ກົມກວດກາປ່າໄມ້ສ້າງເຄືອຂ່າຍລາວ ບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ ແລະສັດປ່າ

ກົມກວດກາປ່າໄມ້ຂອງກະຊວງ ກະສິກຳ-ປ່າໄມ້ ໄດ້ສ້າງເຄື່ອຂ່າຍລາວ ບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ, ຈຸດປະສົງຂອງການສ້າງເຄືອ ຂ່າຍນີ້ແມ່ນແນ່ໃສ່ຕ້ານການຄ້າຂາຍສັດ ນ້ຳ ແລະສັດປ່າຫວງຫ້າມ, ເປັນການອະ ນຸຮັກສັດນ້ຳສັດປ່າທີ່ຫວງຫ້າມນັ້ນໃຫ້ ຢືນຍົງ ແລະສາມາດແພ່ພັນຕໍ່ໄປ.

ການເຄື່ອນໄຫວຫຼ້າສຸດກ່ຽວກັບ ເລື່ອງນີ້ໄດ້ມີຂຶ້ນໃນວັນທີ 21-23 ກັນຍາ ຜ່ານມາທີ່ (ທ່າລາດ) ຂອງແຂວງວຽງ ຈັນ ຊຶ່ງກົມກວດກາປ່າໄມ້, ກະຊວງກະ ສິກຳ ແລະປ່າໄມ້ໄດ້ເຊື່ອເຊີນເອົາບັນດາ ເຈົ້າໜ້າທີ່ຈາກກະຊວງຕ່າງໆທີ່ກ່ຽວຂ້ອງເຂົ້າມາປຶກສາຫາລື ແລະສ້າງ ຄວາມເປັນເອກະພາບທາງດ້ານນິຕິກຳ ເພື່ອເປັນບ່ອນອີງໃນການເຄື່ອນໄຫວຄື ປັບປຸງ ແລະຮັບຮອງເອົາແຜນຍຸດທະສາດ ເຄືອຂ່າຍລາວບັງຄັບໃຊ້ກົດໝາຍວ່າ ດ້ວຍສັດປ່າ ສປປ ລາວ, ລະບຽບການ ປະຕິບັດງານທີ່ໄດ້ມາດຖານ ແລະບົດ ແນະນຳຄູ່ມືໃນການເຄື່ອນໄຫວຂອງ ເຄື່ອຂ່າຍດັ່ງກ່າວ.

ທ່ານ ຄຳພຸດ ພັນດານຸວົງ ຫົວໜ້າ ກົມກວດກາປ່າໄມ້ກ່າວ່າ: ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນເຮັດໃຫ້ບັນ ດາທີມງານຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍສັດນ້ຳ ແລະສັດປ່າ ມີນິຕິກຳ ແລະມີພາລະບົດບາດໃນການຈັດຕັ້ງປະຕິບັດ ວຽກງານທີ່ແນນອນແນ່ໃສ່ເຮັດໃຫ້ການ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສັດນ້ຳ ແລະສັດປ່າຢູ່ ສປປ ລາວມີປະສິດທິຜົນ ພາຍຫຼັງທີ່ມີການເອກະພາບນຳກັນແລ້ວ ກໍຈະມີການຈັດຕັ້ງປະຕິບັດແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍເຄືອຂ່າຍຢູ່ສູນ ກາງມີຊື່ວ່າ, ລາວເວັນ (Lao wen) ຢູ່ ຂັ້ນແຂວງມີຊື່ວ່າ, ແຂວງເວັນ (P wen) ແລະຢູ່ຂັ້ນເມືອງມີຊື່ວ່າເມືອງເວັນ (D wen).

No comments

Theme images by compassandcamera. Powered by Blogger.