ນັກທ່ອງທ່ຽວເຂົ້າ ຫຼວງພະບາງ ເພີ່ມຂຶ້ນ 16% ຕໍ່ປີ
ຫຼວງພະບາງນັບແຕ່ໄດ້ນາມມະ ຍົດເມືອງມໍລະດົກໂລກສະເໜ່ຍັງມາ ແຮງບໍ່ມີຕົກ ເພາະນອກຈາກຄວາມເອົາ ໃຈໃສ່ຮັກສາສິ່ງເກົ່າແລ້ວຍັງມີການ ພັດທະນາເສດຖະກິດ-ສັງຄົມ ແລະວຽກ ງານການທ່ອງທ່ຽວ ນັບມື້ມີຄວາມກ້າວ
ໜ້າ ຂະຫຍາຍຕົວດີຂື້ນເລື້ອຍໆ. ຈິ່ງສາ ມາດດຶງດູດຄວາມສົນໃຈຂອງແຂກພາຍ ໃນ ແລະຕ່າງປະເທດ ກໍຄືນັກທ່ອງທ່ຽວ ຈາກທຸກມູມໂລກ, ມາທ່ຽວຊົມຫຼວງພະ ບາງເພີ່ມຂຶ້ນດ້ວຍອັດຕາສະເລ່ຍ 16% ຕໍ່ປີ, ຊຶ່ງໄດ້ສ້າງເງື່ອນໄຂ ແລະສົ່ງເສີມໃຫ້ປະຊາຊົນມີ ວຽກເຮັດງານທຳ, ມີການຜະລິດ ແລະ ລາຍຮັບທີ່ຫຼາຍຂຶ້ນໃນແຕ່ລະປີ.
ໂດຍ ທ່ານ ສຸລິທິບ ໜໍ່ຄຸນຜົນ ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຫຼວງພະບາງ ໄດ້ ກ່າວວ່າງບໍ່ດົນນີ້ວ່າ: ນັກທ່ອງທ່ຽວເຂົ້າ ຊົມເມືອງມໍລະດົກໂລກຫຼວງພະບາງມີ ອັດຕາເພີ່ມຂຶ້ນສະເລ່ຍ 16% ຕໍ່ປີ ທັງນີ້ກໍຍ້ອນທາງອໍານາດການປົກຄອງແຂວງໄດ້ມີການພັດທະນາເສດຖະກິດ-ສັງຄົມ ແລະວຽກງານການທ່ອງທ່ຽວໃຫ້ມີ ຄວາມສະດວກແກ່ແຂກທີ່ມາຢ້ຽມ ຢາມອີກຢ່າງແມ່ນເປັນ ເມືອງມໍລະດົກ ໂລກ ຈິ່ງສາມາດດຶງດູດຄວາມສົນໃຈ ຂອງແຂກພາຍໃນ ແລະຕ່າງປະເທດກໍຄື ນັກທ່ອງທ່ຽວຈາກທຸກມູມໂລກມາທ່ຽວ ຊົມຫຼວງພະບາງ ຊຶ່ງໄດ້ສ້າງເງື່ອນໄຂ ແລະສົ່ງເສີມໃຫ້ປະຊາຊົນມີວຽກເຮັດ ງານທຳ, ກະຕຸກຊຸກຍູ້ ໃຫ້ມີການຜະລິດ ສິນຄ້າ ເພື່ອຮັບໃຊ້ການທ່ອງທ່ຽວນັບມື້ ຂະຫຍາຍຕົວຂື້ນຢ່າງບໍ່ຢຸດຢັ້ງ ເປັນຕົ້ນ ແມ່ນການຜະລິດຫັດຖະກຳ, ຫຍິບຖັກ ປັກແສ່ວ, ຕ່ຳຫູກທໍໄໝ, ຜະລິດເຈັ້ຍສາ, ຊ້ານ້ຳກ້ຽງ, ການປຸງແຕ່ງ ອາຫານ ແລະອື່ນໆ ການປູກຝັງ-ລ້ຽງສັດຂາຍ ເປັນສິນຄ້າ ນັບມື້ນັບມີການຂະຫຍາຍ ຕົວອອກຢ່າງກວ້າງຂວາງ ອັນພົ້ນເດັ່ນ ແມ່ນໄດ້ມີກຸ່ມ ລ້ຽງສັດ, ກຸ່ມປູກພືດຜັກ ສະອາດປອດສານພິດ ເພື່ອຮັບໃຊ້ແກ່ ການທ່ອງທ່ຽວ. ຊຶ່ງໄດ້ສ້າງລາຍຮັບທີ່ ເປັນຮູບປະທຳ ໃຫ້ແກ່ປະຊາຊົນນັບມື້ ນັບເພີ່ມຂຶ້ນ.
ປະຈຸບັນ ປະຊາຊົນຊາວຫຼວງພະບາງ ມີລາຍຮັບສະເລ່ຍໃສ່ຫົວຄົນ 12 ລ້ານ ກວ່າກີບຕໍ່ຄົນຕໍ່ປີ, ຊຶ່ງໄດ້ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນັບມື້ດີຂຶ້ນ. ໂດຍສະເພາະແມ່ນປະຊາ ຊົນໃນເທສະບານເມືອງຫຼວງພະບາງ ມີລາຍຮັບສະເລ່ຍໃສ່ຫົວຄົນແມ່ນຫຼາຍ ກວ່າ 16 ລ້ານກີບຕໍ່ຄົນຕໍ່ປີ, ພ້ອມດຽວ ກັນນັ້ນ ພື້ນຖານໂຄງລ່າງກໍໄດ້ຮັບການ ກໍ່ສ້າງ ແລະປັບປຸງໃຫ້ມີຄວາມສະດວກ ສະບາຍ ແລະຈົບງາມ ເປັນຕົ້ນແມ່ນ ເຮືອນຊານບ້ານຊ່ອງ ທີ່ຢູ່ອາໄສ ໄດ້ມີ ການບູລະນະປົວແປງ ແລະກໍ່ສ້າງ ໃຫ້ມີ ຄວາມຈົບງາມຂື້ນເລື້ອຍໆ. ເປັນຕົ້ນ ແມ່ນຢູ່ເຂດທີ I ຂອງມໍລະດົກ ແລະບ່ອນ ອື່ນໆ ລວມເຖິງແຫຼ່ງທ່ອງທ່ຽວຫຼາຍ ແຫ່ງທີ່ໄດ້ມີການປັບປຸງເພື່ອອໍານວຍ ຄວາມສະດວກໃຫ້ມີບ່ອນພັກເຊົາ ແລະ ທ່ຽວຊົມຂອງນັກທ່ອງທ່ຽວ.
ຕິດພັນກັບການພັດທະນາພື້ນຖານ ໂດຍລວມຂອງແຂວງແລ້ວນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ກໍມີຄວາມ ສົນໃຈຫັນມາລົງທຶນເຮັດທຸລະກິດການ ບໍລິການດ້ານຕ່າງໆ ເປັນຕົ້ນແມ່ນສ້າງ ເຮືອນພັກ, ໂຮງແຮມ, ລີສອດ ແລະຮ້ານ ອາຫານ ຫຼາຍປະເພດ ເພື່ອຮອງຮັບນັກ ທ່ອງທ່ຽວທີ່ເພີ່ມຂຶ້ນສິ່ງເຫຼົ່ານັ້ນໄດ້ ສ້າງວຽກເຮັດງານທຳ ແລະແກ້ໄຂ ຄວາມທຸກຍາກໃຫ້ປະຊາຊົນຊາວຫຼວງ ພະບາງມີອັນປ່ຽນແປງຢ່າງຕັ້ງໜ້າ ໂດຍສະເພາະພື້ນຖານຊີວິດໄດ້ຮັບການ ພັດທະນາ, ຜູ້ທີ່ຫາອາໄສການທຳມາຫາ ກິນຫາເຊົ້າກິນຄ່ຳໃນເມື່ອກ່ອນໄດ້ມີ ອາຊີບມີລາຍຮັບທີ່ໝັ້ນຄົງ.

No comments