ໂຮງ­ຮຽນ​ວິ­ຊາ​ຊີບ​ ການ​ຂັບ​ຂີ່​ທົ່ງ​ສາງ​ນາງ ເນັ້ນ​ຄຸນ​ນະ​ພາບ​ການ​ສອນ

ໂຮງ­ຮຽນ​ວິ­ຊາ​ຊີບ​ການ​ຂັບ​ຂີ່​ທົ່ງສ້າງ​ນາງ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນຫຼວງ​ວຽງ​ຈັນ ໄດ້​ສ້າງ­ຕັ້ງ​ຂຶ້ນແຕ່​ປີ 1994 ເປັນ­ຕົ້ນ​ມາ ຮອດ​ປະ­ຈຸ​ບັນ​ນີ້
ໄດ້​ເປັນ​ໂຮງຮຽນ​ອັນ​ດັບ​ແຖວ​ໜ້າ­ດ້ານ​ຄຸນ​ນະ​ພາບ, ມາດ­ຖານ​ໃນ​ການ​ກໍ່­ສ້າງ​ນັກ​ຂັບ​ຂີ່​ທີ​ດີ ແລະ ເປັນ​ມື​ອາ­ຊີບ​ໃນ​ກາ​ຂັບ​ຂີ່ ເຮັດ​ໃຫ້ ສັງ­ຄົມ​ເຊື່ອ​ຖື ແລະ ຍອມ­ຮັບວັນ​ທີ 16 ກັນ­ຍາ​ຜ່ານ​ມາ ທ່ານ ອິນທະ​ນອງ ແກ້ວ​ສີ​ລາ ຜູ້­ອຳ­ນວຍ­ການ​ໂຮງຮຽນ​ໄດ້​ໃຫ້​ສຳ­ພາດ​ຕໍ່​ນັກ​ຂ່າວ​ໜັງ­ສື­ພິມເສດ­ຖະ­ກິດ-ສັງ­ຄົມ​ວ່າ ໂຮງ­ຮຽນ​ວິ­ຊາຊີບ​ການ​ຂັບ​ຂີ່​ທົ່ງ​ສ້າງ​ນາງ​ແມ່ນ​ເປັນ​ໂຮງຮຽນ​ໜຶ່ງ​ທີ​ໄດ້​ຄຸນ​ນະ​ພາບ ແລະ​ໄດ້​ໃຫ້​ບໍ​ລິການ​ໃນ​ການ​ຮຽນ, ການ​ສອນ​ວິ­ຊາ​ຊີບການ​ຂັບ​ຂີ່​ເປັນ​ເວ­ລາ 20 ປີ​ມາ​ແລ້ວ ແລະ ມີ​ຫຼັກ­ສູດ​ການ​ຮຽນ, ການ​ສອນ​ພາກ​ປົກກະ­ຕິ ແລະ​ພາກ​ບຳ­ລຸງ ໂດຍ​ບໍ່​ຈຳ­ກັດຄວາມ​ຮູ້, ຮັບ​ທັງ​ຍິງ-ຊາຍ ແລະ​ເລືອກຮຽນ​ໄດ້​ຕາມ​ສະ­ບາຍ ແລະ​ໃນ​ໂຮງ­ຮຽນແມ່ນ​ມີ​ຄູ, ອາ­ຈານ​ສອນ​ປະ­ມານ 20 ຄົນ ແລະ​ມີ​ລົດ​ໃນ​ການ​ຮຽນ, ການ​ສອນ​ຕົວ ຈິງ​ມີ​ຄື: ລົດ​ເບົາ 12 ຄັນ, ລົດ​ຈົກ 2 ຄັນ ,ລົດ​ໜັກ 5 ຄັນ ສ່ວນ​ການ​ປະ­ຕິ­ບັດ​ຕົວ​ຈິງ​ແມ່ນ​ຂັບ​ຂີ່​ໄປ​ຕາມ​ຕົວ​ເມືອງ​ຕາມ​ຈຸດຕ່າງໆ 1 ຄົນ​ຕໍ່ 1 ຄັນ ໃນ​ການ​ຮຽນ.

img_0370copy

ໂດຍ​ການ​ຮຽນ, ການ​ສອນ​ແມ່ນ​ໄດ້ປະ­ຕິ­ບັດ​ຕາມ​ຫຼັກ­ສູດ​ຂອງ​ພະ​ແນກ​ໂຍທາ​ທິ​ການ ແລະ​ຂົນ­ສົ່ງ​ວ່າງ​ອອກ​ມີ​ທັງລະ­ບົບ​ຄອມ​ພີວ​ເຕີ, ພາກ​ທິດ​ສະ​ດີ ແລະ ພາກ​ປະ­ຕິ­ບັດ​ຕົວ​ຈິງ, ໃນ​ນັ້ນ​ປະ­ເພດ​ລົດທີ່​ນຳ​ມາ​ສອນ ແລະ​ຄ່າ​ໃຊ້​ຈ່າຍຕົວ​ຈິງ ແລະ​ອີງ​ຕາມ​ແຕ່​ລະ​ປະ­ເພດ​ລົດ​ມີ​ຄື: ລົດ​ຈົກ 2,6 ລ້ານ​ກີບ, ລົດ​ບັນ­ທຸກ​ໜັກ (10ລໍ້ B+C) 2,6 ລ້ານ​ກີບ, ລົດ ໜັກ+ລົດ​ເບົາ (6 ລໍ້ B+C) 1,9 ລ້ານ​ກີບ, ລົດ​ເບົາ (B) 1,3 ກີບ, ລົດ ໜັກ+ລົດ​ເບົາ, ໂດຍ­ສານ (B+C;D) 1 ລ້ານ​ກີບ, ລົດ­ຈັກ (A) 2 ແສນ​ກີບ ແລະ​ໃນ​ນັ້ນ​ຍັງ​ໄດ້​ຂະ­ຫຍາຍ​ສາ­ຂາ​ອອກຮັບ​ໃຊ້​ສັງ­ຄົມ​ຄືສາ­ຂາ​ດອນ​ກອຍ​ຢູ່ເມືອງ​ສີ​ສັດ­ຕະ​ນາກ ແລະ​ສາ­ຂາ​ປາກ​ເຊ (ໂພນ​ສີ​ໄຄ) ເພື່ອ​ອຳ­ນວຍ​ຄວາມ​ສະດວກ​ສະ­ບາຍ​ໃຫ້​ແກ່​ສັງ­ຄົມ ຫຼື ບຸກ­ຄົນ​ຜູ້​ຕ້ອງ­ການ​ຮຽນ​ວິ­ຊາ​ຊີບ​ການ​ຂັບ​ຂີ່​ແມ່ນ​ເລືອກ​ຮຽນ​ໄດ້​ຕາມ​ສາ­ຂາ​ແຕ່​ລະ​ສາ­ຂາ

ທ່ານ ອິນ​ທະ​ນອງ ແກ້ວ​ສີ​ລາ ໄດ້ເປີດ­ເຜີຍ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ຕື່ມ​ອີ​ກວ່າ ພິ­ເສດ​ສຸດໆ​ທາງ​ໂຮງ­ຮຽນ​ແມ່ນ​ມີ​ນະ​ໂຍບາຍ ສຳ­ລັບ​ລູກ​ຄ້າ​ຕ່າງ​ແຂວງ ຫຼື ບຸກ­ຄົນ ທີ່​ເດີນ­ທາງ​ມາ​ຮຽນ​ຮອດ​ຄີວ​ລົດ​ສາຍ​ໃຕ້-ສາຍ​ເໜືອ​ທາງ​ໂຮງ­ຮຽນ​ມີ​ລົດ​ບໍ­ລິ­ການໃຊ້​ໄປ​ຮັບ ແລະ​ໄປ​ສົ່ງ​ນອກ​ນັ້ນ​ກໍ​ມີ​ຫ້ອງພັກ​ລ້າ​ບໍ່​ໄດ້​ເສຍ​ຄ່າ​ນ້ຳ, ຄ່າ​ໄຟ​ຫຼັງ​ຈາກຮຽນ​ຈົບ​ຫຼັກ­ສູດ​ແລ້ວ​ຈະ​ໄດ້​ສອບ­ເສັງເອົາ​ໃບ​ຂັບ​ຂີ່​ພ້ອມ​ໃບ­ຢັ້ງ­ຢືນ​ຈາກ​ໂຮງ ຮຽນ ໂດຍ​ໃນ​ໄລ­ຍະ 9 ເດືອນ​ຂອງ​ປີ​ນີ້ ມີ​ນັກ​ຂັບ​ຂີ່​ສອບ­ເສັງ​ສຳ­ເລັດ​ແລ້ວ​ປະມານ 2 ພັນ​ຄົນ ແລະ​ແຜນ­ການ​ຕໍ່­ໜ້າ ຄາດ​ວ່າ​ຈະ​ມີ​ວິ­ຊາ​ຊີບ​ການ​ຂັບ​ຂີ່​ເພີ່ມ​ຂຶ້ນ​ປະ­ມານ 4 ພັນ​ຄົນ​ຕໍ່​ປີ.

No comments

Theme images by compassandcamera. Powered by Blogger.