ອີຢູປະຈໍາລາວ ສະຫຼອງວັນເອີຣົບ ຄົບຮອບ 66 ປີ

ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 9 ພືດ​ສະ­ພາ​ຜ່ານ​ມາ​ສຳ­ນັກ­ງານ​ຜູ້ ຕາງ­ໜ້າ​ສະ­ຫະ­ພາບ​ເອີ​ຣົບ​ປະ­ຈຳລາວ​ໄດ້​ຈັດ​ງານ​ລ້ຽງ​ເພື່ອ​ສະ­ເຫຼີມສະ­ຫຼອງ​ວັນ​ເອີ​ຣົບ​ຄົບ­ຮອບ 66 ປີ ທີ່​ສຳ­ນັກ­ງານ​ອີ​ຢູ,
ໂດຍ​ເປັນ​ປະ ທານ​ຮ່ວມ​ຂອງ ທ່ານ ນາງ ເຂັມມະ­ນີ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ ຊວງ​ການ​ຄ້າ ແລະ​ອຸດ­ສາ­ຫະ­ກຳ ແລະທ່ານ ມີ​ແຊນ ໂກ​ແຟງ ອຸ­ປະ ທູດ​ອີ​ຢູ​ປະ­ຈຳ ສປປ ລາວ, ພ້ອມ ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຈາກ ບັນ­ດາ​ທູດ​ປະ­ເທດ​ສະ­ມາ­ຊິກ​ອີ​ຢູຕ່າງໆ​ເຂົ້າ​ຮ່ວມ.

ທ່ານ ມີ​ແຊນ ໂກ​ແຟງ ກ່າວ ວ່າ: ເນື່ອງ​ໃນ​ໂອ­ກາດ​ສະ­ເຫຼີມ​ສະ ຫຼອງ​ວັນ​ເອີ​ຣົບ​ຄົບ­ຮອບ 66 ປີ, ກ່ອນ​ໜ້າ​ນີ້ ບັນ­ດາ​ບັນ​ພະ​ບູ​ລຸດ ຂອງ​ພວກ​ເຮົາ​ໄດ້​ວາງ​ຮາກ​ຖານ ໂຄງ­ການ​ສ້າງ​ເອີ​ຣົບ​ບົນ​ພື້ນ­ຖານ ວິ­ໄສ​ທັດ​ແຫ່ງ​ສັນ­ຕິ­ພາບ ແລະ ຄວາມ​ເປັນ​ໜຶ່ງ​ດຽວ, ຄວາມ​ຮັ່ງ­ມີ ແລະ​ຊີ­ວິດ​ທີ່​ມີ​ກຽດ​ສັກ​ສີ​ນັບ​ແຕ່​ປີ 1970 ມາ​ຮອດ​ປະ­ຈຸ​ບັນ, ການ ຮ່ວມ​ມື​ລາວŒອີ​ຢູ​ແມ່ນ​ອີງ­ໃສ່​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລາວŒອີ​ຢູ ປີ1997 ແລະ​ສຳ­ນັກ­ງານ​ຜູ້​ຕາງ ໜ້າ​ສະ­ຫະ­ພາບ​ເອີ​ຮົບ​ໄດ້​ເປີດ ກວ້າງ​ຢ່າງ​ເປັນ​ທາງ​ການ​ໃນ​ນະ ຄອນ​ຫຼວງ​ວຽງ​ຈັນ​ໃນ​ປີ 2003 ນັບ​ແຕ່​ນັ້ນ​ມາ​ການ​ຮ່ວມ​ມື​ກັບ ສປປ ລາວ ນັບ​ມື້​ຍິ່ງ​ມີ​ການ​ເພີ່ມທະ­ວີ ແລະ​ກວມ​ເອົາ​ຫຼາຍ​ຂະ­ແໜງ ການ​ບໍ່​ວ່າ​ຈະ​ເປັນ​ດ້ານ​ການ ເມືອງ, ການ​ປົກ­ຄອງ, ການ​ຊ່ວຍ ເຫຼືອ​ດ້ານ​ການ​ພັດ­ທະ­ນາ, ການຄ້າ, ລວມ​ທັງ​ການ​ປືກ​ສາ​ຫາ­ລື ດ້ານ​ສິດ­ທິ​ມະ­ນຸດ​ເອີ​ຣົບ, ອີ​ຢູ ແລະບັນ­ດາ​ສະ­ມາ­ຊິກ​ຮ່ວມ​ກັນ​ແມ່ນ ໜຶ່ງ​ໃນ​ບັນ­ດາ​ຜູ້​ສະ­ໜອງ​ການຊ່ວຍ­ເຫຼືອ​ດ້ານ​ການ​ພັດ­ທະ­ນາ ລາຍ​ໃຫຍ່​ທີ່​ສຸດ​ໃນ ສປປ ລາວ ໂດຍ​ມີ​ວົງ​ເງິນ​ການ​ຊ່ວຍ­ເຫຼືອ ລວມ​ເຖິງ​ເຄິ່ງ​ຕື້​ເອີ​ໂຣ (4,5 ພັນ​ຕື້ກີບ) ສຳ­ລັບ​ປີ 2016Œ-2020.

ທ່ານ ມີ​ແຊນ ໂກ​ແຟງ ກ່າວຕື່ມ​ວ່າ: ປີ 2016 ແມ່ນ​ປີ​ແຫ່ງ​ສັນ ຍາ​ລັກ​ສຳ­ລັບ ສປປ ລາວ ເນື່ອງຈາ​ກວ່າ​ລາວ​ມີ​ການ​ປັບ­ປຸງ​ລັດ​ຖະທຳ​ມະ­ນູນ, ໄດ້​ຈັດ​ກອງ​ປະ­ຊຸມ ໃຫຍ່​ຄັ້ງ​ທີ 10 ຂອງ​ສູນ​ກາງ​ພັກ ແລະ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ ລືກ​ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ 8, ພ້ອມ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ ລັດ­ຖະ­ບານ​ຊຸດ​ໃໝ່​ໃນ​ເດືອນ​ເມ­ສາ ທີ່​ຜ່ານ​ມາ, ສປປ ລາວ ພວມ​ກ້າວ ສູ່​ການ​ພັດ­ທະ­ນາ​ໃນ​ອະ­ນາ­ຄົດ ຢ່າງ​ແຂງ­ແຮງ​ໂດຍ​ສຸມ​ໃສ່​ສ້າງ ຄວາມ​ຮັ່ງ­ມີ ແລະ​ການ​ພັດ­ທະ­ນາ ໃນ​ໄລ­ຍະ​ຍາວ, ຄຽງ​ຄູ່​ກັນ​ນັ້ນ​ລາວ ໄດ້​ກາຍ­ເປັນ​ຈຸດ​ໃຈ­ກາງ​ແຫ່ງ​ຄວາມ ສົນ­ໃຈ​ທີ່​ເພີ່ມ​ຂຶ້ນ​ຈາກ​ວົງ­ສາ​ຄະ ນາ​ຍາດ​ສາ­ກົນ, ໂດຍ​ການ​ຮັບ​ໜ້າ ທີ່​ເປັນ​ປະ­ທານ​ໝູ­ນວຽນ​ອາ​ຊຽນ ສປປ ລາວ ແມ່ນ​ໄດ້​ຮັບ​ໂອ­ກາດ ນຳ­ພາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວິ​ໃສ ທັດ​ອາ​ຊຽນ​ຮອດ​ປີ 2025 ແລະປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ ນອກ​ນີ້ ລາວ​ຍັງ​ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ບັນ­ດາ​ແຜນ​ງານ​ລິ​ເລີ່ມ​ສາ­ກົນ, ການ​ລົງ​ນາມ​ໃນ​ຂໍ້​ຕົກ­ລົງ​ປາ ຣີ​ວ່າ​ດ້ວຍ​ການ​ປ່ຽນ­ແປງ​ດິນ​ຟ້າ ອາ­ກາດ​ໃນ​ວັນ​ທີ 22 ເມ­ສາ​ຜ່ານ ມາ​ແມ່ນ​ອີກ​ໜຶ່ງ​ຕົວ­ຢ່າງ​ໃນ​ການ ເຊື່ອມ​ໂຍງ​ອັນ​ຕໍ່​ເນື່ອງ​ເຂົ້າ​ກັບ​ເວ ທີ​ສາ­ກົນ ແລະ​ພາກ​ພື້ນ​ຂອງ ສປປ ລາວ.
ທີ່ມາ: www.sedthakid.la/

No comments

Theme images by compassandcamera. Powered by Blogger.