫາ 2016 ຜູ້ກ່ຽວກັບທ້າວ ຄໍາໝັ້ນ ໄດ້ພາກັນນໍາເງິນປອມໄປຈ່າຍຢູ່ຕະຫຼາດນັດແຄມຂອງ ຈິ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມກັບເງິນປອມ ມາສອບສວນຂະ ຫຍາຍຜົນ ຈິ່ງນໍາກັກຕົວທ້າວ ບຸນຄໍາ ໃນເວລາຕໍ່ມາ.
ທ້າວ ບຸນຄໍາ ໄດ້ຮັບສາລະພາບວ່າ: ຜູ້ກ່ຽວໄດ້ຮ່ວມກັບທ້າວ ສີດາ ຜະລິດ ເງິນປອມແທ້ ຊຶ່ງໃນເບື້ອງຕົ້ນຜູ້ກ່ຽວໄດ້ ໄປຫຼິ້ນນໍາທ້າວ ສີດາ ຢູ່ຫ້ອງເຊົ່າໃນເວ ລານັ້ນໄດ້ເຫັນເງິນໃບ 50.000 ກີບ ທີ່ ທ້າວ ສີດາ ອັດສຳເນົາໄວ້ຫ້ອງນອນ ຈິ່ງໄດ້ຈັບຂຶ້ນມາແລ້ວຖາມທ້າວ ສີດາ ວ່າ ເງິນໃຜແລ້ວຕອບວ່າເງິນທີ່ອັດອອກມາ ຫຼິ້ນ ຈິ່ງເຫັນວ່າຄ້າຍຄືກັນຈິ່ງໄດ້ໄປຊື້ຂອງກິນສຸກຢູ່ຕະຫຼາດດົງຈອງເຫັນວ່າ ໄດ້ຜົນ ຈິ່ງໄດ້ຮ່ວມກັນຜະລິດເງິນປອມ ເພື່ອນໍາໄປໃຊ້ ແຕ່ຜ່ານມາຜູ້ກ່ຽວບໍ່ສາ ມາດຮູ້ວ່າຕົນເອງນໍາເງິນປອມໄປຈ່າຍ ເທົ່າໃດ ຮູ້ແຕ່ວ່າໃນເບື້ອງຕົ້ນຮ່ວມກັນ ຜະລິດປະມານ 3-4 ລ້ານກີບ.
ທ້າວ ຄໍາໝັ້ນ ສາລະພາບວ່າ: ຜູ້ກ່ຽວ ໄດ້ນໍາໃຊ້ເງິນປອມແທ້ ແຕ່ຜູ້ກ່ຽວບໍ່ໄດ້ ຜະລິດ ຊຶ່ງຜູ້ກ່ຽວໄດ້ລົງມາແຕ່ຊໍາເໜືອ ແລ້ວມາພັກຢູ່ນໍາພີ່ນ້ອງຊື່ທ້າວ ສີດາ ໃນເວລາພັກຢູ່ນັ້ນໄດ້ມີທ້າວ ສີດາ ນໍາເງິນປອມມາໃຫ້ເບິ່ງ ແລະເອົາໃຫ້ຜູ້ກ່ຽວໄປ ໃຊ້ຈ່າຍ ຈໍານວນ 1.000.000 ກີບ ຈາກນັ້ນ ຜູ້ກ່ຽວໄດ້ນໍາໄປໃຊ້ຈ່າຍປະມານ 3-4 ແສນກີບ ໄປຈ່າຍຊື້ເຄື່ອງທົ່ວໄປ ມາຄັ້ງຫຼ້າສຸດໄດ້ໄປເລາະແຄມຂອງນໍາທ້າວ ສີດາ ຈິ່ງຖືກກັກຕົວ.
ປະຈຸບັນຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນຂອງການສອບສວນຂະຫຍາຍຜົນຂອງເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ເພື່ອສະຫຼຸບສໍານວນຄະດີສົ່ງໄອຍະການດໍາເນີນຄະດີຂັ້ນຕໍ່ໄປ.

No comments